ອະຣິຍະສັຈພາກຕົ້ນ
ໜ້າ/ 382
ວັດສະ ! ສິ່ງທີ່ເອີ້ນວ່າ “ທິຕຖິຄະຕະ” ນັ້ນຕະຖາຄົຕ ເອົາອອກໝົດສິ້ນແລ້ວ. ວັດສະ ! ສັຈຈະ ທີ່ຕະຖາຄົຕເຫັນແລ້ວນັ້ນ ມີຢູ່ວ່າ “ຮູບ ເປັນເຊັ່ນນີ້, ການເກີດຂຶ້ນແຫ່ງ ຮູບ ເປັນເຊັ່ນນີ້, ການດັບໄປແຫ່ງ ຮູບ ເປັນເຊັ່ນນີ້; ເວທະນາ ເປັນເຊັ່ນນີ້, ການເກີດຂຶ້ນແຫ່ງ ເວທະນາ ເປັນເຊັ່ນນີ້. ການດັບໄປແຫ່ງ ເວທະນາ ເປັນເຊັ່ນນີ້; ສັນຍາ ເປັນເຊັ່ນນີ້, ການເກີດຂຶ້ນແຫ່ງ ສັນຍາ ເປັນເຊັ່ນນີ້, ການດັບໄປແຫ່ງ ສັນຍາ ເປັນເຊັ່ນນີ້; ສັງຂາຣ ເປັນເຊັ່ນນີ້, ການເກີດຂຶ້ນແຫ່ງ ສັງຂາຣ ເປັນເຊັ່ນນີ້, ການດັບໄປແຫ່ງ ສັງຂາຣ ເປັນເຊັ່ນນີ້; ວິນຍານ ເປັນເຊັ່ນນີ້, ການເກີດຂຶ້ນແຫ່ງ ວິນຍານ ເປັນເຊັ່ນນີ້, ການດັບໄປແຫ່ງ ວິນຍານ ເປັນເຊັ່ນນີ້” ດັ່ງນີ້; ເພາະເຫຕນັ້ນ ເຮົາຈຶ່ງກ່າວວ່າ “ຕະຖາຄົຕເປັນຜູ້ພົ້ນວິເສດແລ້ວ ເພາະບໍ່ຢຶດໝັ້ນດ້ວຍອຸປາທານ ທັງນີ້ເປັນເພາະຄວາມດັບສິ້ນໄປ ຄວາມຈາງຄາຍ ຄວາມດັບບໍ່ເຫຼືອ ຄວາມສະລະ ຄວາມສະລັດຄືນ ຊຶ່ງຄວາມສໍາຄັນໝາຍທັງປວງ ຄວາມຕ້ອງການທັງປວງ ອະຫັງກາຣະມະມັງກາຣະມານານຸສະຢະ ທັງປວງ” ດັ່ງນີ້.
- ມ. ມ. ໑໓/໒໔໔/໒໔໗.
໔໓໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
“ທີ່” ຊຶ່ງນາມຮູບດັບບໍ່ມີເຫຼືອ
(ເລື່ອງ ທີ່ກ່ຽວຂ້ອງສັມພັນກັນ ຊ່ວຍເສີມຄວາມເຂົ້າໃຈ ເບິ່ງປະກອບໃນ ພຸ. ໂອ. ໜ້າ ໔໘໓)
ພິກຂຸ ! ສໍາລັບປັນຫາຂອງເຈົ້ານັ້ນ ເຈົ້າບໍ່ຄວນຕັ້ງຄໍາຖາມຂຶ້ນວ່າ “ມະຫາພູຕະສີ່ ຄືດິນ ນໍ້າ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດບໍ່ມີເຫຼືອ ໃນທີ່ໃດ ?” ດັ່ງນີ້ເລີຍ; ອັນທີ່ຈິງ ເຈົ້າຄວນຈະຕັ້ງຄໍາຖາມຂຶ້ນ ດັ່ງນີ້ວ່າ :-
“ດິນ ນໍ້າ ໄຟ ລົມ ບໍ່ຢັ່ງລົງໄດ້ໃນບ່ອນໃດ ? (ບໍ່ອາດເຂົ້າໄປຢູ່ໄດ້ໃນບ່ອນໃດ) ຄວາມຍາວ ຄວາມສັ້ນ ຄວາມນ້ອຍ ຄວາມໃຫຍ່ ຄວາມງາມ ຄວາມບໍ່ງາມ ບໍ່ຢັ່ງລົງໄດ້ ໃນບ່ອນໃດ ? ນາມຮູບ ດັບສະນິດ ບໍ່ມີເຫຼືອໃນບ່ອນໃດ ?” ດັ່ງນີ້ ຕ່າງຫາກ. (ເລື່ອງຄວນເບິ່ງປະກອບ ຈາກເຫຼັ້ມນີ້ໜ້າ ໒໒໓, ໔໑໕, ໔໔໒, ໔໔໘, ໕໐໒)
ພິກຂຸ ! ໃນບັນຫານັ້ນ ຄໍາຕອບມີດັ່ງນີ້ :-
“ສິ່ງ” ສິ່ງໜຶ່ງຊຶ່ງບຸຄຄົລຍ່ອມຮູ້ແຈ້ງ ເປັນສິ່ງທີ່ບໍ່ມີປາກົດການ ບໍ່ມີທີ່ສຸດ ມີທາງປະຕິບັຕເຂົ້າມາເຖິງໄດ້ໂດຍຮອບ, ນັ້ນມີຢູ່; ໃນ “ສິ່ງ” ນັ້ນແຫຼະ ດິນ ນໍ້າ ໄຟ ລົມ ບໍ່ຢັ່ງລົງໄດ້ (ບໍ່ອາດເຂົ້າໄປຢູ່ໄດ້); ໃນ “ສິ່ງ” ນັ້ນແຫຼະ ຄວາມຍາວ ຄວາມສັ້ນ ຄວາມນ້ອຍ ຄວາມໃຫຍ່ ຄວາມງາມ ຄວາມບໍ່ງາມ ບໍ່ຢັ່ງລົງໄດ້ (ບໍ່ອາດເຂົ້າໄປຢູ່ໄດ້); ໃນ “ສິ່ງ” ນັ້ນແຫຼະ ນາມຮູບ ດັບສະນິດບໍ່ມີເຫຼືອ; ນາມຮູບ ດັບສະນິດ ໃນ “ສິ່ງ” ນີ້ເພາະການດັບສະນິດ ຂອງວິນຍານ; ດັ່ງນີ້ ແລ. (ເລື່ອງຄວນເບິ່ງປະກອບໃນພຸ. ໂອ. ໜ້າ ໓໙໙, ໔໖໒)
- ສີ. ທີ. ໙/໒໘໙/໓໔໘-໓໕໐.
“ທີ່” ຊຶ່ງທາຕສີ່ ຢັ່ງລົງບໍ່ເຖິງ
“ສະທັງຫຼາຍ ຈະໄຫຼກັບຈາກບ່ອນໃດ ? ວັຕຕະ (ວັງວົນ) ຍ່ອມບໍ່ໝູນ ໃນບ່ອນໃດ ? ນາມແລະຮູບຍ່ອມດັບສະນິດ ບໍ່ມີເຫຼືອໃນບ່ອນໃດ ?
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໓໙
ໃນບ່ອນໃດ, ດິນ ນໍ້າ ໄຟ ລົມ ບໍ່ຢັ່ງລົງໄດ້, ຈາກບ່ອນນັ້ນແຫຼະ ສະທັງຫຼາຍຍ່ອມໄຫຼກັບ; ໃນບ່ອນນັ້ນແຫຼະ ວັຕຕະຍ່ອມບໍ່ໝຸນ; ໃນບ່ອນນັ້ນແຫຼະ ນາມແລະຮູບ ຍ່ອມດັບບໍ່ເຫຼືອ; ດັ່ງນີ້ ແລ.
- ສຄາ. ສັງ. ໑໕/໒໒/໗໐-໗໑.
ທີ່ທ່ຽວນອກໂລກ
ພວກເທວະດາທັງຫຼາຍ ທັງໃນຊັ້ນດາວະດຶງ ຊັ້ນຍາມາ ຊັ້ນດຸສິຕ ຊັ້ນນິມມານະຣະດີ ແລະຊັ້ນປະຣະນິມມິຕະວະສະວັຕຕີ ລ້ວນແຕ່ຖືກຜູກມັດ ຢູ່ດ້ວຍເຄື່ອງຜູກມັດ ຄືກາມະຄຸນ, ຕ້ອງກັບໄປສູ່ອໍານາດຂອງມາຣອີກ. ໂລກທັງປວງຮ້ອນເຮັ່ງ. ໂລກທັງປວງຄວັນກຸ້ມ. ໂລກທັງປວງລຸກວາບໆ, ໂລກທັງປວງສັ່ນຄອນໂຍກເຍກຢູ່. ທີ່ບ່ອນໃດມີມາຣໄປບໍ່ເຖິງ ທີ່ບ່ອນນັ້ນບໍ່ຫວັ່ນໄຫວ ທີ່ບ່ອນນັ້ນບໍ່ໂຍກເຍກ ທີ່ບ່ອນນັ້ນບໍ່ແມ່ນທີ່ທ່ຽວຂອງປຸຖຸຊົນ. ມາຣເອີຍ, ໃຈເຮົາຍິນດີ ໃນບ່ອນນັ້ນເສຍແລ້ວ.
- ສຄາ. ສັງ. ໑໕/໑໙໕/໕໔໔.
(ຂໍ້ຄວາມນີ້ເປັນ ເຖຣີພາສິຕ ນໍາເອົມມາຂະຫຍາຍຄວາມ ພຸດທະພາສິຕ).
ສິ່ງທີ່ບໍ່ປຸງ








