ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ທັມມະໝວດນີ້ ສະແດງເຖິງທັມທີ່ຕ້ອງດັບໄປຕາມລຳດັບໆ ແຫ່ງການປະຕິບັຕລະບົບນີ້ ດັ່ງນັ້ນຈຶ່ງໄດ້ຊື່ວ່າ ອະນຸປຸບພະນິໂຣດເກົ້າ ຄືທັມທີ່ດັບຕາມລໍາດັບ ໙ ລໍາດັບ, ເປັນໝວດທັມ ທີ່ຕ້ອງສຶກສາກ່ອນແຕ່ໂດຍຫຍໍ້, ລາຍລະອຽດຫາເບິ່ງໄດ້ທີ່ໝວດ ຄ; ໃນບ່ອນອື່ນ (໒໓/໔໗໗/໒໖໓,໒໖໕) ເປັນຄໍາຂອງພຣະອານົນທ໌ ສະແດງອະນຸປຸບພະປັສສັທທິ ແລະອະນຸປຸບພະນິໂຣດໄວ້ ໂດຍຄວາມເປັນສະມາບັຕທັງ ໙ ລະດັບ ໃນຖານະເປັນອະນຸປຸບພະປັສສັທທິ ແລະອະນຸປຸບພະນິໂຣດ ໂດຍປະຣິຍາຍ, ແລະສະແດງ ສັນຍາເວທະຢິຕະນິໂຣດ ອັນດັບສິ້ນອາສະວະ ໄວ້ໃນຖານະເປັນອະນຸປຸບພະປັສສັທທິ ແລະອະນຸປຸບພະນິໂຣດ ໂດຍນິປປະຣິຍາຍ ໂດຍບໍ່ສະແດງໄວ້ຢ່າງລະອຽດ ວ່າຊານຊື່ໃດລະງັບ ຫຼືດັບເສຍຊຶ່ງທັມ ຊື່ອັນໃດ ເໝືອນກັບໃນສູຕຂ້າງເທິງນີ້)].
ຂ. ອະນຸປຸບພະວິຫາຣ ເກົ້າ
ພິກຂຸ ທ. ! ອະນຸປຸບພະວິຫາຣະ ໙ ປະການ ເຫຼົ່ານີ້ ມີຢູ່. ເກົ້າປະການແນວໃດໜໍ ? ເກົ້າປະການຄື :-
(໑) ປະຖົມມະຊານ
(໒) ທຸຕິຍະຊານ
(໓) ຕະຕິຍະຊານ
(໔) ຈະຕຸຕຖະຊານ
(໕) ອາກາສານັນຈາຢະຕະນະ
(໖) ວິນຍານັນຈາຢະຕະນະ
(໗) ອາກິນຈັນຍາຢະຕະນະ
(໘) ເນວະສັນຍານາສັນຍາຢະຕະນະ
(໙) ສັນຍາເວທະຢິຕະນິໂຣດ.
ພິກຂຸ ທ. ! ເຫຼົ່ານີ້ແລ ອະນຸປຸບພະວິຫາຣະ ໙ ປະການ.
- ນວກ. ອັງ. ໒໓/໔໒໔/໒໓໖.
(ທັມເກົ້າປະການນີ້ ເອີ້ນວ່າ ວິຫາຣະທັມ ຄືທັມເປັນເຄື່ອງຢູ່ແຫ່ງຈິຕ ເກົ້າລໍາດັບ ຈຶ່ງໄດ້ຊື່ວ່າອະນຸປຸບພະວິຫາຣະເກົ້າ. ຍັງມີຂໍ້ໜ້າສົນໃຈ ທີ່ວ່າໃນບາລີແຫ່ງໜຶ່ງ ກ່າວເຖິງການເຂົ້າຢູ່ ໃນວິຫາຣະທັມນີ້ໄດ້ ແມ່ນແຕ່ໃນຂະນະແຫ່ງອິຣິຍາບົດທັງສີ່ ຄືນັ່ງ ນອນ ຢືນ ຍ່າງ ສໍາລັບ ໔ ຂໍ້ຂ້າງຕົ້ນ ຄືຕັ້ງແຕ່ປະຖົມມະຊານ ເຖິງ ຈະຕຸຕຖະຊານ. - ຕິກ. ອັງ.໒໐/໒໓໔/໕໐໓).
໕໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄ. ອະນຸປຸບພະວິຫາຣສະມາບັຕ ເກົ້າ
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນຸປຸບພະວິຫາຣະສະມາບັຕ ໙ ປະການ ເຫຼົ່ານີ້. ເຈົ້າທັງຫຼາຍຈົ່ງຟັງ. ພິກຂຸ ທ. ! ອະນຸປຸບພະວິຫາຣະສະມາບັຕ ໙ ປະການນັ້ນ ເປັນແນວໃດໜໍ ?
(໑) ກາມທັງຫຼາຍ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ກາມທັງຫຼາຍ ໃຫ້ດັບໄປໆໃນບ່ອນໃດ ແລ້ວແລຢູ່; ເຮົາກ່າວວ່າ ຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ ດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມດັ່ງນີ້ວ່າ “ກາມທັງຫຼາຍດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ກາມທັງຫຼາຍໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸ ໃນກໍລະນີນີ້ ສະງັດແລ້ວຈາກກາມແລະອະກຸສົລທັມທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່. ກາມທັງຫຼາຍ ດັບໄປ ໃນ ປະຖົມມະຊານ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ກາມທັງຫຼາຍ ໃຫ້ດັບໄປໆ ໃນ ປະຖົມມະຊານ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆ ທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນອະນຸໂມທະນາ ດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.
(໒) ວິຕົກແລະວິຈາຣທັງຫຼາຍ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດຍັງວິຕົກແລະວິຈາຣທັງຫຼາຍ ໃຫ້ດັບໄປໆໃນທີ່ໃດ ແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມດັ່ງນີ້ວ່າ “ວິຕົກແລະວິຈາຣທັງຫຼາຍ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງວິຕົກແລະວິຈາຣທັງຫຼາຍ ໃຫ້ດັບໄປໆ ໃນບ່ອນໃດ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໒໕








