ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເມື່ອເຂົາຮູ້ ຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນພົບ ຄວາມເພີດເພີນໃນພົບ ຄວາມສະເໜ່ຫາໃນພົບ ຄວາມສະຢົບຢູ່ໃນພົບ ຄວາມຫິວກະຫາຍໃນພົບ ຄວາມຮ້ອນເອົ້າເພາະພົບ ຄວາມເມົາໝົກໃນພົບ ແລະພະວະຕັນຫາ, ໃນພົບທັງຫຼາຍເຫຼົ່ານີ້ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກ ພະວະໂຢຄະ.
- ຈຕຸກກະ. ອັງ. ໒໑/໑໔/໑໐.
ຄວາມປາສະຈາກທິຕຖິໂຢຄະ
ພິກຂຸ ທ. ! ຄວາມປາສະຈາກ ທິຕຖິໂຢຄະ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງຕາມທີ່ເປັນຈິງຊຶ່ງຄວາມກໍ່ຂຶ້ນແຫ່ງທິຕ ຖິທັງຫຼາຍດ້ວຍ ຊຶ່ງຄວາມດັບໄປແຫ່ງທິຕຖິທັງຫຼາຍດ້ວຍ ຊຶ່ງສະເໜ່ແຫ່ງທິຕຖິທັງຫຼາຍດ້ວຍ; ຊຶ່ງໂທດແຫ່ງທິຕຖິທັງຫຼາຍດ້ວຍ ຊຶ່ງອຸບາຍເຄື່ອງອອກພົ້ນໄປຈາກ ທິຕຖິທັງຫຼາຍດ້ວຍ; ເມື່ອເຂົາຮູ້ຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນທິຕຖິ ຄວາມເພີດເພີນໃນທິຕຖິ ຄວາມສະເໜ່ຫາໃນທິຕຖິ ຄວາມສະຢົບຢູ່ໃນທິຕຖິ ຄວາມຫິວກະຫາຍໃນທິຕຖິ ຄວາມຮ້ອນເອົ້າເພາະທິຕຖິ ຄວາມເມົາໝົກໃນທິຕຖິ ແລະຕັນຫາທາງທິຕຖິ, ໃນທິຕຖິທັງຫຼາຍເຫຼົ່ານີ້ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກທິຕຖິໂຢຄະ.
- ຈຕຸກກະ. ອັງ. ໒໑/໑໕/໑໐.
ຄວາມປາສະຈາກອະວິຊຊາໂຢຄະ
ພິກຂຸ ທ. ! ຄວາມປາສະຈາກ ອະວິຊຊາໂຢຄະ ເປັນແນວໃດໜໍ ?
ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງຊຶ່ງຄວາມກໍ່ຂຶ້ນແຫ່ງຜັສສາຍະນະຕະຫົກດ້ວຍ ຊຶ່ງຄວາມດັບໄປແຫ່ງຜັສສາຍະຕະນະຫົກດ້ວຍ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໒໙
ຊຶ່ງສະເໜ່ແຫ່ງຜັສສາຍະຕະນະຫົກດ້ວຍ ຊຶ່ງໂທດແຫ່ງຜັສສາຍະຕະນະຫົກດ້ວຍ ຊຶ່ງອຸບາຍເຄື່ອງພົ້ນໄປຈາກຜັສສາຍະຕະນະຫົກດ້ວຍ; ເມື່ອເຂົາຮູ້ແຈ່ມແຈ້ງຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ອະວິຊຊາແລະອັນຍານໃດໆ ໃນຜັສສາຍະຕະນະຫົກ ອະວິຊຊາ ແລະອັນຍານນັ້ນ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກ ອະວິຊຊາໂຢຄະ.
ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ ຈຶ່ງລວມເປັນການບໍ່ປະກອບຢູ່ດ້ວຍກາມະໂຢຄະ ໑ ການບໍ່ປະກອບຢູ່ດ້ວຍ ພາວະໂຢຄະ ໑ ການບໍ່ປະກອບຢູ່ດ້ວຍ ທິຕຖິໂຢຄະ ໑ ແລະການບໍ່ປະກອບຢູ່ດ້ວຍ ອະວິຊຊາໂຢຄະ ໑.
ພິກຂຸ ທ. ! ບຸຄຄົລບໍ່ປະກອບດ້ວຍກິເລສ ເປັນເຄື່ອງປະກອບສັຕໄວ້ໃນພົບໂດຍເດັດຂາດ ອັນເປັນອະກຸສົລທັມອັນລາມົກ ເສົ້າໝອງ ເປັນເຫຕໃຫ້ມີພົບໃໝ່ ອັນກະສັບກະສ່າຍ ມີຜົລເປັນທຸກຂ໌ ມີຊາດ ຊະຣາ ແລະມະຣະນະຕໍ່ໄປ; ເພາະສະນັ້ນ ເຮົາຈຶ່ງເອີ້ນວ່າ “ຜູ້ມີປົກກະຕິກະເສມຈາກໂຢຄະ (ໂຢຄັກເຂມີ)” ດັ່ງນີ້.
ພິກຂຸ ທ. ! ເຫຼົ່ານີ້ຄືຄວາມປາສະຈາກກິເລສ ເປັນເຄື່ອງປະກອບສັຕໄວ້ໃນພົບ ໔ ຢ່າງແລ.
(ຄາຖາຜະນວກພຣະສູຕ)
ສັຕທັງຫຼາຍ ປະກອບພ້ອມແລ້ວ ດ້ວຍກາມະໂຢຄະ ດ້ວຍພະວະໂຢຄະດ້ວຍທິຕຖິໂຢຄະ ແລະຖືກອະວິຊຊາ ເຮັດໃນເບື້ອງໜ້າແລ້ວ, ມີປົກກະຕິໄປສູ່ຊາດ ແລະມະຣະນະ; ຍ່ອມໄປສູ່ສັງສາຣະວັຕ.
ສ່ວນສັຕເຫຼົ່າໃດ ຮອບຮູ້ແລ້ວຊຶ່ງກາມແລະພະວະໂຢຄະ ໂດຍປະການທັງປວງ, ຖອນຂຶ້ນໄດ້ແລ້ວຊຶ່ງທິຕຖິໂຢຄະ, ແລະແຍກອອກໄດ້ໂດຍເດັດຂາດຊຶ່ງ ອະວິຊຊາ,
໔໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສັຕເຫຼົ່ານັ້ນແລ ບໍ່ປະກອບແລ້ວດ້ວຍກິເລສ ອັນປະກອບສັຕໄວ້ໃນພົບທັງປວງ, ເປັນມຸນີ ຂ້າມພົ້ນເສຍໄດ້ຊຶ່ງ ໂຢຄະກິເລສ ເປັນເຄື່ອງປະກອບສັຕໄວ້ໃນພົບ; ດັ່ງນີ້ ແລ.
- ຈຕຸກກ. ອັງ. ໒໑/໑໕/໑໐.
ເຄື່ອງກີດຂວາງການລະສັນໂຍຊນ໌








