ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເຂົາເມື່ອຕາມລະລຶກ ຍ່ອມຕາມລະລຶກເຖິງ ຊຶ່ງ ເວທະນາ ນັ້ນແລ ວ່າ “ໃນອະດີຕກາລຍາວໄກ ເຮົາເປັນຜູ້ມີເວທະນາເຊັ່ນນີ້” ດັ່ງນີ້ ແດ່;

ພິກຂຸ ທ. ! ເຂົາເມື່ອຕາມລະລຶກ ຍ່ອມຕາມລະລຶກເຖິງ ຊຶ່ງ ສັນຍາ ນັ້ນແລ ວ່າ “ໃນອະດີຕກາລຍາວໄກ ເຮົາເປັນຜູ້ມີສັນຍາເຊັ່ນນີ້” ດັ່ງນີ້ ແດ່;

ພິກຂຸ ທ. ! ເຂົາເມື່ອຕາມລະລຶກ ຍ່ອມຕາມລະລຶກເຖິງ ຊຶ່ງ ສັງຂາຣ ນັ້ນແລ ວ່າ “ໃນອະດີຕກາລຍາວໄກ ເຮົາເປັນຜູ້ມີສັງຂາຣເຊັ່ນນີ້” ດັ່ງນີ້ ແດ່;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໙໙

ພິກຂຸ ທ. ! ເຂົາເມື່ອຕາມລະລຶກ ຍ່ອມຕາມຣະລຶກເຖິງ ຊຶ່ງ ວິນຍານ ນັ້ນແລ ວ່າ “ໃນອະດີຕກາລຍາວໄກ ເຮົາເປັນຜູ້ມີວິນຍານເຊັ່ນນີ້” ດັ່ງນີ້ ແດ່.

ພິກຂຸ ທ. ! ເປັນຫຍັງເຂົາຈຶ່ງກ່າວກັນວ່າ ຮູບ ? ພິກຂຸ ທ. ! ທັມມະຊາດນັ້ນຍ່ອມສະຫຼາຍ (ຣຸປປະຕິ) ເຫຕນັ້ນຈຶ່ງເອີ້ນວ່າ ຮູບ. ສະຫຼາຍເພາະອັນໃດ ?ສະຫຼາຍເພາະຄວາມເຢັນແດ່ ເພາະຄວາມຮ້ອນແດ່ ເພາະຄວາມຫິວແດ່ ເພາະຄວາມກະຫາຍແດ່ ເພາະການສັມຜັສກັບເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານແດ່. ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມສະຫຼາຍເຫຕນັ້ນຈຶ່ງ ເອີ້ນວ່າ ຮູບ.

ພິກຂຸ ທ. ! ເປັນຫຍັງເຂົາຈຶ່ງກ່າວກັນວ່າ ເວທະນາ ? ພິກຂຸ ທ. ! ທັມມະຊາດນັ້ນອັນ (ບຸຄຄົລ) ຮູ້ສຶກໄດ້ (ເວທະຢະຕິ) ເຫຕນັ້ນຈຶ່ງ ເອີ້ນວ່າ ເວທະນາ. ຮູ້ສຶກຊຶ່ງອັນໃດ ? ຮູ້ສຶກຊຶ່ງສຸຂແດ່ ຊຶ່ງທຸກຂ໌ແດ່ ຊຶ່ງອະທຸກຂະມະສຸຂະແດ່, ພິກຂຸ ທ. ! ທັມມະຊາດນັ້ນ ອັນບຸຄຄົລຮູ້ສຶກໄດ້ ເຫຕນັ້ນຈຶ່ງ ເອີ້ນວ່າ ເວທະນາ.

ພິກຂຸ ທ. ! ເປັນຫຍັງເຂົາຈຶ່ງກ່າວກັນວ່າ ສັນຍາ ? ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມໝາຍຮູ້ໄດ້ພ້ອມ (ສັນຊານາຕິ) ເຫຕນັ້ນຈຶ່ງເອີ້ນວ່າ ສັນຍາ. ໝາຍຮູ້ໄດ້ພ້ອມ ຊຶ່ງອັນໃດ ? ໝາຍຮູ້ໄດ້ພ້ອມ ຊຶ່ງສີຂຽວແດ່ ຊຶ່ງສີເຫຼືອງແດ່ ຊຶ່ງສີແດງແດ່ ຊຶ່ງສີຂາວແດ່. ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມໝາຍຮູ້ໄດ້ພ້ອມ ເຫຕນັ້ນຈຶ່ງ ເອີ້ນວ່າ ສັນຍາ.

ພິກຂຸ ທ. ! ເປັນຫຍັງເຂົາຈຶ່ງກ່າວກັນວ່າ ສັງຂາຣ ? ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມປຸງແຕ່ງ (ອະພິສັງຂະໂຣນຕິ) ໃຫ້ເປັນຂອງປຸງແຕ່ງ ເຫຕນັ້ນຈຶ່ງ ເອີ້ນວ່າ ສັງຂາຣ. ປຸງແຕ່ງອັນໃດໃຫ້ເປັນຂອງປຸງແຕ່ງ ? ປຸງແຕ່ງຮູບໃຫ້ເປັນຂອງປຸງແຕ່ງໂດຍຄວາມເປັນຮູບ

໕໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ປຸງແຕ່ງເວທະນາ ໃຫ້ເປັນຂອງປຸງແຕ່ງໂດຍຄວາມເປັນເວທະນາ ປຸງແຕ່ງສັນຍາ ໃຫ້ເປັນຂອງປຸງແຕ່ງໂດຍຄວາມເປັນສັນຍາ ປຸງແຕ່ງສັງຂາຣໃຫ້ເປັນຂອງປຸງແຕ່ງໂດຍຄວາມເປັນສັງຂາຣ ປຸງແຕ່ງວິນຍານໃຫ້ເປັນຂອງປຸງແຕ່ງໂດຍຄວາມເປັນ ວິນຍານ. ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມປຸງແຕ່ງໃຫ້ເປັນຂອງປຸງແຕ່ງ ເຫຕນັ້ນຈຶ່ງເອີ້ນວ່າ ສັງຂາຣ.

ພິກຂຸ ທ. ! ເປັນຫຍັງເຂົາຈຶ່ງກ່າວກັນວ່າ ວິນຍານ ? ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມຮູ້ແຈ້ງ (ວິຊານາຕິ) ເຫຕນັ້ນຈຶ່ງເອີ້ນວ່າ ວິນຍານ. ຮູ້ແຈ້ງ ຊຶ່ງອັນໃດ ? ຮູ້ແຈ້ງຊຶ່ງຄວາມສົ້ມແດ່ ຊຶ່ງຄວາມຂົມແດ່ ຊຶ່ງຄວາມເຜັດຮ້ອນແດ່ ຊຶ່ງຄວາມຫວານແດ່ ຊຶ່ງຄວາມຂື່ນແດ່ ຊຶ່ງຄວາມບໍ່ຂື່ນແດ່ ຊຶ່ງຄວາມເຄັມແດ່ ຊຶ່ງຄວາມບໍ່ເຄັມແດ່. ພິກຂຸ ທ. ! ທັມມະຊາດນັ້ນ ຍ່ອມຮູ້ແຈ້ງ ເຫຕນັ້ນຈຶ່ງເອີ້ນວ່າ ວິນຍານ.

ພິກຂຸ ທ. ! ໃນຂັນທ໌ທັງຫ້ານັ້ນ ອະຣິຍະສາວົກ ຜູ້ມີການສະດັບ ຍ່ອມພິຈາຣະນາ ເຫັນໂດຍແຈ່ມແຈ້ງດັ່ງນີ້ວ່າ “ໃນກາລນີ້ ເຮົາຖືກຮູບຄ້ຽວກິນຢູ່, ແມ່ນວ່າໃນອະດີຕຕະກາລຍາວໄກ ເຮົາກໍຖືກຮູບຄ້ຽວກິນແລ້ວ ເໝືອນກັບທີ່ຖືກຮູບອັນເປັນປັຈຈຸບັນຄ້ຽວກິນຢູ່ ໃນກາລນີ້ເຊັ່ນໃດກໍເຊັ່ນນັ້ນ. ຖ້າເຮົາເພີດເພີນຕໍ່ຮູບໃນອະນາຄົຕ, ແມ່ນວ່າໃນອະນາຄົຕຍາວໄກ ເຮົາກໍຈະຖືກຮູບຄ້ຽວກິນ ເໝືອນກັບທີ່ເຮົາຖືກຮູບ ອັນເປັນປັຈຈຸບັນຄ້ຽວກິນຢູ່ ໃນກາລນີ້ເຊັ່ນໃດກໍເຊັ່ນນັ້ນ”. ອະຣິຍະສາວົກນັ້ນ ພິຈາ ຣະນາເຫັນດັ່ງນີ້ແລ້ວ ຍ່ອມເປັນຜູ້ ບໍ່ເພັ່ງຕໍ່ຮູບ ອັນເປັນອະດີຕ ບໍ່ເພີດເພີນໃນຮູບອະນາຄົຕ ຍ່ອມເປັນຜູ້ ປະຕິບັຕ ເພື່ອເບື່ອໜ່າຍ ຄາຍກໍາໜັດ ດັບບໍ່ເຫຼືອແຫ່ງຮູບ ອັນເປັນປັຈຈຸບັນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ