ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເພາະຂ້າມຜ່ານຮູບສັນຍາເສຍໄດ້ ໂດຍປະການທັງປວງ, ເພາະຄວາມຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ, ເພາະບໍ່ຕັ້ງໃນໃຈ ຊຶ່ງນານັຕຕະສັນຍາ ຈຶ່ງບັນລຸອາກາສານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດໆ” ດັ່ງນີ້ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ຈະຕຸຕຖະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ ອາກາສານັນຈາຢະຕະນະ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ຄວາມສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ອາກາສານັນຈາຢະຕະນະ ນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ຄວາມສຸຂອັນເກີດແຕ່ອາກາສານັນຈາຢະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້, ເພາະຂ້າມຜ່ານ ອາກາສານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸ ວິນຍານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດໆ” ດັ່ງນີ້ແລ້ວແລຢູ່. ອານົນທ໌ ! ນີ້ແລຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກາສານັນຈາຢະຕະນະນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະຊຶ່ງສຸຂອັນເກີດແຕ່ ວິນຍານັນຈາຢະຕະນະ ຍ່ອມຢູ່ໃນຖານະໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ຄວາມສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ ວິນຍານັນຈາຢະຕະນະ ນັ້ນຍັງມີຢູ່.

໕໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ວິນຍານັນຈາຍະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້,ເພາະຂ້າມຜ່ານ ວິນຍານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸອາກິນຈັນຍາຢະຕະນະ ອັນມີການຕັ້ງໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ວິນຍານັນຈາຢະຕະນະນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະຊຶ່ງສຸຂອັນເກີດແຕ່ ອາກິນຈັນຍາຢະຕະນະ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກິນຈັນຍາຍະຕະນະນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກິນຈັນຍາຢະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້,ເພາະຂ້າມຜ່ານ ອາກິນຈັນຍາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ອານົນທ໌ ! ນີ້ແລຄືຄວາມສຸຂຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກິນຈັນຍາຢະຕະນະ ນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ ເນວະສັນຍານາສັນຍາຢະຕະນະ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ເນວະສັນຍານາສັນຍາຢະຕະນະ ນັ້ນຍັງມີຢູ່.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ