ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເມື່ອໃດ ອະວິຊຊາ ຂອງພິກຂຸລະຂາດໄປ ວິຊຊາເກີດຂຶ້ນແລ້ວ; ເຂົານັ້ນ ເພາະອະວິຊຊາຈາງຫາຍໄປ ເພາະວິຊຊາເກີດຂຶ້ນແທນ ຍ່ອມບໍ່ປຸງເຄື່ອງປຸງອັນເປັນບຸນຍ໌ນັ້ນແລ, ຍ່ອມບໍ່ປຸງເຄື່ອງປຸງອັນບໍ່ແມ່ນບຸນຍ໌, ຍ່ອມບໍ່ປຸງ ເຄື່ອງປຸງ ອັນເປັນອະເນນຊາ. ເຂົານັ້ນເມື່ອບໍ່ປຸງ ເມື່ອບໍ່ກໍ່ ຍ່ອມບໍ່ຖືໝັ້ນສິ່ງໃດໆ
໔໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໃນໂລກ. ເມື່ອບໍ່ຖືໝັ້ນ ຍ່ອມບໍ່ສຽວສະດຸ້ງ. ເມື່ອບໍ່ສຽວສະດຸ້ງ ຍ່ອມປະຣິນິພພານ. ເຂົານັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດສິ້ນສຸດແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້ ແລ.
- ນິທານ. ສັງ. ໑໖/໙໙/໑໙໒.
“ສິ່ງນັ້ນ” ຫາພົບໃນກາຍນີ້
(ເລື່ອງຄວນເບິ່ງປະກອບໃນພຸ.ໂອ.ໜ້າ ໔໐໘)
“ແນ່ະເຈົ້າ ! ທີ່ສຸດໂລກແຫ່ງໃດ ອັນສັຕບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັດ; ເຮົາບໍ່ກ່າວວ່າ ໃຜໆອາດຮູ້ອາດເຫັນ ອາດເຖິງທີ່ສຸດແຫ່ງໂລກນັ້ນ ດ້ວຍການໄປ.
“ແນ່ເຈົ້າ ! ໃນຮ່າງກາຍ ທີ່ຍາວປະມານວາໜຶ່ງນີ້ ທີ່ຍັງປະກອບດ້ວຍສັນຍາ ແລະໃຈນີ້ເອງ, ເຮົາໄດ້ບັນຍັຕໂລກ, ເຫຕໃຫ້ເກີດໂລກ, ຄວາມດັບສະນິດບໍ່ເຫຼືອຂອງໂລກ, ແລະທາງດໍາເນີນໃຫ້ເຖິງຄວາມດັບສະນິດ ບໍ່ເຫຼືອຂອງໂລກໄວ້” ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໖໒/໔໕.
ອານາຈັກແຫ່ງໂລກອຸດອນ
ດິນ ນໍ້າ ໄຟ ລົມ ບໍ່ອາດເຂົ້າໄປຢູ່ ໃນບ່່ອນໃດ; ໃນບ່ອນນັ້ນ ດາວສຸກທັງຫຼາຍຍ່ອມບໍ່ສ່ອງແສງ; ໃນທີ່ນັ້ນ, ດວງອາທິຕ ກໍບໍ່ປາກົດ; ໃນບ່ອນນັ້ນ, ດວງຈັນ ກໍບໍ່ສ່ອງແສງ; ແຕ່ຄວາມມືດກໍບໍ່ໄດ້ມີຢູ່, ໃນບ່ອນນັ້ນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໔໑
ໃນກາລໃດ, ມຸນີ ຜູ້ຕັ້ງໜ້າປະຕິບັຕໄດ້ຮູ້ແຈ່ມແຈ້ງ (ໃນສິ່ງທີ່ກ່າວນີ້) ດ້ວຍຕົນເອງດ້ວຍຄວາມຮູ້; ໃນກາລນັ້ນ, ມຸນີນັ້ນ ຍ່ອມພົ້ນໄປຈາກຮູບ ຍ່ອມພົ້ນໄປຈາກອະຮູບ, ຍ່ອມພົ້ນໄປຈາກສຸຂແລະທຸກຂ໌ ໂດຍສິ້ນເຊີງ, ດັ່ງນີ້ແລ.
- ອຸ. ຂຸ. ໒໕/໘໕/໕໐.
ເມື່ອ “ເຈົ້າ” ບໍ່ມີ !
ພາຫິຍະ ! ເມື່ອໃດເຈົ້າເຫັນຮູບແລ້ວ ສັກແຕ່ວ່າເຫັນ, ໄດ້ຟັງສຽງແລ້ວ ສັກແຕ່ວ່າຟັງ, ໄດ້ກິ່ນ, ຊິມຣົສ, ສັມຜັສທາງຜິວກາຍ, ກໍສັກແຕ່ວ່າດົມ ຊິມ ສັມຜັສ, ໄດ້ຮູ້ແຈ້ງທັມມາຣົມ ກໍສັກແຕ່ວ່າໄດ້ຮູ້ແຈ້ງແລ້ວ; ເມື່ອນັ້ນ “ເຈົ້າ” ຈະບໍ່ມີ. ເມື່ອໃດ “ເຈົ້າ” ບໍ່ມີ; ເມື່ອນັ້ນ ເຈົ້າກໍບໍ່ປາກົດໃນໂລກນີ້, ບໍ່ປາກົດໃນໂລກອື່ນ, ບໍ່ປາກົດໃນລະຫວ່າງແຫ່ງໂລກທັງສອງ : ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ.
- ອຸ. ຂຸ. ໒໕/໘໓/໔໙.
ສິ່ງທີ່ບໍ່ເຕັມຂຶ້ນຫຼືບົກ (ພ່ອງ) ລົງ
ພິກຂຸ ທ. ! ແມ່ນໍ້າທັງຫຼາຍ ຍ່ອມໄຫຼໄປຍັງມະຫາສະມຸດ. ນໍ້າຝົນທີ່ຕົກຈາກອາກາດ, ກໍໄຫຼໄປຍັງມະຫາສະມຸດ, ແຕ່ຄວາມບົກ (ລົງ) ຫຼືຄວາມເຕັມ (ລົ້ນ) ຂອງມະຫາສະມຸດ ຍ່ອມບໍ່ປາກົດ (ແກ່ຕາ) ເຊັ່ນໃດ; ພິກຂຸທັງຫຼາຍ ເປັນຈໍານວນລົ້ນຫຼາຍ ຍ່ອມປະຣິນິພພານ ດ້ວຍອະນຸປາທິເສສະນິພພານທາຕ ແຕ່ຄວາມບົກຫຼືຄວາມເຕັມຂຶ້ນ ຂອງນິພພານທາຕນັ້ນ ກໍບໍ່ປາກົດເພາະເຫຕນັ້ນ ເຊັ່ນນັ້ນ.
໔໔໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ຂໍ້ທີ່ ຄວາມບົກຫຼືຄວາມເຕັມຂອງນິພພານທາຕ ຍ່ອມບໍ່ປາກົດເພາະເຫຕນັ້ນໆ; ນັ້ນ ກໍເປັນຄວາມປະຫຼາດມະຫັດສະຈັນຂໍ້ໜຶ່ງ ໃນທັມວິນັຍນີ້.
- ອຸ. ຂຸ. ໒໕/໑໕໗/໑໑໘.
ກົງກັນຂ້າມໄປເສຍ (ໝົດ) ທຸກຢ່າງ
ພິກຂຸ ທ. ! “ສິ່ງ” ສິ່ງນັ້ນມີຢູ່, ເປັນສິ່ງ ຊຶ່ງໃນນັ້ນບໍ່ມີດິນ ບໍ່ມີນໍ້າ ບໍ່ມີໄຟ ບໍ່ມີລົມ, ບໍ່ແມ່ນອາກາສານັນຈາຢະຕະນະ ບໍ່ແມ່ນວິນຍານັນຈາຢະຕະນະ ບໍ່ແມ່ນອາກິນຈັນຍາຢະຕະນະ ບໍ່ແມ່ນເນວະສັນຍານາສັນຍາຢະຕະນະ, ບໍ່ແມ່ນໂລກນີ້ ບໍ່ແມ່ນໂລກອື່ນ, ບໍ່ແມ່ນດວງຈັນ ຫຼືດວງອາທິຕທັງສອງຢ່າງ.








