ອະຣິຍະສັຈພາກຕົ້ນ
ໜ້າ/ 382
ສໍາລັບປະຕິປະທາ ເປັນເຄື່ອງສະດວກແກ່ການຮື້ຖອນຄວາມໝັ້ນໝາຍສິ່ງທັປວງນີ້ ໃນສູຕຖັດໄປ (໑໘/໒໙/໓໕) ຊົງສະແດງໄວ້ ດ້ວຍວິທີປະຕິບັຕດັ່ງດຽວກັນກັບທີ່ຊົງສະແດງໃນອະນັຕຕະລັກຂະນະສູຕ ອັນເປັນສູຕທີ່ສຶກສາກັນຢູ່ຢ່າງແຜ່ຫຼາຍ ຈຶ່ງບໍ່ເອົາມາແປໃສ່ໄວ້ໃນບ່ອນນີ້. ໂດຍໃຈຄວາມນັ້ນຄືພຣະອົງຄ໌ຕຣັດເລີ່ມດ້ວຍ ຊົງສອບຖາມແລ້ວ ພຣະພິກຂຸທູນຕອບແລ້ວ ຕຣັດວ່າອະຣິຍະສາວົກເຫັນເຊັ່ນນີ້ແລ້ວ ຍ່ອມເບື່ອໜ່າຍ ຄາຍກໍາໜັດ ຫຼຸດພົ້ນ ແລະເປັນອໍຣະຫັນຕ໌ໃນທີ່ສຸດ; ຊຶ່ງຊື່ທັມແຕ່ລະຢ່າງໆ ທີ່ຊົງຍົກຂຶ້ນສອບຖາມນັ້ນ ຄືອາຍະຕະນະພາຍໃນຫົກ ອາຍະຕະນະພາຍນອກຫົກ ວິນຍານຫົກ ສັມຜັສຫົກ ແລະເວທະນາຫົກ, ລວມເປັນຊື່ທັມທີ່ຊົງຍົກຂຶ້ນຖາມ ສາມສິບ; ແລະຊົງເອີ້ນ ການປະຕິບັຕລະບົບນີ້ວ່າ “ປະຕິປະທາເປັນເຄື່ອງສະດວກແກ່ການຮື້ຖອນຄວາມໝັ້ນໝາຍສິ່ງທັງປວງ”).
ຢຸດຖືໝັ້ນ- ຢຸດຫວັ່ນໄຫວ
ພິກຂຸ ທ. ! ໃນກາລໃດ ອະວິຊຊາ ຂອງພິກຂຸດັບໄປ ວິຊຊາ ເກີດຂຶ້ນແລ້ວ. ເພາະອະວິຊຊາຫາຍໄປ ວິຊຊາເກີດຂຶ້ນນັ້ນແຫຼະ, ພິກຂຸນັ້ນ ຍ່ອມບໍ່ເຮັດຄວາມຢຶດໝັ້ນ ໃນກາມໃຫ້ເກີດຂຶ້ນ, ບໍ່ເຮັດຄວາມຢຶດໝັ້ນດ້ວຍທິຕຖິໃຫ້ເກີດຂຶ້ນ, ບໍ່ເຮັດຄວາມຢຶດໝັ້ນໃນສີລແລະວັຕໃຫ້ເກີດຂຶ້ນ ແລະບໍ່ເຮັດຄວາມຢຶດໝັ້ນວ່າ ຕົວຕົນໃຫ້ເກີດຂຶ້ນ.
[ຄວາມຢຶດສີລແລະວັຕ (ສີລັບພະຕຸປາທານ) ໃນກໍລະນີນີ້ ລວມທຸກທຸກກໍລະນີ ທັງສີລ-ວັຕຂອງລັດທິອື່ນໆ ແລະສີລວັຕ ໃນທັມວິນັຍຕະຖາຄົຕເອງດ້ວຍ ກໍລະນີບັນລຸຕາມລໍາດັບນັ້ນ ສີລວັຕ ຂອງລັດທິອື່ນໆ ຈະຖືກລະໃນຊ່ວງໂສດາບັນທີ່ເອີ້ນວ່າ ສີລັບພະຕະປະຣາມາສະ].
ພິກຂຸ ທ. ! ເມື່ອບໍ່ເຮັດຄວາມຢຶດໝັ້ນທັງຫຼາຍ ໃຫ້ເກີດຂຶ້ນ ຍ່ອມບໍ່ຫວັ່ນໃຈໄປຕາມສິ່ງໃດໆ, ເມື່ອບໍ່ຫວັ່ນໃຈ ຍ່ອມດັບສະນິສສະເພາະຕົນໂດຍແທ້. ພິກຂຸນັ້ນຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ, ພຣົມມະຈັນຣຍ໌ຢູ່ຈົບແລ້ວ, ກິດທີ່ຄວນເຮັດ ໄດ້ເຮັດສໍາເລັດແລ້ວ, ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້ແລ.
- ມູ. ມ. ໑໒/໑໓໕/໑໕໘.
໕໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄວາມບໍ່ຕົກໃຈຕື່ນຢ້ານເພາະບໍ່ມີອຸປາທານ
(ເລື່ອງຄວນເບິ່ງປະກອບ ໃນປະຕິຈຈ. ໂອ. ໜ້າ ໑໙໘ ສັງເກດໃນເລື່ອງ ໑) ປຸຖຸຊົນ ຜູ້ບໍ່ໄດ້ສະດັບ
ກັບອະຣິຍະສາວົກ ທີ່ໄດ້ສະດັບ ໒) ຄວາມເໝືອນແລະຕ່າງກັນ ໃນການເຫັນທັມ)
ພິກຂຸ ທ. ! ເຮົາຈະສະແດງ.... ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານ ແກ່ພວກເຈົ້າ. ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ ຈົ່ງຕັ້ງໃນໃຈໃຫ້ສໍາເລັດ ປະໂຍຊນ໌ ເຮົາຈະກ່າວບັດນີ້....
ພິກຂຸ ທ. ! ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານນັ້ນ ເປັນແນວໃດໜໍ ?
ພິກຂຸ ທ. ! ໃນກໍລະນີນີ້ ອະຣິຍະສາວົກ ຜູ້ມີການສະດັບ ໄດ້ເຫັນພຣະອະຣິຍະເຈົ້າ ເປັນຜູ້ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ໄດ້ເຫັນສັຕບຸຣຸສ ເປັນຜູ້ສະຫຼາດ ໃນທັມຂອງສັຕບຸຣຸສ ໄດ້ຮັບການແນະນໍາໃນທັມຂອງສັຕບຸຣຸສ, ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາຊຶ່ງຮູບໂດຍຄວາມເປັນຕົນແດ່ ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນວ່າມີຮູບແດ່ ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບໃນຕົນແດ່ ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນໃນຮູບແດ່; ເຖິງແມ່ນຮູບນັ້ນ ແປປ່ຽນໄປ ເປັນຄວາມມີໂດຍປະການອື່ນ ແກ່ອະຣິຍະສາວົກນັ້ນ ວິນຍານຂອງອະຣິຍະສາວົກນັ້ນ ກໍບໍ່ເປັນວິນຍານທີ່ປ່ຽນແປງ ໄປຕາມຄວາມແປປ່ຽນຂອງຮູບ ເພາະຄວາມແປປ່ຽນຂອງຮູບ ໄດ້ມີໂດຍປະການອື່ນ; (ເມື່ອເປັນເຊັ່ນນັ້ນ) ຄວາມເກີດຂຶ້ນແຫ່ງທັມເປັນເຄື່ອງສະດຸ້ງຫວາດສຽວ ຊຶ່ງເກີດມາຈາກຄວາມປ່ຽນແປງ ໄປຕາມຄວາມແປປ່ຽນຂອງຮູບ ຍ່ອມບໍ່ສຸບງໍາຈິຕຂອງອະຣິຍະສາວົກນັ້ນ ຕັ້ງຢູ່, ເພາະຄວາມທີ່ຈິຕ ບໍ່ຖືກສຸບງໍາດ້ວຍທັມ ເປັນເຄື່ອງສະດຸ້ງຫວາດສຽວ ອະຣິຍະສາວົກນັ້ນ ກໍບໍ່ເປັນຜູ້ສະດວດ ຕື່ນສະດຸ້ງ ບໍ່ຄັບແຄ້ນ ບໍ່ພະວ້າພະວົງ ແລະ ບໍ່ສະດຸ້ງຫວາດສຽວຢູ່ເພາະບໍ່ມີອຸປາທານ.








