ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ໃນກໍລະນີນີ້ ຄືເມື່ອພິກຂຸ ເຮັດໃນໃຈຢູ່ຊຶ່ງກາມທັງຫຼາຍ, ຈິຕກໍບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ ໃນກາມທັງຫຼາຍ; ແຕ່ເມື່ອພິກຂຸນັ້ນເຮັດໃນໃຈຢູ່ຊຶ່ງເນກຂັມມະ, ຈິຕກໍແລ່ນໄປ ກໍເຫຼື້ອມໃສ ກໍຕັ້ງຢູ່ ກໍນ້ອມໄປໃນເນກຂັມມະ. ຈິຕຂອງເຂົານັ້ນ ຊື່ວ່າເຖິງດີ ອົບຮົມດີ ອອກດີ ຫຼຸດພົ້ນດີ ປາສະຈາກກາມທັງຫຼາຍດ້ວຍດີ; ແລະເຂົານັ້ນຫຼຸດພົ້ນແລ້ວ ຈາກອາສະວະທັງຫຼາຍ ອັນກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າ ທີ່ເກີດເພາະກາມເປັນປັຈຈັຍ; ເຂົາກໍບໍ່ຕ້ອງສະເຫວີຍເວທະນານັ້ນ. ອາການເຊັ່ນນີ້ ນີ້ເຮົາກ່າວວ່າ ທາຕເປັນເຄື່ອງສະລັດເສຍຊຶ່ງກາມທັງຫຼາຍ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໙໓

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ, ຄືເມື່ອພິກຂຸ ເຮັດໃນໃຈຢູ່ຊຶ່ງພະຍາບາດ. ຈິຕກໍບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປໃນພະຍາບາດ; ແຕ່ເມື່ອພິກຂຸນັ້ນ ເຮັດໃນໃຈຢູ່ຊຶ່ງອັບພະຍາບາດ, ຈິຕກໍແລ່ນໄປ ເຫຼື້ອມໃສ ກໍຕັ້ງຢູ່ ກໍນ້ອມໄປ ໃນອັບພະຍາບາດ. ຈິຕຂອງເຂົານັ້ນ ຊື່ວ່າເຖິງດີ ອົບຮົມດີ ອອກດີ ຫຼຸດພົ້ນດີ ປາສະຈາກພະຍາບາດດ້ວຍດີ; ແລະເຂົານັ້ນຫຼຸດພົ້ນຈາກອາສະວະທັງຫຼາຍ ອັນກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າ ທີ່ເກີດເພາະພະຍາບາດເປັນປັຈຈັຍ; ເຂົາກໍບໍ່ຕ້ອງສະເຫວີຍເວທະນານນັ້ນ. ອາການເຊັ່ນນີ້ ນີ້ເຮົາກ່າວວ່າ ທາຕເປັນເຄື່ອງສະລັດເສຍຊຶ່ງພະຍາບາດ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ, ຄືເມື່ອພິກຂຸ ເຮັດໃນໃຈຢູ່ຊຶ່ງວິຫິງສາ. ຈິຕກໍບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປໃນວິຫິງສາ; ແຕ່ເມື່ອພິກຂຸນັ້ນ ເຮັດໃນໃຈຢູ່ຊຶ່ງອະວິຫິງສາ, ຈິຕກໍແລ່ນໄປ ກໍເຫຼື້ອມໃສ ກໍຕັ້ງຢູ່ ກໍນ້ອມໄປໃນອະວິຫິງສາ, ຈິຕຂອງເຂົານັ້ນຊື່ວ່າເຖິງດີ ອົບຮົມດີ ອອກດີ ຫຼຸດພົ້ນດີ ປາສະຈາກວິຫິງສາດ້ວຍດີ; ແລະເຂົານັ້ນຫຼຸດພົ້ນແລ້ວ ຈາກອາສະວະທັງຫຼາຍ ອັນກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າທີ່ເກີດເພາະວິຫິງສາເປັນປັຈຈັຍ; ເຂົາກໍບໍ່ຕ້ອງສະເຫວີຍເວທະນານັ້ນ. ອາການເຊັ່ນນີ້ ນີ້ເຮົາກ່າວວ່າ ທາຕເປັນເຄື່ອງສະລັດເສຍຊຶ່ງວິຫິງສາ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ, ຄືເມື່ອພິກຂຸ ເຮັດໃນໃຈຢູ່ຊຶ່ງຮູບທັງຫຼາຍ, ຈິຕກໍບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປໃນຮູບທັງຫຼາຍ; ແຕ່ເມື່ອພິກຂຸນັ້ນ ເຮັດໃນໃຈຢູ່ຊຶ່ງອະຮູບ, ຈິຕກໍແລ່ນໄປ ກໍເຫຼື້ອມໃສ ກໍຕັ້ງຢູ່ ກໍນ້ອມໄປໃນອະຮູບ. ຈິຕຂອງເຂົານັ້ນ ຊື່ວ່າເຖິງດີ ອົບຮົມດີ ອອກດີ ຫຼຸດພົ້ນດີ ປາສະຈາກຮູບທັງຫຼາຍດ້ວຍດີ; ແລະເຂົານັ້ນຫຼຸດພົ້ນແລ້ວ ຈາກອາສະວະທັງຫຼາຍ ອັນກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າທີ່ເກີດເພາະຮູບທັງຫຼາຍເປັນປັຈຈັຍ; ເຂົາກໍບໍ່ຕ້ອງສະເຫວີຍເວທະນານັ້ນ. ອາການເຊັ່ນນີ້ ນີ້ເຮົາກ່າວວ່າ ທາຕເປັນເຄື່ອງສະລັດເສຍຊຶ່ງຮູບທັງຫຼາຍ.

໔໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ, ຄືເມື່ອພິກຂຸ ເຮັດໃນໃຈຢູ່ຊຶ່ງສັກກາຢະ (ຄວາມຢຶດຖືວ່າຕົວຕົນ), ຈິຕກໍບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປໃນສັກກາຢະ, ແຕ່ເມື່ອພິກຂຸນັ້ນ ເຮັດໃນໃຈຢູ່ຊຶ່ງຄວາມດັບແຫ່ງສັກກາຢະ, ຈິຕກໍແລ່ນໄປ ກໍເຫຼື້ອມໃສ ກໍຕັ້ງຢູ່ ກໍນ້ອມໄປ ໃນຄວາມດັບແຫ່ງສັກກາຢະ, ຈິຕຂອງເຂົານັ້ນ ຊື່ວ່າເຖິງດີ ອົບຮົມດີ ອອກດີຫຼຸດ ພົ້ນດີ ປາສະຈາກສັກກາຢະດ້ວຍດີ; ແລະເຂົານັ້ນຫຼຸດພົ້ນແລ້ວ ຈາກອາສະວະທັງຫຼາຍ ອັນກໍ່ຄວາມຄັບແຄ້ນແລະຮ້ອນເອົ້າ ທີ່ເກີດເພາະສັກກາຢະເປັນປັຈຈັຍ; ເຂົາກໍບໍ່ຍ່ອມສະເຫວີຍເວທະນານັ້ນ. ອາການຢ່າງນີ້ ນີ້ເຮົາກ່າວວ່າ ທາຕເປັນເຄື່ອງສະລັດເສຍຊຶ່ງສັກກາຢະ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ