ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ໃນກໍລະນີ ອັນກ່ຽວກັບ “ສິ່ງ” ສິ່ງນັ້ນ ເຮົາບໍ່ກ່າວວ່າມີການມາ, ບໍ່ກ່າວວ່າມີການໄປ, ບໍ່ກ່າວວ່າມີການຢຸດ, ບໍ່ກ່າວວ່າມີການຈຸຕິ, ບໍ່ກ່າວວ່າມີການເກີດຂຶ້ນ. ສິ່ງນັ້ນບໍ່ໄດ້ຕັ້ງຢູ່, ສິ່ງນັ້ນບໍ່ໄດ້ເປັນໄປ ແລະສິ່ງນັ້ນບໍ່ແມ່ນອາຣົມ; ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ. (ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໒໒໓, ໔໑໕, ໔໓໘, ໔໔໘, ໔໖໓; ໃນພຸດ. ໂອ. ໜ້າ ໓໙໙, ໔໖໒ ; ໃນປະຕິຈຈ. ໂອໜ້າ ໔໒໑, ໖໑໖, ໖໒໘, ໖໓໑, ໖໓໕, ໖໕໕, ໖໕໙)

- ອຸ. ຂຸ. ໒໕/໒໐໖/໑໕໘.

ທີ່ສຸດແຫ່ງທຸກຂ໌

ເມື່ອສັນດານ ຍັງເປັນສິ່ງທີ່ຕັນຫາ ແລະທິຕຖິອາໄສຢູ່ໄດ້, ຄວາມຫວັ່ນໄຫວກໍຍັງມີຢູ່. ເມື່ອສັນດານ ເປັນສິ່ງທີ່ຕັນຫາ ແລະທິຕຖິ ບໍ່ອາໄສຢູ່ໄດ້ຄວາມຫວັ່ນໄຫວ ກໍບໍ່ອາດມີ. ເມື່ອຄວາມຫວັ່ນໄຫວບໍ່ມີ ຄວາມລະງັບແຫ່ງຈິຕຍ່ອມມີ; ເມື່ອຄວາມລະງັບແຫ່ງຈິຕມີ ຄວາມນ້ອມໄປທາງໃດທາງໜຶ່ງຂອງຈິຕ ຍ່ອມບໍ່ມີ;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໔໓

ເມື່ອຄວາມນ້ອມໄປທາງໃດທາງໜຶ່ງຂອງຈິຕບໍ່ມີ ການມາການໄປກໍບໍ່ມີ; ເມື່ອການມາການໄປບໍ່ມີ ການຈຸຕິ ແລະການເກີດຂຶ້ນໃໝ່ ກໍບໍ່ມີ. ເມື່ອການຈຸຕິ ແລະການເກີດຂຶ້ນໃໝ່ບໍ່ມີ ກໍບໍ່ມີການປາກົດໃນໂລກນີ້ ບໍ່ມີການປາກົດໃນໂລກອື່ນ ບໍ່ມີການປາກົດໃນລະຫວ່າງແຫ່ງໂລກທັງສອງ : ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ.

- ອຸ. ຂຸ. ໒໕/໒໐໘/໑໖໑.

ສິ່ງນັ້ນມີແນ່ !

ພິກຂຸ ທ. ! ສິ່ງ ຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນມີຢູ່. ພິກຂຸ ທ. ! ຖ້າຫາກວ່າ ສິ່ງທີ່ບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງ ຈະບໍ່ມີຢູ່ແລ້ວນັ້ນ, ຄວາມຫຼຸດລອດອອກໄປໄດ້ ຂອງສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງ ກໍຈະບໍ່ປາກົດເລີຍ.

ພິກຂຸ ທ. ! ເພາະເຫຕທີ່ມີສິ່ງ ຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນເອງ ຈຶ່ງໄດ້ມີຄວາມຫຼຸດລອດອອກໄປໄດ້ ຂອງສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງ, ປາກົດຢູ່.

- ອຸ. ຂຸ. ໒໕/໒໐໗/໑໖໐.

ທັມທີ່ຊື່ວ່າ “ນິພພານ”

ນັ້ນສະງົບແທ້ ! ນັ້ນປານີຕແທ້ !

ບ່ອນນີ້ເອງ ເປັນບ່ອນສະງົບສັງຂາຣທັງປວງ, ເປັນບ່ອນສະລະຄືນອຸປະທິທັງປວງ, ເປັນທີ່ດັບສິ້ນຕັນຫາ, ເປັນບ່ອນຄາຍຄວາມກໍາໜັດ, ເປັນບ່ອນດັບກິເລສ. ນີ້ຄື ນິພພານ ແລ.

- ນວກ. ອັງ. ໒໓/໔໓໙/໒໔໐.

- ເອກາທສກ. ອັງ. ໒໔/໓໔໔/໒໑໔.

໔໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມບໍ່ກັງວົນ ຄວາມບໍ່ຖືໝັ້ນ ນັ້ນແລຄື ທັມອັນເປັນເກາະ (ດອນ) ບໍ່ມີທັມອື່ນອີກ. ເຮົາກ່າວທັມນັ້ນວ່າ “ນິພພານ” ເປັນທີ່ໝົດສິ້ນ ແຫ່ງຊະຣາ ແລະມະຣະນະແລ.

- ສຸຕຕ. ຂຸ. ໒໕/໕໔໔/໔໓໔.

ເພາະລະ ຕັນຫາ ໄດ້ຂາດ ທ່ານກ່າວວ່າ “ນິພພານ”

- ສຸຕຕ. ຂຸ. ໒໕/໕໔໗/໔໓໗. - ຈຸລນິ. ຂຸ. ໓໐/໒໑໖/໔໕໔.

ຄວາມດັບດ້ວຍຄວາມຈາງຄາຍ ໂດຍບໍ່ເຫຼືອ ເພາະຄວາມດັບສິ້ນໄປແຫ່ງຕັນຫາທັງຫຼາຍ ດ້ວຍປະການທັງປວງ ເປັນ ນິພພານ.

- ອຸ. ຂຸ. ໒໕/໑໒໒/໘໔.

ຜູ້ຮູ້ທັງຫຼາຍ ຍ່ອມກ່າວນິພພານ ວ່າເປັນທັມອັນຍອດຍິ່ງ.

- ທ. ຂຸ. ໒໕/໔໐/໒໔.

ນິພພານທາຕ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ພຣະອົງຄ໌ ຊົງກ່າວຢູ່ວ່າ ‘ທັມເປັນທີ່ກໍາຈັດຣາຄະ, ເປັນທີ່ກໍາຈັດໂທສະ, ເປັນທີ່ກໍາຈັດໂມຫະ’ ດັ່ງນີ້, ຄໍາວ່າ ‘ທັມເປັນທີ່ກໍາຈັດຣາຄະ, ເປັນທີ່ກໍາຈັດໂທສະ, ເປັນທີ່ກໍາຈັດໂມຫະ’ ນີ້ເປັນຄໍາທີ່ໃຊ້ເອີ້ນແທນຊື່ຂອງອັນໃດໜໍ ? ຂ້ານ້ອຍ !”

ພິກຂຸ ທ. ! ຄໍາວ່າ “ທັມເປັນທີ່ກໍາຈັດຣາຄະ (ຣາຄະວິນະໂຢ) ເປັນທີ່ກໍາຈັດໂທສະ ເປັນທີ່ກໍາຈັດໂມຫະ” ນີ້ເປັນຄໍາທີ່ໃຊ້ເອີ້ນແທນຊື່ຂອງນິພພານທາຕ; ເອີ້ນວ່າ ເປັນທັມທີ່ດັບສິ້ນໄປແຫ່ງອາສະວະທັງຫຼາຍ ແລ.

- ມຫາວາຣ. ສັງ. ໑໙/໑໐/໓໑.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໔໕

ລັກສະນະແຫ່ງນິພພານທາຕສອງຊະນິດ

ພິກຂຸ ທ. ! ນິພພານທາຕມີ ໒ ຢ່າງ, ສອງຢ່າງເຫຼົ່າໃດໜໍ ? ສອງຢ່າງຄື ສະອຸປາທິເສສະນິພພານທາຕ ແລະ ອະນຸປາທິເສສະນິພພານທາຕ.

ກ. ສະອຸປາທິເສສະນິພພານທາຕ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ