ອະຣິຍະສັຈພາກຕົ້ນ
ໜ້າ/ 382
ສຸສິມະ ! ເຈົ້າເຫັນບໍວ່າ ຕັນຫາມີ ເພາະເວທະນາ ເປັນປັຈຈັຍ? “ເຊັ່ນນັ້ນຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ເວທະນາມີ ເພາະຜັສສະ ເປັນປັຈຈັຍ? “ເຊັ່ນນັ້ນຂ້ານ້ອຍ !”
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໓໕
ສຸສິມະ ! ເຈົ້າເຫັນບໍວ່າ ຜັສສະມີ ເພາະສະລາຍະຕະນະ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ສະລາຍະຕະນະມີ ເພາະນາມຮູບ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສະມິ ! ເຈົ້າເຫັນບໍວ່າ ນາມຮູບມີ ເພາະວິນຍານ ເປັນປັຈຈັຍ? “ເຊັ່່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ວິນຍານມີ ເພາະສັງຂາຣ ເປັນປັຈຈັຍ? “ເຊັ່ນນັ້ນຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ສັງຂາຣທັງຫຼາຍມີ ເພາະອະວິຊຊາ ເປັນປັຈຈັຍ?
“ເຊັ່ນນັ້ນ ຂ້ານ້ອຍ !”
(ຕໍ່ໄປໄດ້ຕຣັດຊີ້ນໍາໃຫ້ເຫັນປະຕິຈຈະສະມຸປບາດ ຝ່າຍນິໂຣດະທະວາຣະ ໂດຍຮູບແບບແຫ່ງຖ້ອຍຄວາມ ເຊັ່ນດຽວກັບຂໍ້ຄວາມຂ້າງເທິງນີ້ ຄົບທັງ ໑໑ ອາການແລ້ວໄດ້ຕຣັດວ່າ -:)
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນທີ່ຈະຕ້ອງເຮັດໃຫ້ມີອິດທິວິທີ ມີຢ່າງຕ່າງໆຢູ່ອີກຫຼື ຄື ຄົນດຽວແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ,.....ໆລໆ.....໑ ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້ດັ່ງນີ້. “ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີທິບພະໂສຕະຢູ່ອີກຫຼື ຄືມີໂສຕະທາຕອັນເປັນທິບ.....ໆລໆ.....໑ ທັງທີ່ໄກ ແລະທີ່ໃກ້ ດັ່ງນີ້. “ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”
໑. ລັກສະນະແຫ່ງອະພິນຍາແຕ່ລະຢ່າງໆໂດຍລະອຽດເປັນເລື່ອງຍືດຍາວ ໃນບ່ອນນີ້ນຳມາໃສ່ໄວ້ແຕ່ໂດຍຫຍໍ້
ພໍເປັນເຄື່ອງສັງເກດ ຜູ້ປາຖະໜາຈະຮູ້ໂດຍລະອຽດ ຍ່ອມເບິ່ງໄດ້ທີ່ຫົວຂໍ້ວ່າ “ທັມມະທາຕຕ່າງໆ
ທີ່ເປັນຜົລຂອງສະມະຖະ ວິປັສສະນາອັນດັບສຸດທ້າຍ” ທີ່ໜ້າ ໔໙໕ ແຫ່ງໜັງສືນີ້.
໔໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີເຈໂຕປະຣິຢະຍານະ ຢູ່ອີກຫຼືຄືກໍານົດຮູ້ໃຈແຫ່ງສັຕອື່ນ.....ໆລໆ.....໑ ຈິຕບໍ່ຫຼຸດພົ້ນວ່າບໍ່ຫຼຸດພົ້ນດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີປຸບເພນິວາສານຸສສະຕິຍານະ ຢູ່ອີກຫຼື ຄືຣະລຶກໄດ້ເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ....ໆລໆ....໑ ພ້ອມທັງອາການ ແລະອຸດເທສະດ້ວຍອາການເຊັ່ນນີ້ ດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີທິບພະຈັກຂຸຍານະ ຢູ່ອີກຫຼື ຄືມີຈັກຂຸອັນເປັນທິບບໍຣິສຸດໝົດຈົດ ລ່ວງຮູ້ຈັກຂຸຂອງສາມັນຍະມະນຸສສ໌....ໆລໆ....໑ ຮູ້ແຈ່ມແຈ້ງໝູ່ສັຕ ຜູ້ເຂົ້າເຖິງຕາມກັມໄດ້ດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີອາຣຸບປະວິໂມກຂະ ຢູ່ອີກຫຼື ຄືວິໂມກຂ໌ເຫຼົ່າໃດ ອັນສະຫງົບລະງັບ ເປັນອະຮູບ ເພາະກ້າວຂ້າມຮູບເສຍໄດ້ ເຈົ້າຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວ ແລຢູ່ດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ບັດນີ້, ຄໍາເວົ້າເຊັ່ນນັ້ນຂອງເຈົ້າ ກັບການທີ່ (ເຈົ້າກ່າວບັດນີ້ວ່າ) ບໍ່ຕ້ອງມີການບັນລຸເຖິງອະພິນຍາທັມທັງຫຼາຍເຫຼົ່ານີ້ ກໍໄດ້, ໃນກໍລະນີນີ້ ນີ້ເຮົາຈະວ່າແນວໃດກັນ.
- ນິທານ. ສັງ. ໑໖/໑໕໓-໑໕໕/໒໙໔-໓໐໒.
ນິດເທສະ ໙
ວ່າດ້ວຍຄວາມດັບແຫ່ງຕັນຫາ
ຈົບ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໓໗
ນິດເທສະ ໑໐ ວ່າດ້ວຍທັມເປັນທີ່ດັບແຫ່ງຕັນຫາ
(ມີ ໖໑ ເລື່ອງ)
ທິຕຖິທັສສະນະທີ່ເປັນໄປເພື່ອທຸກຂະນິໂຣດ
“ພຣະໂຄດົມຜູ້ຈະເຣີນ ! ທິຕຖິຄະຕະໃດໆ ຂອງພຣະໂຄດົມມີຢູ່ຫຼື ?”








