ອະຣິຍະສັຈພາກຕົ້ນ
ໜ້າ/ 382
ນັນທິ (ຄວາມເພີນ) ໃນກາມ ກໍບໍ່ນອນຕາມ (ໃນຈິຕ) ຂອງເຂົາ ນັນທິໃນພະຍາບາດ ກໍບໍ່ນອນຕາມ (ໃນຈິຕ) ຂອງເຂົາ; ນັນທິໃນວິຫິງສາ ກໍບໍ່ນອນຕາມ (ໃນຈິຕ) ຂອງເຂົາ; ນັນທິໃນຮູບ ກໍບໍ່ນອນຕາມ (ໃນຈິຕ) ຂອງເຂົາ; ນັນທິໃນ ສັກກາຢະ ກໍບໍ່ນອນຕາມ (ໃນຈິຕ) ຂອງເຂົາ. ເຂົານັ້ນ ເມື່ອກາມະນັນທິ ກໍບໍ່ນອນຕາມພະຍາບາດນັນທິ ກໍບໍ່ນອນຕາມ ວິຫິງສານັນທິ ກໍບໍ່ນອນຕາມ ຣູປະນັນທິ ກໍບໍ່ນອນຕາມ ສັກກາຢະນັນທິ ກໍບໍ່ນອນຕາມ ດັ່ງນີ້ແລ້ວ; ພິກຂຸ ທ. ! ເຮົາກ່າວພິກຂຸນີ້ວ່າ ປາສະຈາກອາໄລ ຕັດຕັນຫາຂາດແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ເຮັດທີ່ສຸດແຫ່ງກອງທຸກຂ໌ໄດ້ແລ້ວ ເພາະຮູ້ສະເພາະ ຊຶ່ງມານະໂດຍຊອບ.
ພິກຂຸ ທ. ! ເຫຼົ່ານີ້ແລ ທາຕທີ່ສາມາດສະລັດ ຊຶ່ງສິ່ງທີ່ຄວນສະລັດ ໕ ຢ່າງ.
- ປັນຈກ. ອັງ. ໒໒/໒໗໒/໒໐໐.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໙໕
ທັມມະທາຕຕ່າງໆທີ່ເປັນຜົລຂອງສະມະຖະວິປັສສະນາອັນດັບສຸດທ້າຍ
(ອະພິນຍາຫົກ)
(ເລື່ອງຄວນເບິ່ງປະກອບໃນອະຣິຍະ. ໂອ. ປາຍ. ໜ້າ ໑໕໑໙, ໑໕໕໙, ແລະໃນຂຸມ. ໂອ. ໜ້າ ໒໓໐)
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຜົລເທົ່າໃດ ອັນບຸຄຄົລ ຍ່ອມບັນລຸດ້ວຍເສຂະຍານ ດ້ວຍເສຂະວິຊຊາ ຜົລນັ້ນ ຂ້ານ້ອຍບັນລຸແລ້ວໂດຍລໍາດັບ; ຂໍພຣະຜູ້ມີພຣະພາຄ ຈົ່ງຊົງສະແດງທັມ ທີ່ຍິ່ງຂຶ້ນໄປແກ່ຂ້ານ້ອຍແດ່ເທີ້ນ ຂ້ານ້ອຍ !”
ວັດສະ ! ຖ້າເຊັ່ນນັ້ນ ເຈົ້າຈົ່ງຈະເຣີນທັມທັງສອງ ໃຫ້ຍິ່ງຂຶ້ນໄປ ຄືສະມະຖະ ແລະວິປັສສະນາ, ວັດສະ ! ທັມທັງສອງຄື ສະມະຖະແລະວິປັສສະນາເຫຼົ່ານີ້ແລ ອັນເຈົ້າຈະເຣີນໃຫ້ຍິ່ງຂຶ້ນໄປແລ້ວ ຈະເປັນໄປເພື່ອແທງຕະຫຼອດຊຶ່ງທາຕເປັນອະເນກ ໑ (ກ່າວຄື :-)
໑. ວັດສະ ! ເຈົ້າຈະ ມີໄດ້ໂດຍສະເພາະຊຶ່ງອິດທິວິທີ ມີຢ່າງຕ່າງໆ ຕາມທີ່ເຈົ້າຫວັງ ເຊັ່ນເຈົ້າຫວັງວ່າ ເຮົາຜູ້ດຽວ ແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ເຮັດທີ່ກໍາບັງໃຫ້ເປັນທີ່ແຈ້ງ, ເຮັດທີ່ແຈ້ງໃຫ້ເປັນທີ່ກໍາບັງ, ໄປໄດ້ບໍ່ຂັດຂ້ອງຜ່ານຊອດທະລຸຝາ ຊອດທະລຸກໍາແພງ ຊອດທະລຸພູເຂົາ ດຸດດັ່ງໄປໃນອາກາດ ວ່າງ, ຜຸດຂຶ້ນ ແລະດໍາລົງໃນແຜ່ນດິນໄດ້ເໝືອນໃນນໍ້າ, ຍ່າງໄດ້ເທິງນໍ້າເໝືອນຍ່າງເທິງແຜ່ນດິນ, ທັງທີ່ຍັງນັ່ງຂັດສະມາທິຄູ້ບັນລັງລອຍໄປໄດ້ໃນອາກາດເໝືອນນົກມີປີກ, ລູບຄໍາດວງຈັນແລະດວງອາທິຕ ອັນມີລິດອານຸພາບຫຼາຍເຊັ່ນນີ້ໄດ້ດ້ວຍຝ່າມື, ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້, ດັ່ງນີ້. ໃນ ອິດທິວິທີຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຍັງມີຢູ່ໆ.
໑. ຄໍາວ່າທາຕໃນກໍລະນີນີ້ ໝາຍເຖິງທັມມະທາຕ ເຊັ່ນນິພພານ ກໍເປັນທາຕຢ່າງໜຶ່ງ ເປັນຕົ້ນ
ບໍ່ໄດ້ມີຄວາມໝາຍຢ່າງໃນພາສາໄທ (ຫຼືລາວ).
໔໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
໒. ວັດສະ ! ເຈົ້າຈະມີໄດ້ຕາມທີ່ເຈົ້າຫວັງ ຄື ມີໂສຕະທາຕອັນເປັນທິບ ບໍຣິສຸດໝົດຈົດ ກ້າວຂ້າມໂສຕະແຫ່ງສາມັນມະນຸສສ໌ ໄດ້ຍິນສຽງທັງສອງ ຄື ທັງສຽງທິບ ແລະສຽງມະນຸສສ໌ ທັງທີ່ໄກ ແລະທີ່ໃກ້ດັ່ງນີ້. ໃນ ທິບພະໂສຕະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຍັງມີຢູ່ໆ.
໓. ວັດສະ ! ເຈົ້າ ຈະມີໄດ້ຕາມທີ່ເຈົ້າຫວັງ ຄື ກໍານົດຮູ້ໃຈແຫ່ງສັຕອື່ນບຸຄຄົລອື່ນດ້ວຍໃຈຂອງຕົນ ຄືກໍານົດຮູ້ຈິຕທີ່ມີຣາຄະ ວ່າມີຣາຄະ ກໍານົດຮູ້ຈິຕທີ່ບໍ່ມີຣາຄະ ວ່າບໍ່ມີຣາຄະ ມີໂທສະ ວ່າມີໂທສະ ບໍ່ມີໂທສະ ວ່າບໍ່ມີໂທສະ ມີໂມຫະ ວ່າມີໂມຫະ ບໍ່ມີໂມຫະ ວ່າບໍ່ມີໂມຫະ ຫົດຫູ່ ວ່າຫົດຫູ່ ຟຸ້ງຊ້ານ ວ່າຟຸ້ງຊ້ານ ເຖິງຊຶ່ງຄຸນອັນໃຫຍ່ ວ່າເຖິງຊຶ່ງຄຸນອັນໃຫຍ່ ບໍ່ເຖິງຊຶ່ງຄຸນອັນໃຫຍ່ ວ່າບໍ່ເຖິງຊຶ່ງຄຸນອັນໃຫຍ່ ມີຈິຕອື່ນຍິ່ງກວ່າ ວ່າມີຈິຕອື່ນຍິ່ງກວ່າ ບໍ່ມີຈິຕອື່ນຍິ່ງກວ່າ ວ່າບໍ່ມີຈິຕອື່ນຍິ່ງກວ່າ ຕັ້ງໝັ້ນ ວ່າຕັ້ງໝັ້ນ ບໍ່ຕັ້ງໝັ້ນ ວ່າບໍ່ຕັ້ງໝັ້ນ ຫຼຸດພົ້ນ ວ່າຫຼຸດພົ້ນ ບໍ່ຫຼຸດພົ້ນ ວ່າບໍ່ຫຼຸດພົ້ນ ດັ່ງນີ້. ໃນ ເຈໂຕປະຣິຢະຍານະທາຕຸ ນັ້ນໆ ນັ້ນແຫຼະ ເຈົ້າກໍຈະເຖິງຄວາມສາມາດທຳໄດ້ ຈົນເປັນສັກຂີພະຍານໃນຂະນະທີ່ອາຍະຕະນະຍັງມີຢູ່ໆ.








