ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຕະຫຼອດກາລພຽງໃດທີ່ດວງຈັນ ແລະດວງອາທິຕຍັງບໍ່ບັງເກີດຂຶ້ນໃນໂລກກ່ອນ ; ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງ (ໃຫ້) ສະຫວ່າງອັນໃຫຍ່ຫຼວງ ກໍຍັງບໍ່ມີຕະຫຼອດກາລພຽງນັ້ນ. ໃນກາລນັ້ນມີຢູ່ແຕ່ຄວາມມືດ ເປັນຄວາມມືດຊຶ່ງສ້າງຄວາມບອດ. ກາງຄືນກາງເວັນກໍຍັງບໍ່ປາກົດ, ເດືອນຫຼືເຄິ່ງເດືອນກໍບໍ່ປາກົດ, ລະດູຫຼືປີກໍບໍ່ປາກົດກ່ອນ. ພິກຂຸ ທ. ! ແຕ່ວ່າ ໃນກາລໃດ ດວງຈັນ ແລະດວງອາທິຕບັງເກີດຂຶ້ນໃນໂລກ ; ໃນກາລນັ້ນຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງ (ໃຫ້) ສະຫວ່າງອັນໃຫຍ່ຫຼວງຍ່ອມມີ. ໃນກາລນັ້ນ ຍ່ອມ ບໍ່ມີຄວາມມືດ ອັນເປັນຄວາມມືດຊຶ່ງສ້າງຄວາມບອດ. ລໍາດັບນັ້ນກາງຄືນກາງເວັນຍ່ອມປາກົດ, ເດືອນຫຼືເຄິ່ງເດືອນຍ່ອມປາກົດ, ລະດູຫຼືປີຍ່ອມປາກົດ, ນີ້ເຊັ່ນໃດ ;

໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ຕະຫຼອດກາລພຽງໃດ ທີ່ຕະຖາຄົຕຜູ້ອະຣະຫັນຕະ ສັມມາສັມພຸດທະ ຍັງບໍ່ບັງເກີດຂຶ້ນໃນໂລກ ; ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງ(ໃຫ້)ສະຫວ່າງອັນໃຫຍ່ຫຼວງ ກໍຍັງບໍ່ມີຕະຫຼອດກາລພຽງນັ້ນ. ໃນກາລນັ້ນມີຢູ່ແຕ່ຄວາມມືດ ເປັນຄວາມມືດຊຶ່ງສ້າງຄວາມບອດ. ການບອກ ການ ສະແດງ ການບັນຍັຕ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກແຈກແຈງ ການເຮັດໃຫ້ເຂົ້າໃຈໄດ້ງ່າຍ ຊຶ່ງອະຣິຍະສັຈຈ໌ທັງສີ່ ກໍຍັງບໍ່ມີກ່ອນ. ພິກຂຸ ທ. ! ແຕ່ວ່າໃນກາລໃດແລ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ບັງເກີດຂຶ້ນໃນໂລກ ; ໃນກາລນັ້ນ ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງ (ໃຫ້) ສະຫວ່າງອັນໃຫຍ່ຫຼວງຍ່ອມມີ. ໃນກາລນັ້ນຍ່ອມບໍ່ມີຄວາມມືດ ອັນເປັນຄວາມມືດ ຊຶ່ງສ້າງຄວາມບອດ. ລໍາດັບນັ້ນ ຍ່ອມມີການບອກ ການສະແດງ ການບັນຍັຕ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກແຈກແຈງ ການເຮັດໃຫ້ເຂົ້າໃຈໄດ້ງ່າຍ ຊຶ່ງອະຣິຍະສັຈຈ໌ທັງສີ່. ຊຶ່ງອະຣິຍະສັຈຈ໌ທັງສີ່ ແນວໃດໜໍ ? ຄື ຊຶ່ງທຸກຂະອະຣິຢະສັຈຈະ ທຸກຂະສະມຸທະຢະອະຣິຢະສັຈຈະ ທຸກຂະນິໂຣທະອະຣິຢະສັຈຈະ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຢະສັຈຈະ.

ພິກຂຸ ທ. ! ເພາະເຫຕນັ້ນໃນກໍລະນີນີ້ ພວກເຈົ້າ ຕ້ອງປະກອບໂຢຄະກັມ ເພື່ອໃຫ້ຮູ້ວ່າ “ນີ້ທຸກຂ໌, ນີ້ທຸກຂະສະມຸທະຢະ, ນີ້ທຸກຂະນິໂຣທະ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໕໓/໑໗໒໑.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໑

ອະຣິຍະສັຈຈ໌ສີ່ ເປັນສິ່ງທີ່ຄົງທີ່ບໍ່ຮູ້ຈັກປ່ຽນແປງ

ພິກຂຸ ທ. ! ມີຂອງສີ່ຢ່າງ ຊຶ່ງຄົງທີ່ ບໍ່ປ່ຽນຈາກຄວາມຄົງທີ່ ບໍ່ໄປສູ່ຄວາມມີຄວາມເປັນໂດຍປະການອື່ນ. ຂອງສີ່ຢ່າງນັ້ນ ເຫຼົ່າໃດໜໍ ? ຂອງສີ່ຢ່າງນັ້ນ ຄືຄວາມຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, (ທັງສີ່ຢ່າງນັ້ນ) ເປັນຂອງຄົງທີ່ ບໍ່ປ່ຽນຈາກຄວາມຄົງທີ່ ບໍ່ໄປສູ່ຄວາມມີຄວາມເປັນໂດຍປະການອື່ນ ;” ດັ່ງນີ້. ພິກຂຸ ທ. ! ນີ້ແຫຼະເປັນຂອງສີ່ຢ່າງ ຊຶ່ງຄົງທີ່ ບໍ່ປ່ຽນຈາກຄວາມຄົງທີ່ ບໍ່ໄປສູ່ຄວາມມີຄວາມເປັນໂດຍປະການອື່ນ.

ພິກຂຸ ທ. ! ເພາະເຫຕນັ້ນໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ ຕາມເປັນຈິງວ່າ “ນີ້ເປັນ ທຸກຂ໌, ນີ້ເປັນ ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;” ດັ່ງນີ້ເຖີ້ນ.

- ມະຫາວາຣະ. ສັງ. ໑໙/໕໓໙/໑໖໙໗.

ສຸຂທີ່ສັຕໂລກຄວນຢ້ານແລະບໍ່ຄວນຢ້ານ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ