ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໕

ພົບທັງຫຼາຍທັງປວງນັ້ນບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ.

ເມື່ອບຸຄຄົລເຫັນຢູ່ຊຶ່ງຂໍ້ນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງ ດັ່ງນີ້ຢູ່ ; ເຂົາຍ່ອມລະພະວະຕັນຫາໄດ້ ແລະບໍ່ເພີດເພີນວິພະວະຕັນຫາດ້ວຍ.

ຄວາມດັບເພາະຄວາມປ່ອຍ ຄາຍອອກບໍ່ເຫຼືອ (ແຫ່ງພົບທັງຫຼາຍ) ເພາະຄວາມ ດັບສິ້ນໄປແຫ່ງຕັນຫາ ໂດຍປະການທັງປວງນັ້ນ ຄື ນິພພານ.

ພົບໃໝ່ຍ່ອມບໍ່ມີແກ່ພິກຂຸນັ້ນ ຜູ້ດັບເຢັນສະນິດແລ້ວເພາະບໍ່ມີຄວາມຢຶດໝັ້ນ.

ພິກຂຸນັ້ນ ເປັນຜູ້ຄອບງໍາມາຣໄດ້ແລ້ວ ຊະນະສົງຄາມແລ້ວ ກ້າວຜ່ານພົບທັງຫຼາຍທັງປວງໄດ້ແລ້ວ ເປັນຜູ້ຄົງທີ່ (ຄືບໍ່ປ່ຽນແປງອີກຕໍ່ໄປ), ດັ່ງນີ້ແລ.

- ອຸ. ຂຸ. ໒໕/໑໒໑/໘໔.

(ຂໍ້ຄວາມນີ້ເປັນພຣະພຸດທະອຸທານ ທີ່ຊົງເປັ່ງອອກຢູ່ທີ່ເຫງົ້າຕົ້ນໂພ ທີ່ເປັນບ່ອນຕຣັສຮູ້ ເມື່ອຕຣັສຮູ້ແລ້ວ ໄດ້ ໗ ວັນ)

ການພົ້ນທຸກຂ໌ໂດຍບໍ່ຮູ້ອະຣິຍະສັຈຈ໌ນັ້ນເປັນໄປບໍ່ໄດ້

ພິກຂຸ ທ. ! ປຽບເໝືອນຜູ້ໃດຜູ້ໜຶ່ງຈະຍ່ອມກ່າວວ່າ “ເຮົາບໍ່ຕ້ອງຕັ້ງພື້ນຖານໃນເບື້ອງລຸ່ມຂອງເຮືອນດ໋ອກ ແຕ່ເຮົາຈະກໍ່ສ້າງໂຕເຮືອນຕອນເທິງໄດ້” ດັ່ງນີ້ : ນີ້ບໍ່ເປັນຖານະທີ່ຈະມີໄດ້ເຊັ່ນໃດ ; ຂໍ້ນີ້ກໍບໍ່ເປັນຖານະທີ່ຈະມີໄດ້ເຊັ່ນນັ້ນ ຄືຂໍ້ທີ່ຜູ້ໃດຜູ້ໜຶ່ງຈະຍ່ອມກ່າວວ່າ “ເຮົາບໍ່ຕ້ອງຮູ້ຈັກຄວາມຈິງອັນປະເສີດ ຄືຄວາມຈິງເລື່ອງທຸກຂ໌, ເລື່ອງເຫຕໃຫ້ເກີດແຫ່ງທຸກຂ໌, ເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເລື່ອງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ນັ້ນດ໋ອກ ແຕ່ເຮົາຈະເຮັດຄວາມສິ້ນສຸດແຫ່ງທຸກຂ໌ໄດ້ໂດຍຖືກຕ້ອງ ;” ດັ່ງນີ້.

໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ແລະປຽບເໝືອນຜູ້ໃດຜູ້ໜຶ່ງຈະຍ່ອມກ່າວວ່າ “ເຮົາຕ້ອງຕັ້ງຖານຮາກຂອງເຮືອນຕອນລຸ່ມເສຍກ່ອນ ຈຶ່ງຈະກໍ່ສ້າງໂຕເຮືອນຕອນເທິງໄດ້” ດັ່ງນີ້ : ນີ້ເປັນຖານະທີ່ຈະມີໄດ້ເຊັ່ນໃດ ; ຂໍ້ນີ້ກໍເປັນຖານະທີ່ຈະມີໄດ້ເຊັ່ນນັ້ນ ຄື ຂໍ້ທີ່ຜູ້ໃດຜູ້ໜຶ່ງຈະຍ່ອມກ່າວວ່າ “ເຮົາ ຄັນຮູ້ຄວາມຈິງອັນປະເສີດ ຄືຄວາມຈິງເລື່ອງທຸກຂ໌, ເລື່ອງເຫຕໃຫ້ເກີດແຫ່ງທຸກຂ໌, ເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເລື່ອງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ນັ້ນແລ້ວ ຈຶ່ງຈະເຮັດຄວາມສິ້ນສຸດແຫ່ງທຸກຂ໌ໄດ້ໂດຍຖືກຕ້ອງ ;” ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໖໔/໑໗໓໕-໖.

ເພາະບໍ່ຮູ້ອະຣິຍະສັຈຈ໌ ຈຶ່ງຕ້ອງແລ່ນໄປໃນສັງສາຣະວັຕ

ພິກຂຸ ທ. ! ເພາະບໍ່ຮູ້ທົ່ວເຖິງ ບໍ່ແທງຕະຫຼອດຊຶ່ງອະຣິຍະສັຈຈ໌ສີ່ຢ່າງ, ເຮົາແລະ ພວກເຈົ້າທັງຫຼາຍ ຈຶ່ງໄດ້ທ່ອງທ່ຽວໄປແລ້ວ ໃນສັງສາຣະວັຕ ຕະຫຼອດກາລະຍືດຍາວດົນນານເຖິງປານນີ້. ພິກຂຸ ທ. ! ອະຣິຍະສັຈຈ໌ສີ່ຢ່າງເຫຼົ່າໃດໜໍ ? ພິກຂຸ ທ. ! ເພາະບໍ່ຮູ້ທົ່ວເຖິງ ບໍ່ແທງຕະຫຼອດຊຶ່ງອະຣິຍະສັຈຈ໌ຄືທຸກຂ໌, ອະຣິຍະສັຈຈ໌ຄືເຫຕໃຫ້ເກີດແຫ່ງທຸກຂ໌, ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ; ເຮົາ ແລະພວກເຈົ້າທັງຫຼາຍ ຈຶ່ງໄດ້ທ່ອງທ່ຽວໄປແລ້ວ ໃນສັງສາຣະວັຕ ຕະຫຼອດກາລະຍືດຍາວດົນນານເຖິງປານນີ້.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໗

ພິກຂຸ ທ. ! ເມື່ອອະຣິຍະສັຈຈ໌ຄືທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ເປັນຄວາມຈິງທີ່ເຮົາແລະ ພວກເຈົ້າທັງຫຼາຍຮູ້ທົ່ວເຖິງ ແລະແທງຕະຫຼອດແລ້ວ ; ຕັນຫາໃນພົບກໍຖືກຖອນຂຶ້ນຂາດ ຕັນຫາທີ່ຈະນໍາໄປສູ່ພົບ (ໃໝ່) ກໍດັບສິ້ນໄປໝົດ ບັດນີ້ຄວາມຕ້ອງເກີດຂຶ້ນອີກ ບໍ່ໄດ້ມີ ; ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໔໑/໑໖໙໘.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ