ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນວ່າ ‘ມາຣ ມາຣ’ ດັ່ງນີ້, ດ້ວຍເຫຕພຽງເທົ່າໃດໜໍ ຈຶ່ງຖືກເອີ້ນວ່າ ມາຣ ຂ້ານ້ອຍ ?”

ຣາທະ ! ເມື່ອຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານມີຢູ່ ຈະຕ້ອງມີມາຣ, ມີຜູ້ໃຫ້ຕາຍ ຫຼືວ່າ ຜູ້ຕາຍ.

ຣາທະ ! ເພາະສະນັ້ນ ໃນເລື່ອງນີ້ ເຈົ້າຈົ່ງເຫັນຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານວ່າ ‘ເປັນມາຣ’ ເຫັນວ່າເປັນ ‘ຜູ້ໃຫ້ຕາຍ’ ເຫັນວ່າ ‘ຜູ້ຕາຍ’ ເຫັນວ່າ ‘ເປັນໂຣຄາ’ ເຫັນວ່າ ‘ເປັນຫົວຝີ’ ເຫັນວ່າ ‘ເປັນລູກສອນ’ ເຫັນວ່າ ‘ເປັນທຸກຂ໌’ ເຫັນວ່າ ‘ເປັນທຸກຂ໌ທີ່ເກີດແລ້ວ’ ດັ່ງນີ້. ພວກໃດ ຍ່ອມເຫັນຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ນັ້ນດ້ວຍອາການດັ່ງນີ້, ພວກນັ້ນ ຊື່ວ່າ ຍ່ອມເຫັນໂດຍຖືກຕ້ອງ ແລ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັມມາທັສສະນະ (ການເຫັນໂດຍຊອບ) ມີອັນໃດເປັນປະໂຍຊນ໌ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໒໓

ຣາທະ ! ສັມມາທັສສະນະ ມີນິບພິທາ (ຄວາມເບື່ອໜ່າຍ) ເປັນປະໂຍຊນ໌ ທີ່ມຸ່ງໝາຍ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍນິບພິທາ (ຄວາມເບື່ອໜ່າຍ) ມີອັນໃດເປັນປະໂຍຊນ໌ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”

ຣາທະ ! ນິບພິທາແລ ມີວິຣາຄະ (ຄວາມຈາງຄາຍໄປ) ເປັນປະໂຍຊນ໌ ທີ່ມຸ່ງໝາຍ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍວິຣາຄະ ມີອັນໃດເປັນປະໂຍຊນ໌ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”

ຣາທະ ! ວິຣາຄະແລ ມີວິມຸຕຕິ (ຄວາມຫຼຸດພົ້ນ) ເປັນປະໂຍຊນ໌ ທີ່ມຸ່ງໝາຍ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍວິມຸຕຕິ ມີອັນໃດເປັນປະໂຍຊນ໌ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”

ຣາທະ ! ວິມຸຕຕິແລ ມີນິພພານ ເປັນປະໂຍຊນ໌ ທີ່ມຸ່ງໝາຍ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍນິພພານ ມີອັນໃດເປັນປະໂຍຊນ໌ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”

ຣາທະ ! ເຈົ້າໄດ້ຖາມເກີນເລີຍປັນຫາເສຍແລ້ວ, ເຈົ້າບໍ່ອາດຈະຈັບສວຍເອົາທີ່ສຸດຂອງປັນຫາໄດ້.

ຣາທະ ! ດ້ວຍວ່າພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ແລ ຍ່ອມຢັ່ງລົງສູ່ນິພພານ ມີນິພພານເປັນທີ່ສຸດທ້າຍ.

- ຂັນທະ. ສັງ. ໑໗/໒໓໑/໓໖໖.

໔໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມບໍ່ເພີນໃນອາຍະຕະນະ

ຄືຄວາມຫຼຸດພົ້ນຈາກທຸກຂ໌

ພິກຂຸ ທ. ! ສ່ວນຜູ້ໃດຍ່ອມບໍ່ເພີນກັບຕາ, ບໍ່ເພີນກັບຫູ, ບໍ່ເພີນກັບດັງ, ບໍ່ເພີນກັບລີ້ນ, ບໍ່ເພີນກັບກາຍ, ບໍ່ເພີນກັບໃຈແລ້ວນັ້ນ; ຜູ້ນັ້ນຊື່ວ່າ ຍ່ອມບໍ່ເພີດເພີນກັບສິ່ງອັນເປັນທຸກຂ໌. ຜູ້ໃດ ຍ່ອມບໍ່ເພີດເພີນກັບສິ່ງ ອັນເປັນທຸກຂ໌; ເຮົາກ່າວວ່າ ຜູ້ນັ້ນ ຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.

- ສລາ. ສັງ. ໑໘/໑໖/໑໙.

ພິກຂຸ ທ. ! ສ່ວນຜູ້ໃດແລ ຍ່ອມບໍ່ເພີດເພີນກັບຮູບ, ບໍ່ເພີດເພີນກັບສຽງ, ບໍ່ເພີດເພີນກັບກິ່ນ, ບໍ່ເພີດເພີນກັບຣົສ, ບໍ່ເພີດເພີນກັບໂຜຕຖັພພະ, ບໍ່ເພີດເພີນກັບທັມມາຮົມແລ້ວນັ້ນ; ຜູ້ນັ້ນຊື່ວ່າ ຍ່ອມບໍ່ເພີດເພີນກັບສິ່ງ ອັນເປັນທຸກຂ໌. ຜູ້ໃດຍ່ອມບໍ່ເພີດເພີນກັບສິ່ງອັນເປັນທຸກຂ໌; ເຮົາກ່າວວ່າ ຜູ້ນັ້ນຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້ ແລ.

- ສລາ. ສັງ. ໑໘/໑໖/໒໐.

ຫຼຸດພົ້ນຈາກທຸກຂ໌ ເພາະບໍ່ເພີດເພີນໃນເບັນຈະຂັນທ໌

ພິກຂຸ ທ. ! ຜູ້ໃດ ບໍ່ເພີດເພີນຢູ່ໃນຮູບ, ຜູ້ນັ້ນ ເທົ່າກັບບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດ ບໍ່ເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນ ຍ່ອມຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໒໕

ພິກຂຸ ທ. ! ຜູ້ໃດ ບໍ່ເພີດເພີນຢູ່ໃນເວທະນາ, ຜູ້ນັ້ນ ເທົ່າກັບບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ເຮົາກ່າວວ່າ “ຜູ້ໃດ ບໍ່ເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນ ຍ່ອມຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ບໍ່ເພີດເພີນຢູ່ໃນສັນຍາ, ຜູ້ນັ້ນ ເທົ່າກັບບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ເຮົາກ່າວວ່າ “ຜູ້ໃດ ບໍ່ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນ ຍ່ອມຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ