ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຜູ້ໃດ ບໍ່ເພີດເພີນຢູ່ໃນສັງຂາຣ, ຜູ້ນັ້ນ ເທົ່າກັບບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ເຮົາກ່າວວ່າ “ຜູ້ໃດ ບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນ ຍ່ອມຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ບໍ່ເພີດເພີນຢູ່ໃນວິນຍານ, ຜູ້ນັ້ນ ເທົ່າກັບບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ເຮົາກ່າວວ່າ “ຜູ້ໃດ ບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນ ຍ່ອມຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້.

- ຂັນທະ. ສັງ. ໑໗/໓໙/໖໕.

ຄວາມດັບຂອງອາຍະຕະນະ ຄື ຄວາມດັບຂອງທຸກຂ໌

ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ແລະຄວາມຕັ້ງຢູ່ບໍ່ໄດ້ແຫ່ງຕາ ແຫ່ງຫູ ແຫ່ງດັງ ແຫ່ງລີ້ນ ແຫ່ງກາຍ ແຫ່ງໃຈໃດໆ; ອັນນັ້ນແຫຼະເປັນຄວາມດັບແຫ່ງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບ ແຫ່ງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ ແຫ່ງຊະຣາ ແລະມະຣະນະ ແລ.

- ຂັນທະ. ສັງ. ໑໗/໒໘໓/໔໘໐

- ສລາ. ສັງ. ໑໘/໑໗/໒໑.

໔໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ແລະຄວາມຕັ້ງຢູ່ບໍ່ໄດ້ ແຫ່ງຮູບ ແຫ່ງສຽງ ແຫ່ງກິ່ນ ແຫ່ງຣົສ ແຫ່ງໂຜຕຖັພພະ ແຫ່ງທັມມາຮົມໃດໆ; ອັນນັ້ນແຫຼະ ເປັນຄວາມດັບແຫ່ງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະງົບລະງັບ ແຫ່ງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ແຫ່ງຊະຣາ ແລະມະຣະນະ ແລ.

- ຂັນທະ. ສັງ. ໑໗/໒໘໔/໔໘໒.

- ສລາ. ສັງ. ໑໘/໑໗/໒໓.

ຄວາມຮູ້ທີ່ເຖິງຂັ້ນທໍາລາຍຕັນຫາແຫ່ງກາມະຄຸນໃນອະດີຕ

ມາຄັນທິຍາ ! ທ່ານຈະສໍາຄັນ ຄວາມຂໍ້ນີ້ວ່າແນວໃດ : ຄົນບາງຄົນ ໃນໂລກນີ້ ເຄີຍໄດ້ຮັບການບໍາລຸງ ບໍາເລີ ດ້ວຍຮູບທາງຕາ ອັນເປັນຮູບ ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດມາແລ້ວ; ຄັນສະໄໝອື່ນອີກ ເຂົາມາຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມເກີດ ຄວາມດັບ ສະເໜ່ ໂທດຕໍ່າຊາມ ແລະອຸບາຍເຄື່ອງອອກ ແຫ່ງຮູບທັງຫຼາຍນັ້ນແລ ແລ້ວລະເສຍຊຶ່ງຕັນຫາໃນຮູບ ບັນເທົາເສຍຊຶ່ງຄວາມຮ້ອນເອົ້າໃນຮູບ ປາສະຈາກຄວາມກະຫາຍ ເປັນຜູ້ມີຈິຕສະງົບແລ້ວ ໃນພາຍໃນຢູ່. ມາຄັນທິຍາ ! ທ່ານມີອັນໃດ ທີ່ຈະກ່າວຜາຣົບບຸຄຄົລ ຄົນນີ້ ແດ່ບໍ່ ? “ບໍ່ມີເລີຍ ຂ້ານ້ອຍ !”

(ຕໍ່ໄປນີ້ໄດ້ມີການຖາມ-ຕອບໃນກໍລະນີແຫ່ງສຽງ ກິ່ນ ຣົສ ໂຜຕຖັພພະ ໂດຍຮູບແບບດຽວກັນ).

- ມ. ມ. ໑໓/໒໗໓/໒໘໐.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໒໗

ຄວາມປາສະຈາກກາມະໂຢຄະ

ພິກຂຸ ທ. ! ຄວາມປາສະຈາກກິເລສ ອັນເປັນເຄື່ອງປະກອບສັຕ ໄວ້ໃນພົບ ມີ ໔ ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມປາສະຈາກ ກາມະໂຢຄະ,ຄວາມປາສະຈາກ ພະວະໂຢຄະ, ຄວາມປາສະຈາກ ທິຕຖິໂຢຄະ, ຄວາມປາສະຈາກ ອະວິຊຊາໂຢຄະ.

ພິກຂຸ ທ. ! ຄວາມປາສະຈາກ ກາມະໂຢຄະ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງກາມທັງຫຼາຍດ້ວຍ ຊຶ່ງຄວາມດັບໄປແຫ່ງກາມທັງຫຼາຍດ້ວຍ ຊຶ່ງສະເໜ່ແຫ່ງກາມທັງຫຼາຍດ້ວຍ ຊຶ່ງໂທດແຫ່ງກາມທັງຫຼາຍດ້ວຍ ຊຶ່ງອຸບາຍເປັນເຄື່ອງອອກພົ້ນໄປໄດ້ຈາກກາມທັງຫຼາຍດ້ວຍ; ເມື່ອເຂົາ ຮູ້ຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນກາມ ຄວາມເພີດເພີນໃນກາມ ຄວາມສະເໜ່ຫາໃນກາມ ຄວາມສະຢົບຢູ່ໃນກາມ ຄວາມຫິວກະຫາຍໃນກາມ ຄວາມຮ້ອນເອົ້າເພາະກາມ ຄວາມເມົາໝົກໃນກາມ ແລະກາມຕັນຫາ, ໃນກາມທັງຫຼາຍເຫຼົ່ານີ້ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກ ກາມະໂຢຄະ.

- ຈຕຸກກະ. ອັງ. ໒໑/໑໔/໑໐.

ຄວາມປາສະຈາກພະວະໂຢຄະ

ພິກຂຸ ທ. ! ຄວາມປາສະຈາກ ພະວະໂຢຄະ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງພົບທັງຫຼາຍດ້ວຍ ຊຶ່ງຄວາມດັບໄປແຫ່ງພົບທັງຫຼາຍດ້ວຍ ຊຶ່ງສະເໜ່ແຫ່ງພົບທັງຫຼາຍດ້ວຍ ຊຶ່ງໂທດແຫ່ງພົບທັງຫຼາຍດ້ວຍ ຊຶ່ງອຸບາຍເຄື່ອງອອກພົ້ນໄປຈາກພົພທັງຫຼາຍດ້ວຍ;

໔໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ