ອະຣິຍະສັຈພາກຕົ້ນ
ໜ້າ/ 382
ທີ່ສູງກວ່າ ປານີດກວ່າ ກວ່າກາມະສຸຂນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ປະຖົມຊານ ຍ່ອມຢູ່ໃນຖານະໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ປະຖົມມະຊານນັ້ນ ຍັງມີຢູ່.
ອານົນທ໌ ! ສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ປະຖົມມະຊານ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເພາະວິຕົກວິຈາຣລະງັບ ຈຶ່ງ ບັນລຸເຖິງຊານທີສອງ ອັນເປັນເຄື່ອງຜ່ອງໃສໃນພາຍໃນ ເຮັດໃຫ້ເກີດສະມາທິ ມີອາຣົມອັນດຽວແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ປະຖົມມະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ ທຸຕິຍະຊານ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ທຸຕິຍະຊານນັ້ນ ຍັງມີຢູ່.
ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ທຸຕິຍະຊານ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເພາະຄວາມຈາງຄາຍໄປ ແຫ່ງປີຕິ ເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂຢູ່ດ້ວຍນາມກາຍ ຈຶ່ງ ບັນລຸຊານທີສາມ ເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວວ່າ ຜູ້ບັນລຸຊານນີ້
໕໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ ດັ່ງນີ້ ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ທຸຕິຍະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ຕະຕິຍະຊານ ຍ່ອມຢູ່ໃນຖານະໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ຕະຕິຍະຊານນັ້ນ ຍັງມີຢູ່.
ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ຕະຕິຍະຊານນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້, ເພາະຄວາມດັບຫາຍໄປແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ, ຈຶ່ງ ບັນລຸຊານທີສີ່ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອານົນທ໌ ! ນີ້ແລຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ຕະຕິຍະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ຈະຕຸຕຖະຊານ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ຈະຕຸຕຖະຊານນັ້ນ ຍັງມີຢູ່.
ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ຈະຕຸຕຖະຊານ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸ ໃນທັມວິນັຍນີ້,
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໑໙








