ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ໃນກໍລະນີ ແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ຕຣັດໄວ້ເຊັ່ນດຽວກັນກັບ ໃນກໍລະນີແຫ່ງຮູບນີ້ທຸກປະການ ຕ່າງກັນແຕ່ຊື່ຂັນທ໌ເທົ່ານັ້ນ ແລ້ວຕຣັດຕໍ່ໄປວ່າ :-)
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໐໑
ພິກຂຸ ທ. ! ເຈົ້າຈະສໍາຄັນ ຄວາມຂໍ້ນີ້ວ່າແນວໃດ : ຮູບທ່ຽງຫຼືບໍ່ທ່ຽງ ? “ບໍ່ທ່ຽງ ຂ້ານ້ອຍ !” ສິ່ງໃດທີ່ບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫຼືເປັນສຸຂໜໍ ? “ເປັນທຸກຂ໌ ຂ້ານ້ອຍ !” ສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ຄວນຫຼືໜໍທີ່ຈະຕາມເຫັນສິ່ງນັ້ນວ່າ “ນັ້ນຂອງເຮົາ (ເອຕັງ ມະມະ) ນັ້ນເປັນເຮົາ (ເອໂສຫະມັສສະມິ) ນັ້ນເປັນອັຕຕາຂອງເຮົາ (ເອໂສ ເມ ອັຕຕາ)” ດັ່ງນີ້. “ບໍ່ຄວນເຫັນເຊັ່ນນັ້ນ ຂ້ານ້ອຍ !”
(ໃນກໍລະນີ ແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດຖາມ ແລະພິກຂຸທູນຕອບເຊັ່ນດຽວກັນກັບ ໃນກໍລະນີແຫ່ງຮູບທຸກປະການ ຕ່າງແຕ່ຊື່ຂັນທ໌ເທົ່ານັ້ນແລ້ວ ຕຣັດຕໍ່ໄປວ່າ :-)
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຮູບຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີຕ ອະນາຄົຕ ແລະປັຈຈຸບັນ ມີໃນພາຍໃນ ຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃນທີ່ໃກ້ກໍຕາມ ຮູບທັງໝົດນັ້ນ ບຸຄຄົລ ຍ່ອມເຫັນດ້ວຍປັນຍາໂດຍຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເປັນເຮົາ (ເນໂສຫະມັສສະມິ) ນັ້ນບໍ່ແມ່ນອັຕຕາຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້. (ໃນກໍລະນີ ແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ຕຣັດເຊັ່ນດຽວກັບ ໃນກໍລະນີແຫ່ງຮູບແລ້ວ ຕຣັດຕໍ່ໄປວ່າ:-)
ພິກຂຸ ທ. ! ອະຣິຍະສາວົກນີ້ ເຮົາກ່າວວ່າ ເຂົາຍ່ອມຫຍຸບ ຍ່ອມບໍ່ກໍ່; ຍ່ອມຂວ່າງຖິ້ມ ຍ່ອມບໍ່ຖືເອົາ, ຍ່ອມເຮັດໃຫ້ກະຈັດກະຈາຍ ຍ່ອມບໍ່ເຮັດໃຫ້ເປັນກອງ; ຍ່ອມເຮັດໃຫ້ມອດ ຍ່ອມບໍ່ເຮັດໃຫ້ລຸກວາບ.
ອະຣິຍະສາວົກນັ້ນ ຍ່ອມຫຍຸບ ຍ່ອມບໍ່ກໍ່ຊຶ່ງອັນໃດ ? ເຂົາຍ່ອມຫຍຸບ ຍ່ອມບໍ່ກໍ່ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ.
ອະຣິຍະສາວົກນັ້ນ ຍ່ອມຂ່ວາງຖິ້ມ ຍ່ອມບໍ່ຖືເອົາຊຶ່ງອັນໃດ ? ເຂົາຍ່ອມຂວ່າງຖິ້ມ ຍ່ອມບໍ່ຖືເອົາ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ.
໕໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອະຣິຍະສາວົກນັ້ນ ຍ່ອມເຮັດໃຫ້ກະຈັດກະຈາຍ ຍ່ອມບໍ່ເຮັດໃຫ້ເປັນກອງຊຶ່ງອັນໃດ ? ເຂົາຍ່ອມເຮັດໃຫ້ຈັດກະຈາຍ ຍ່ອມບໍ່ເຮັດໃຫ້ເປັນກອງ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ.
ອະຣິຍະສາວົກນັ້ນ ຍ່ອມເຮັດໃຫ້ມອດ ຍ່ອມບໍ່ເຮັດໃຫ້ລຸກວາບ ຊຶ່ງອັນໃດ ? ເຂົາ ຍ່ອມເຮັດໃຫ້ມອດ ຍ່ອມບໍ່ເຮັດໃຫ້ລຸກວາບ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ.
ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີການສະດັບ ເມື່ອເຫັນຢູ່ເຊັ່ນນີ້ ຍ່ອມເບື່ອໜ່າຍແມ່ນໃນຮູບ ແມ່ນໃນເວທະນາ ແມ່ນໃນສັນຍາ ແມ່ນໃນສັງຂາຣ ແມ່ນໃນວິນຍານ. ເມື່ອເບື່ອໜ່າຍ ຍ່ອມຄາຍກໍາໜັດ, ເພາະຄວາມຄາຍກໍາໜັດ ຍ່ອມຫຼຸດພົ້ນ, ເມື່ອຫຼຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າ ຫຼຸດພົ້ນແລ້ວ. ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ໄດ້ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພິກຂຸ ທ. ! ພິກຂຸນີ້ ເຮົາເອີ້ນວ່າ ບໍ່ກໍ່ຢູ່ ບໍ່ຫຍຸບຢູ່ ແຕ່ເປັນອັນວ່າຫຍຸບແລ້ວດໍາລົງຢູ່; ບໍ່ຂວ່າງຖິ້ມຢູ່ ບໍ່ຖືເອົາຢູ່ ແຕ່ເປັນອັນວ່າຂວ່າງຖິ້ມແລ້ວ ດໍາລົງຢູ່. ບໍ່ເຮັດໃຫ້ກະຈັດກະຈາຍຢູ່ ບໍ່ເຮັດໃຫ້ເປັນກອງຢູ່ ແຕ່ເປັນອັນວ່າ ເຮັດໃຫ້ກະຈັດ ກະຈາຍແລ້ວ ດໍາລົງຢູ່; ບໍ່ເຮັດໃຫ້ມອດຢູ່ ບໍ່ເຮັດໃຫ້ລຸກວາບຢູ່ ແຕ່ເປັນອັນວ່າເຮັດໃຫ້ມອດແລ້ວ ດໍາລົງຢູ່.
ພິກຂຸນັ້ນ ບໍ່ກໍ່ຢູ່ ບໍ່ຫຍຸບຢູ່ ແຕ່ເປັນອັນວ່າຫຍຸບ ຊຶ່ງອັນໃດແລ້ວ ດຳລົງຢູ່ ? ເຂົາບໍ່ກໍ່ຢູ່ ບໍ່ຫຍຸບຢູ່ ແຕ່ເປັນອັນວ່າຫຍຸບ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ ແລ້ວດໍາລົງຢູ່.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໐໓








