ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸນັ້ນ ບໍ່ຂວ່າງຖິ້ມຢູ່ ບໍ່ຖືເອົາຢູ່ ແຕ່ເປັນອັນວ່າຂວ່າງຖິ້ມ ຊຶ່ງອັນໃດແລ້ວດຳລົງຢູ່ ? ເຂົາບໍ່ຂວ່າງຖິ້ມຢູ່ ບໍ່ຖືເອົາຢູ່ ແຕ່ເປັນອັນວ່າຂວ່າງຖິ້ມ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ ແລ້ວດໍາລົງຢູ່.
ພິກຂຸນັ້ນ ບໍ່ເຮັດໃຫ້ກະຈັດກະຈາຍຢູ່ ບໍ່ເຮັດໃຫ້ເປັນກອງຢູ່ ແຕ່ເປັນອັນວ່າເຮັດໃຫ້ກະຈັດກະຈາຍ ຊຶ່ງອັນໃດແລ້ວ ດໍາລົງຢູ່ ? ເຂົາບໍ່ເຮັດໃຫ້ກະຈັດກະຈາຍຢູ່ ບໍ່ເຮັດໃຫ້ເປັນກອງຢູ່ ແຕ່ເປັນອັນວ່າ ເຮັດໃຫ້ກະຈັດກະຈາຍ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ ແລ້ວດໍາລົງຢູ່.
ພິກຂຸນັ້ນ ບໍ່ເຮັດໃຫ້ມອດຢູ່ ບໍ່ເຮັດໃຫ້ລຸກວາບຢູ່ ແຕ່ເປັນອັນວ່າເຮັດໃຫ້ມອດ ຊຶ່ງອັນໃດແລ້ວ ດໍາລົງຢູ່ ? ເຂົາບໍ່ເຮັດໃຫ້ມອດຢູ່ ບໍ່ເຮັດໃຫ້ລຸກວາບຢູ່ແຕ່ເປັນອັນວ່າ ເຮັດໃຫ້ມອດ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ ແລ້ວດໍາລົງຢູ່.
ພິກຂຸ ທ. ! ເທວະດາທັງຫຼາຍ ພ້ອມທັງອິນທາ ພຣົມ ແລະປະຊາບໍດີ ຍ່ອມນະມັດສະກາຣະພິກຂຸ ຜູ້ມີຈິຕຫຼຸດພົ້ນແລ້ວເຊັ່ນນີ້ ມາຈາກທີ່ໄກນັ້ນກ່າວວ່າ :-
“ຂ້າແຕ່ທ່ານບຸຣຸສອາຊາໄນ ! ຂ້າແຕ່ທ່ານບຸຣຸສຜູ້ສູງສຸດ ! ຂ້າພະເຈົ້າຂໍນະມັດສະກາຣະທ່ານ ເພາະຂ້າພະເຈົ້າ ບໍ່ອາດຈະຮູ້ສິ່ງ ຊຶ່ງທ່ານອາໄສແລ້ວເພັ່ງຂອງທ່ານ” (“ນະໂມ ເຕປຸຣິສາຊະ ນະໂມ ເຕ ປຸຣິສຸຕຕະມະ ຢັສສະເຕ ນາພິຊາ ນາມະຢັມປິ ນິສສາຢະ ຊາຢະສີຕິຯ”) ດັ່ງນີ້.
(ເບິ່ງອະທິບາຍເພີ່ມເຕີມໃນເຫຼັ້ມນີ້ໜ້າ ໗໘໕)
- ຂັນທະ. ສັງ. ໑໗/໑໐໕-໑໑໐/໑໕໘-໑໖໔.
[ຂໍໃຫ້ຜູ້ສຶກສາ ສັງເກດໃຫ້ເຫັນ ວ່າປຸບເພນິວາສານຸສສະຕິຍານຕາມນັຍນີ້ ບໍ່ຂັດຕໍ່ຫຼັກມະຫາປະເທດ ແຫ່ງມະຫາປະຣິນິພພານສູຕ (ສຸຕເຕ ໂອສາເຣຕັພພັງ ວິນະເຢ ສັນທັດເສຕັພພັງ), ແລະບໍ່ມີລັກສະນະແຫ່ງສັສສະຕະທິຕຖິ ດັ່ງທີ່ກ່າວໄວ້ ໃນນິດເທສະແຫ່ງ ວິຊຊາສາມ ທົ່ວໆໄປ. ຂໍໃຫ້ນັກສຶກສາ ຈົ່ງພິຈາຣະນາເບິ່ງເປັນພິເສດດ້ວຍ]
໕໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອະຣິຢະວິໂມກຂ໌ ຄື ອະມະຕະທັມ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອະຣິຢະວິໂມກຂ໌ (ຄວາມພົ້ນພິເສດອັນປະເສີດ) ເປັນແນວໃດໜໍ ?”
ອານົນທ໌ ! ອະຣິຍະສາວົກ ໃນກໍລະນີນີ້ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ :-
໑. ກາມທັງຫຼາຍ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ກາມທັງຫຼາຍ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ;
໒. ກາມະສັນຍາ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ກາມະສັນຍາ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ;
໓. ຮູບທັງຫຼາຍ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ຮູບທັງຫຼາຍ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ;
໔. ຮູບສັນຍາທັງຫຼາຍ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ຮູບທັງຫຼາຍ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ ;
໕. ອາເນນຊະສັນຍາ ເຫຼົ່າໃດດ້ວຍ,
໖. ອາກິນຈັນຍາຢະຕະນະສັນຍາ ເຫຼົ່າໃດດ້ວຍ;
໗. ເນວະສັນຍານາສັນຍາຢະຕະນະສັນຍາ ເຫຼົ່າໃດດ້ວຍ.
(ທັມທັງໝົດເຈັດໝູ່) ນັ້ນ (ລ້ວນແຕ່) ເປັນສັກກາຢະ. ສັກກາຢະ ມີປະມານເທົ່າໃດ, ອະມະຕະທັມນັ້ນ ຄືວິໂມກຂ໌ແຫ່ງຈິຕ ເພາະຄວາມບໍ່ຢຶດໝັ້ນ ຊຶ່ງສັກກາຢະ ມີປະມານເທົ່ານັ້ນ.
ອານົນທ໌ ! ດ້ວຍອາການເຊັ່ນນີ້ແລ ເປັນອັນວ່າ ອາເນນຊະສັບປາຢະປະຕິປະທາ ເຮົາສະແດງແລ້ວ, ອາກິນຈັນຍາຢະຕະນະສັບປາຢະປະຕິປະທາ ເຮົາສະແດງແລ້ວ, ເນວະສັນຍານາສັນຍາຢະຕະນະສັບປາຢະປະຕິປະທາ ເຮົາສະແດງແລ້ວ, ການອາໄສແລ້ວໆ ຊຶ່ງສັບປາຢະປະຕິປະທາ (ຕາມລໍາດັບໆ) ແລ້ວຂ້າມໂອຄະເສຍໄດ້ ເຮົາກໍສະແດງແລ້ວ, ນັ້ນແຫຼະ ຄື ອະຣິຢະວິໂມກຂະ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໐໕








