ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ໃນກໍລະນີ ທີ່ກ່ຽວກັບການຕາມເຫັນ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີແຫ່ງ ຮູບ ຂ້າງເທິງນີ້ທຸກປະການ ຜິດກັນແຕ່ຊື່ຂັນທ໌ເທົ່ານັ້ນ)

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໑໕

ພິກຂຸ ທ. ! ຄວາມບໍ່ຕົກໃຈຕື່ນຢ້ານເພາະບໍ່ມີອຸປາທານ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໒໐,໒໒-໒໓/໓໑,໓໓.

ຄວາມບໍ່ຕົກໃຈຕື່ນຢ້ານເພາະບໍ່ມີອຸປາທານ

(ອີກນັຍໜຶ່ງ)

(ໂຕຢ່າງການສອນ ໂດຍການໃຊ້ປະຕິປະທາ ໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັກກາຢະ ພິຈາຣະນາຂັນທ໌ ໕ ຈົນໝົດອຸປາທານ; ແລະເບິ່ງໃນປະຕິຈຈ. ໂອ. ໜ້າ ໔໙໒ ບັນທັດທີ່ ໒ ແລະ ໓ ປະກອບດ້ວຍ)

ພິກຂຸ ທ. ! ເຮົາຈະສະແດງ....ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ ຈົ່ງຕັ້ງໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈະກ່າວບັດນີ້.....

ພິກຂຸ ທ. ! ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ອະຣິຍະສາວົກ ຜູ້ມີການສະດັບ ຍ່ອມຕາມເຫັນຢູ່ເປັນປະຈໍາຊຶ່ງ ຮູບ ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ) ນັ້ນບໍ່ແມ່ນອັຕຕາຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້. ເຖິງແມ່ນຮູບນັ້ນຍ່ອມແປປ່ຽນ ຍ່ອມເປັນໂດຍປະການອື່ນ ແກ່ອະຣິຍະສາວົກນັ້ນ, ເພາະຄວາມແປປ່ຽນ ເປັນໂດຍປະການອື່ນແຫ່ງຮູບ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ກໍຍ່ອມບໍ່ເກີດຂຶ້ນແກ່ອະຣິຍະສາວົກນັ້ນ. (ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ຕຣັດເໝືອນກັບ ໃນກໍລະນີແຫ່ງຮູບ).

ພິກຂຸ ທ. ! ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.

- ຂັນທະ. ສັງ. ໑໗/໒໔/໓໔,໓໕.

໕໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ລໍາດັບແຫ່ງໂລກິຍະສຸຂ

(ລໍາດັບແຫ່ງຄວາມສຸຂແບບຕ່າງໆໃນທາງໂລກ ຕັ້ງແຕ່ຫຍາບຈົນເຖິງລະອຽດທີ່ສຸດ ຊຶ່ງຍັງບໍ່ເຖິງນິພພານ)

ອານົນທ໌ ! ກາມະຄຸນມີ ໕ ຢ່າງ, ຫ້າຢ່າງເຫຼົ່າໃດໜໍ ? ຫ້າຢ່າງ ຄືຮູບທັງຫຼາຍທີ່ເຫັນໄດ້ທາງຕາກໍດີ, ສຽງທັງຫຼາຍທີ່ຟັງໄດ້ທາງຫູກໍດີ, ກິ່ນທັງຫຼາຍທີ່ດົມຮູ້ໄດ້ທາງດັງກໍດີ, ຣົສທັງຫຼາຍທີ່ຊີມໄດ້ທາງລີ້ນກໍດີ, ແລະໂຜຕຖັພພະທີ່ສັມຜັສຮູ້ທາງຜິວກາຍກໍດີ, ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍວນຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ອານົນທ໌ ! ເຫຼົ່ານີ້ແລຄື ກາມະຄຸນ ໕ ຢ່າງ.

ອານົນທ໌ ! ສຸຂໂສມະນັດສະໃດ ອາໄສກາມະຄຸນຫ້າເຫຼົ່ານີ້ ບັງເກີດຂຶ້ນ; ອານົນທ໌ ! ສຸຂໂສມະນັດສະນັ້ນ ເອີ້ນວ່າ “ກາມະສຸຂ”.

ອານົນທ໌ ! ຊົນເຫຼົ່າໃດກໍຕາມ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງກາມະສຸຂ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາຕະຖາຄົຕ ບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກາມະສຸຂ ນັ້ນ ຍັງມີຢູ່.

ນົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າກາມະສຸຂ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸ ໃນທັມວິນັຍນີ້ ເພາະສະງັດຈາກກາມ ແລະ ສະງັດຈາກອະກຸສົລທັມທັງຫຼາຍ ຈຶ່ງບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ອານົນທ໌ ! ນີ້ແລ ຄື ຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໑໗

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ