ອະຣິຍະສັຈພາກຕົ້ນ
ໜ້າ/ 382
໔. ວັດສະ ! ເຈົ້າ ຈະມີໄດ້ຕາມທີ່ເຈົ້າຫວັງ ຄື ລະລຶກໄດ້ເຖິງຂັນທ໌ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ ຄືລະລຶກໄດ້ຊາດໜຶ່ງແດ່ ສອງຊາດ ສາມຊາດ ສີ່ຊາດ ຫ້າຊາດແດ່, ສິບຊາດ ຊາວຊາດ ສາມສິບຊາດ ສີ່ສິບຊາດ ຫ້າສິບຊາດແດ່, ຮ້ອຍຊາດ ພັນຊາດ ແສນຊາດແດ່, ຕະຫຼອດຫຼາຍສັງວັຕຕະກັບ ຫຼາຍວິວັຕຕະກັບ ຫຼາຍສັງວັຕຕະກັບ ແລະວິວັຕຕະກັປແດ່, ວ່າເມື່ອເຮົາຢູ່ໃນພົບພູ້ນ ມີຊື່ເຊັ່ນນັ້ນ ມີໂຄຕ ມີວັນນະ ມີອາຫາຣເຊັ່ນນັ້ນໆ, ສະເຫວີຍສຸຂ ແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ; ຄັນຈຸຕິຈາກພົບນັ້ນແລ້ວ ໄດ້ເກີດໃນພົບພູ້ນ ມີຊື່ໂຄຕ ວັນນະ ອາຫາຣ ເຊັ່ນນັ້ນໆ, ໄດ້ສະເຫວີຍສຸຂ ແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໙໗
ຄັນຈຸຕິຈາກພົບນັ້ນໆ ໆ ໆ ແລ້ວ ມາເກີດໃນພົບນີ້ ດັ່ງນີ້ : ລະລຶກໄດ້ເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ ພ້ອມທັງອາການ ແລະອຸດເທສະ ດ້ວຍອາການເຊັ່ນນີ້ ດັ່ງນີ້. ໃນ ປຸບເພນິວາສານຸສສະຕິສະຕິຍານະທາຕຸ໑ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດທໍາໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່ໆ.
໕. ວັດສະ ! ເຈົ້າ ຈະມີໄດ້ຕາມທີ່ເຈົ້າຫວັງ ຄື ມີຈັກຂຸອັນເປັນທິບ ບໍຣິສຸດໝົດຈົດ ກ້າວຂ້າມຈັກຂຸຂອງສາມັນຍະມະນຸສສ໌ ເຫັນສັຕທັງຫຼາຍຈຸຕິຢູ່ ບັງເກີດຢູ່, ຕໍ່າຊ້າ-ປານີຕ, ມີວັນນະດີ ມີວັນນະຕ້ອຍຕໍ່າ, ມີທຸກຂ໌ ມີສຸຂ. ຮູ້ແຈ່ມແຈ້ງໝູ່ສັຕຜູ້ເຂົ້າເຖິງຕາມກັມວ່າ “ຜູ້ຈະເຣີນທັງຫຼາຍ ! ສັຕເຫຼົ່ານີ້ໜໍ ປະກອບກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເວົ້າຕິຕຽນພຣະອະຣິຍະເຈົ້າທັງຫຼາຍ ເປັນມິຈສາທິຕຖິ ປະກອບການງານດ້ວຍອໍານາດມິຈສາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ. ທ່ານຜູ້ຈະເຣີນທັງຫຼາຍ ! ສ່ວນສັຕເຫຼົ່ານີ້ໜໍ ປະກອບກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ, ເປັນສັມມາທິຕຖິ ປະກອບການງານດ້ວຍອໍານາດສັມມາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ສຸຄະຕິໂລກສະຫວັນ,” ດັ່ງນີ້; ມີຈັກຂຸທິບ ບໍຣິສຸດໝົດຈົດ ກ້າວຂ້າມຈັກຂຸສາມັນມະນຸສສ໌ ເຫັນເຫຼົ່າສັຕຜູ້ຈຸຕິຢູ່ ບັງເກີດຢູ່ ຕໍ່າຊາມ-ປານີດ ມີວັນນະດີ ວັນນະຕ້ອຍຕໍ່າ ມີທຸກຂ໌ ມີສຸຂ ຮູ້ແຈ່ມແຈ້ງໝູ່ສັຕ ຜູ້ເຂົ້າເຖິງຕາມກັມໄດ້ດັ່ງນີ້. ໃນ ຈຸຕຸປະປາຕະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່ໆ.
໑. ມີຄໍາອະທິບາຍ ກ່ຽວກັບປຸບເພນິວາສານຸສສະຕິຍານະທາຕຸ ທີ່ແຈ່ມແຈ້ງຢູ່ໃນຫົວຂໍ້ທີ່ຖັດໄປຈາກຫົວຂໍ້ນີ້
ຄື ຫົວຂໍ້ທີ່ວ່າ “ປຸບເພນິວາສານຸສສະຕິຍານທີ່ແທ້ຈິງ”.
໔໙໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
໖. ວັດສະ ! ເຈົ້າ ຈະໄດ້ຕາມທີ່ເຈົ້າຫວັງ ຄື ເຮັດໃຫ້ແຈ້ງໄດ້ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສາວະສະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ດັ່ງນີ້. ໃນ ອາສະວັກຂະຢະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຍັງມີຢູ່ໆ.
- ມ. ມ. ໑໓/໒໕໗-໒໖໑/໒໖໑-໒໖໖.
ຄໍາອະທິບາຍປຸບເພນິວາສານຸສສະຕິຍານທີ່ແທ້ຈິງ
(ຍານຢັ່ງຮູ້ອະດີຕ) ຊຶ່ງບໍ່ເປັນສັສສະຕະທິຕຖິ
ຄໍາອະທິບາຍ ຄວາມໝາຍຂອງຂັນທ໌ ໕ ຄໍາອະທິບາຍອາການແຫ່ງການພິຈາຣະນາ ຂອງຜູ້ກໍາລັງປະຕິບັຕ ຈົນເຖິງອາການຂອງຜູ້ປະຕິບັຕທີ່ຫຼຸດພົ້ນແລ້ວ
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ເມື່ອຕາມລະລຶກ ຍ່ອມຕາມລະລຶກເຖິງປຸບເພນິວາສະ ມີຢ່າງເປັນອະເນກ; ສະມະນະຫຼືພຣາມ ເຫຼົ່ານັ້ນທັງໝົດ ຍ່ອມຕາມລະລຶກເຖິງ ຊຶ່ງອຸປາທານຂັນທ໌ທັງຫ້າ ຫຼືຂັນທ໌ໃດຂັນທ໌ໜຶ່ງ ແຫ່ງອຸປາທານຂັນທ໌ ທັງຫ້ານັ້ນ. ຫ້າແນວໃດກັນໜໍ ? ຫ້າຄື :-
ພິກຂຸ ທ. ! ເຂົາເມື່ອຕາມລະລຶກ ຍ່ອມຕາມບະລຶກເຖິງ ຊຶ່ງ ຮູບ ນັ້ນແລ ວ່າ “ໃນອະດີຕກາລຍາວໄກ ເຮົາເປັນຜູ້ມີຮູບເຊັ່ນນີ້” ດັ່ງນີ້ ແດ່;








