ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເມື່ອໃດແລ ອະນຸສັຍ ຄືກາມະຣາຄະກໍດີ, ອະນຸສັຍ ຄືປະຕິຄະກໍດີ, ອະນຸສັຍ ຄືທິຕຖິກໍດີ, ອະນຸສັຍ ຄືວິຈິກິດສາກໍດີ, ອະນຸສັຍ ຄືມານະກໍດີ, ອະນຸສັຍ ຄື ພະວະຣາຄະກໍດີ, ແລະອະນຸສັຍ ຄືອະວິຊຊາກໍດີ, ເປັນສິ່ງທີ່ພິກຂຸລະໄດ້ແລ້ວ ມີຮາກເຫງົ້າອັນຕັດຂາດແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ ອີກຕໍ່ໄປ;

ພິກຂຸ ທ. ! ເມື່ອນັ້ນ, ພິກຂຸນີ້ເຮົາເອີ້ນວ່າ “ຕັດຕັນຫາໄດ້ແລ້ວ ຮື້ຖອນສັນໂຍຊນ໌ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ຈັກໜ້າຕາຂອງ ມານະ ຢ່າງຖືກຕ້ອງແລ້ວ” ດັ່ງນີ້ ແລ.

- ສັຕຕະກະ. ອັງ. ໒໓/໘-໙/໑໑-໑໒.

(ຄວາມມຸ່ງໝາຍຂອງການປະພຶດພຣົມມະຈັນຣຍ໌ ໃນສູຕນີ້ ຊົງສະແດງວ່າເພື່ອລະເສຍ ຊື່ງອະນຸສັຍເຈັດ; ໃນສູຕອື່ນ (໒໓/໗-໘/໘-໙) ຊົງສະແດງວ່າ ເພື່ອຕັດເສຍ ຊຶ່ງສັນໂຍຊນ໌ເຈັດ ເບິ່ງລາຍລະອຽດ ທີ່ຫົວຂໍ້ວ່າ “ສັນໂຍຊນ໌ເຈັດ” ທີ່ໜ້າ ໓໘໘ ແຫ່ງໜັງສືນີ້.)

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໓໓

ເຫັນໂລກກໍເຫັນເໝືອນເຫັນຟອງນໍ້າແລະພະຍັບແດດ

ບຸຄຄົລ ຍ່ອມເຫັນຟອງນໍ້າເຊັ່ນໃດ. ຍ່ອມເຫັນພະຍັບແດດເຊັ່ນໃດ, ພະຍາມັຈຈຸຣາຊະ ຈະບໍ່ເຫັນ ຜູ້ທີ່ພິຈາຣະນາ ເຫັນໂລກເຊັ່ນນັ້ນຢູ່ແລ.

- ທ. ຂຸ. ໒໕/໓໘/໒໓.

ເຫັນໂລກຊະນິດທີ່ຄວາມຕາຍບໍ່ເຫັນເຮົາ

“ຂ້າແຕ່ພຣະອົງຄ໌ຜູ້ເປັນເທບຣືສີ !...ຂ້ານ້ອຍ ຈະພິຈາຣະນາເຫັນໂລກແນວໃດ ຄວາມຕາຍ ຈຶ່ງບໍ່ແລເຫັນໂຕເຮົາໄດ້ ? ຂ້ານ້ອຍ !”

ດູກ່ອນໂມຄະຣາຊ ! ທ່ານຈົ່ງເປັນຄົນ ມີສະຕິ ຖອນຄວາມເຫັນວ່າເປັນຕົວຕົນອອກເສຍ ພິຈາຣະນາເຫັນໂລກ ໂດຍຄວາມເປັນຂອງວ່າງເປົ່າທຸກເມື່ອເຖີ້ນ. ທ່ານຈະຍ່ອມຂ້າມຄວາມຕາຍເສຍໄດ້ ດ້ວຍຂໍ້ປະຕິບັຕເຊັ່ນນີ້, ຄວາມຕາຍ ຈະບໍ່ແລເຫັນທ່ານ ຜູ້ພິຈາຣະນາເຫັນໂລກ ຢູ່ໂດຍອາການດັ່ງນີ້ ແລ.

- ສຸຕຕ. ຂຸ. ໒໕/໕໔໙/໔໓໙. - ຈູລນິ. ຂຸ. ໓໐/໒໔໕/໔໙໙,໕໐໔.

ການດັບທຸກຂ໌ສິ້ນເຊີງ ບໍ່ເນື່ອງດ້ວຍ

ອິດທິວິທີເຖິງ ແມ່ນແຕ່ວິໂມກຂ໌ທີ່ບໍ່ກ່ຽວກັບການດັບສິ້ນອາສະວະ

(ນັກບວດເດຍຣະຖີອື່ນ ຊື່ ສຸສິມະ ຫາອຸບາຍເຂົ້າມາບວດໃນພຸດທະສາສນາ ເພື່ອຈະບັນລຸຄຸນວິເສດ ສໍາລັບ ນໍາເອົາໄປເຮັດໃຫ້ຄະນະຂອງຕົນຈະເຣີນຮຸ່ງເຮືອງ ດ້ວຍລາບ ຍົສ ສັກກາຣະເໝືອນສັງຄະບໍຣິສັດຂອງພຣະພຸດທະອົງຄ໌; ຄັນບວດແລ້ວ ໄດ້ເຂົ້າໄປຫາພວກພິກຂຸປັນຍາວິມຸຕຕິ ໂດຍຄິດວ່າພິກຂຸພວກນີ້ ມີອະພິນຍາທັງຫົກ

໔໓໔ ອະຣິຍະສັຈຈ໌ຈາກພຣະໂອຖ

ເມື່ອໄດ້ຮູ້ວ່າ ພິກຂຸພວກນີ້ ບໍ່ໄດ້ກ່ຽວຂ້ອງກັບອະພິນຍາທັງຫົກ ແລະໄດ້ຮັບບອກເລົ່າວ່າ ຄວາມເປັນອະຣິຍະບຸຄຄົລບໍ່ເນື່ອງດ້ວຍອະພິນຍາທັງຫົກ ກໍເຂົ້າໄປເຝົ້າພຣະພຸດທະເຈົ້າ ຊັກໃຊ້ເຖິງເລື່ອງອະພິນຍາທັງຫົກວ່າກ່ຽວຂ້ອງກັນຢ່າງຈໍາເປັນ ກັບຄວາມດັບສິ້ນອາສະວະ ຕາມຄວາມເຊື່ອຂອງເຂົາ ຫຼືບໍ່. ພຣະພຸດທະອົງຄ໌ ໄດ້ຊົງໃຊ້ວິທີ ເຮັດໃຫ້ເຂົາເກີດທັມມະຖິຕິຍານ ແລະນິພພານຍານ ໂດຍຊົງນໍາເອົາເລື່ອງ ເບັນຈະຂັນທ໌ບໍ່ທ່ຽງ ເປັນທຸກຂ໌ ເປັນອະນັຕຕາ ບໍ່ຄວນເຫັນວ່າເປັນຂອງເຮົາ ເປັນເຮົາເປັນອັຕຕາຂອງເຮົາ ຈົນເປັນທັມມະຖິຕິຍານຂຶ້ນມາກ່ອນ ຈົນກະທັ່ງຈິຕເບື່ອຫນ່າຍ ຄາຍກໍາໜັດຫຼຸດພົ້ນ ແລະຮູ້ວ່າຫຼຸດພົ້ນແລ້ວ ອັນເປັນນິພພານຍານ (ຕາມນັຍແຫ່ງອະນັຕຕະລັກຂະນະສູຕ ຊຶ່ງເປັນທີ່ຮູ້ກັນດີຢູ່ແລ້ວ ຫຼືອາດຈະຫາອ່ານເບິ່ງໄດ້ຈາກທີ່ທົ່ວໄປ) ຈົນກະທັ່ງນັກບວດ ຊື່ສຸສິມະນັ້ນ ເຂົ້າໃຈຢ່າງແຈ່ມແຈ້ງໃນເລື່ອງຄວາມດັບທຸກຂ໌ ຫຼືຄວາມດັບສິ້ນອາສະວະນັ້ນ ວ່າເປັນໄປໄດ້ຕາມເຫຕຕາມປັຈຈັຍ ຂອງມັນເອງແລະເມື່ອນັກບວດ ຊື່ສຸສິມະເຫັນແຈ້ງ ໃນຄວາມຈິງຂໍ້ນີ້ແລ້ວຈຶ່ງຕຣັດແກ່ລາວຕໍ່ໄປວ່າ :-)

ສຸສິມະ ! ເຈົ້າເຫັນບໍວ່າ ຊະຣາ ມະຣະນະມີ ເພາະຊາດເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”

ສຸສິມະ ! ເຈົ້າເຫັນບໍວ່າ ຊາດມີ ເພາະພົບເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”

ສຸສິມະ ! ເຈົ້າເຫັນບໍວ່າ ພົບມີ ເພາະອຸປາທານ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”

ສຸສິມະ ! ເຈົ້າເຫັນບໍວ່າ ອຸປາທານມີ ເພາະຕັນຫາ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ!”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ