ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ສູຕອື່ນໄດ້ຕຣັດເຫຕທີ່ເຮັດໃຫ້ ຕ້ອງທ່ອງທ່ຽວໄປໃນສັງສາຣະວັຕ ເພາະບໍ່ຮູ້ອະຣິຍະທັມສີ່ ດັ່ງຕໍ່ໄປນີ້ :-)

ພິກຂຸ ທ. ! ເພາະບໍ່ຮູ້ຕາມລໍາດັບ ເພາະບໍ່ແທງຕະຫຼອດຊຶ່ງທັມ ໔ ປະການເຮົາ ແລະພວກເຈົ້າທັງຫຼາຍ ຈຶ່ງໄດ້ທ່ອງທ່ຽວໄປແລ້ວໃນສັງສາຣະວັຕ ຕະຫຼອດກາລະຍືດຍາວດົນນານເຖິງປານນີ້. ທັມ ໔ ປະການແນວໃດໜໍ ? ພິກຂຸ ທ. ! ເພາະບໍ່ຮູ້ຕາມລໍາດັບ ເພາະບໍ່ແທງຕະຫຼອດຊຶ່ງ ອະຣິຍະສີລ.... ຊຶ່ງ ອະຣິຍະສະມາທິ.... ຊຶ່ງ ອະຣິຍະປັນຍາ.... ຊຶ່ງ ອະຣິຍະວິມຸຕຕິ.... ເຮົາ ແລະພວກເຈົ້າທັງຫຼາຍຈຶ່ງໄດ້ທ່ອງທ່ຽວໄປແລ້ວໃນສັງສາຣະວັຕ ຕະຫຼອດກາລະຍືດຍາວດົນນານເຖິງປານນີ້.

ພິກຂຸ ທ. ! ເມື່ອອະຣິຍະສີລ, ອະຣິຍະສະມາທິ, ອະຣິຍະປັນຍາ, ແລະອະຣິຍະວິມຸຕຕິ ເປັນທັມທີ່ເຮົາ ແລະພວກເຈົ້າຮູ້ແລ້ວຕາມລໍາດັບ ແທງຕະຫຼອດແລ້ວ ; ຕັນຫາໃນພົບ ກໍຖືກຖອນຂຶ້ນຂາດ ຕັນຫາທີ່ຈະນໍາໄປສູ່ພົບ ກໍດັບສິ້ນໄປໝົດ ບັດນີ້ຄວາມຕ້ອງເກີດຂຶ້ນອີກ ບໍ່ໄດ້ມີ, ດັ່ງນີ້.

- ຈຕຸກກະ. ອັງ. ໒໑/໑/໑.

ສັຕເກີດກັບມາເປັນມະນຸສສ໌ມີໜ້ອຍເພາະບໍ່ຮູ້ອະຣິຍະສັຈຈ໌

ພິກຂຸ ທ. ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ຝຸ່ນໜ້ອຍໜຶ່ງທີ່ ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?

໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ. ຝຸ່ນໜ້ອຍໜຶ່ງ ເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂາ (ເລັບ) ນີ້ເປັນຂອງມີປະມານໜ້ອຍ. ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ຊຶ່ງ ກະລະພາກ (ສ່ວນສ້ຽວ)”.

ພິກຂຸ ທ. ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ : ສັຕທີ່ເກີດກັບມາສູ່ໝູ່ມະນຸສສ໌ມີໜ້ອຍ ; ສັຕທີ່ເກີດກັບເປັນຢ່າງອື່ນຈາກໝູ່ມະນຸສສ໌ ມີຫຼາຍກວ່າໂດຍແທ້. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈຈ໌ທັງສີ່. ອະຣິຍະສັຈຈ໌ສີ່ແນວໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ໑ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້”, ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໗໘/໑໗໕໗.

໑. ໂຢຄະກັມ ຄືການຜາຣົບຄວາມພຽນຢ່າງມີລະບົບ ຢ່າງເຂັ້ມແຂງເຕັມທີ່ໃນຮູບແບບໜຶ່ງໆ ເພື່ອໃຫ້ສໍາເລັດ

ປະໂຍຊນ໌ຕາມຄວາມມຸ່ງໝາຍ ເອີ້ນກັນທົ່ວໆໄປວ່າ “ໂຢຄະ”, ເປັນຄໍາກາງໆ ໃຊ້ກັນໄດ້ລະຫວ່າງສາສນາ

ທຸກສາສນາ.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໙

[ໃນກໍລະນີທີ່ບໍ່ເຫັນອະຣິຍະສັຈຈ໌ນັ້ນ ຍັງມີຜົລເຮັດໃຫ້ :

ສັຕມາເກີດໃນມັຊຊິມະຊົນນະບົດມີໜ້ອຍ (໑໙/໕໗໘/໑໗໕໘).

ສັຕມີປັນຍາຈັກຂຸມີໜ້ອຍ (໑໙/໕໗໙/໑໗໕໙).

ສັຕບໍ່ເສບຂອງເມົາມີໜ້ອຍ (໑໙/໕໗໙/໑໗໖໐).

ສັຕເກີດເປັນສັຕບົກມີໜ້ອຍ (ສັຕນໍ້າຫຼາຍ) (໑໙/໕໗໙/໑໗໖໑).

ສັຕເອື້ອເຟື້ອມານດາມີໜ້ອຍ (໑໙/໕໗໙/໑໗໖໑).

ສັຕເອື້ອເຟື້ອບິດາມີໜ້ອຍ (໑໙/໕໗໙/໑໗໖໒).

ສັຕເອື້ອເຟື້ອສະມະນະມີໜ້ອຍ (໑໙/໕໗໙/໑໗໖໓).

ສັຕເອື້ອເຟື້ອພຣາມມີໜ້ອຍ (໑໙/໕໘໐/໑໗໖໔).

ສັຕອ່ອນນ້ອມຖ່ອມຕົນມີໜ້ອຍ (໑໙/໕໘໐/໑໗໖໕).

ນອກຈາກນີ້ ພຣະອົງຄ໌ຍັງໄດ້ຊົງສະແດງພາວະແຫ່ງສັຕ ທີ່ບໍ່ໜ້າປາຖນາອີກຫຼາຍຢ່າງ ຕາມທີ່ເຮົາຮູ້ກັນຢູ່ ເຊັ່ນສັຕທີ່ບໍ່ຕັ້ງຢູ່ໃນກຸສົລກັມມະບົດເປັນຕົ້ນ, ຜູ້ຮວບຮວມເຫັນວ່າຫຼາຍເກີນຄວາມຈໍາເປັນ ຈຶ່ງບໍ່ນໍາເອົາມາໃສ່ໄວ້ໃນບ່ອນນີ້.]

ຄວາມມືດບອດຂອງໂລກມີຕະຫຼອດເວລາທີ່ພຣະຕະຖາຄົຕບໍ່ເກີດຂຶ້ນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ