ອະຣິຍະສັຈພາກຕົ້ນ
ໜ້າ/ 382
ແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະຄວາມທີ່ວິຕົກແລະວິຈາຣທັງຫຼາຍ ລະງັບລົງ ເຂົ້າເຖິງ ທຸຕິຍະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈ ໃນພາຍໃນ ນຳໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກແລະວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິ ແລ້ວແລຢູ່, ວິຕົກແລະວິຈາຣທັງຫຼາຍ ດັບໄປໃນທຸຕິຍະຊານນັ້ນ, ແລະຊົນເຫຼົ່ານັ້ນ ຍັງວິຕົກແລະວິຈາຣທັງຫຼາຍໃຫ້ດັບໄປໆ ໃນທຸຕິຍະຊານນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆ ທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນອະນຸໂມທະນາ ດ້ວຍຄໍາວ່າສາທຸ ດັ່ງນີ້ ແລ້ວນອບນ້ອມຢູ່ ຈະປະນົມມືອັນຊະລີເຂົ້າໄປຫາໂດຍແນ່ແທ້.
(໓) ປີຕິ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ປີຕິ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ ດ້ວຍອົງຄ໌ນັ້ນໆ ໃນທີ່ນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ປີຕິ ດັບໄປໃນທີ່ໃດ ? ແລະຊົນເຫຼົ່າໃດ ຍັງ ປີຕິ ໃຫ້ດັບໄປໆ ໃນບ່ອນໃດ ແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະຄວາມຈາງຄາຍໄປແຫ່ງປີຕິ ຢູ່ອຸເປກຂາ ມີສະຕິ ແລະສັມປະຊັນຍະ ແລະສະເຫວີຍຄວາມສຸຂດ້ວຍນາມກາຍ ເຂົ້າເຖິງຕະຕິຍະຊານ ເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ‘ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ’ ດັ່ງນີ້ ແລ້ວແລຢູ່. ປີຕິ ດັບໄປໃນຕະຕິຍະຊານນັ້ນ, ແລະຊົນເຫຼົ່ານັ້ນ ຍັງປີຕິໃຫ້ດັບໄປໆ ໃນຕະຕິຍະຊານນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ ແລ້ວນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາ ໂດຍແນ່ແທ້.
໕໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
(໔) ອຸເປກຂາສຸຂ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງອຸເປກຂາສຸຂໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າ ຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ ດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດ ຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ອຸເປກຂາສຸຂ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ອຸເປກຂາສຸຂ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ ນັ້ນ, ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປ ແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ແລະສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອຸເປກຂາສຸຂ ດັບໄປໃນຈະຕຸຕຖະຊານນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ອຸເປກຂາສຸຂ ໃຫ້ດັບໄປໆ ໃນຈະຕຸຕຖະຊານ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ ; ຄັນເພີດເພີນອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີເຂົ້າໄປຫາ ໂດຍແນ່ແທ້.
(ໃຫ້ສັງເກດຄໍາວ່າ “ອຸເປກຂາສຸຂ” ໃຊ້ໃນຊານ ໓ ແລະ “ອຸເປກຂາ” ປົກກະຕິບໍ່ເຈືອສຸຂໃຊ້ໃນຊານ ໔)








