ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຣາທະ ! ຄວາມພໍໃຈກໍດີ ຄວາມກໍາໜັດກໍດີ ຄວາມເພີນກໍດີ ຕັນຫາກໍດີ ອຸປາຢະ (ກິເລສເປັນເຫຕໃຫ້ເຂົ້າໄປສູ່ພົບ) ກໍດີ ແລະອຸປາທານກໍດີ ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານໃດໆ; ພວກເຈົ້າທັງຫຼາຍ ຈົ່ງລະກິເລສນັ້ນໆ ເສຍ. ດ້ວຍການເຮັດເຊັ່ນນີ້ ຮູບ ເວທະນາ ສັນຍາ ສັງຂາຣທັງຫຼາຍ ວິນຍານນັ້ນໆ ຈະເປັນສິ່ງທີ່ພວກເຈົ້າລະໄດ້ແລ້ວ

໔໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເປັນສິ່ງທີ່ມີມູນຮາກ ອັນຕັດຂາດເສຍແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ ອີກຕໍ່ໄປ.

- ຂັນທະ. ສັງ. ໑໗/໒໓໗/໓໗໖.

ລະສັນຣາຄະແຫ່ງສິ່ງໃດ ກໍຄືການລະຊຶ່ງສິ່ງນັ້ນ

ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກຳໜັດ ບໍ່ລະຂາດຊຶ່ງ ຮູບ….ເວທະນາ….ສັນຍາ…..ສັງຂາຣ.....ວິນຍານ ກໍບໍ່ຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌.

ພິກຂຸ ທ. ! ເມື່ອຮູ້ຍິ່ງ ເມື່ອຮູ້ຮອບ ເມື່ອຄາຍກຳໜັດ ເມື່ອລະຂາດຊຶ່ງ ຮູບ…. ເວທະນາ….ສັນຍາ….ສັງຂາຣ....ວິນຍານ ກໍຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌.

ພິກຂຸ ທ. ! ເຈົ້າທັງຫຼາຍ ຈົ່ງລະສັນນຣາຄະໃນຮູບ....ເວທະນາ….ສັນຍາ….ສັງຂານ….ວິນຍານເສຍ; ດ້ວຍການເຮັດເຊັ່ນນີ້ ເປັນອັນວ່າ ຮູບ….ເວທະນາ….ສັນຍາ….ສັງຂາຣ….ວິນຍານນັ້ນ ເປັນສີ່ງສິ່ງທີ່ ເຈົ້າລະຂາດແລ້ວ ມີຮາກອັນຂາດແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີຢູ່ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ.

- ຂັນທ. ສັງ. ໑໗/໓໓/໕໖-໕໘.

(ຂໍ້ຄວາມນີ້ ມີປະໂຍຊນ໌ຫຼາຍ ທີ່ເຮັດໃຫ້ເຮົາສາມາດ ລະສິ່ງທີ່ຄວນລະໄດ້ ເຕັມຕາມຄວາມໝາຍ; ຄືບໍ່ແມ່ນລະໂຕວັຕຖຸນັ້ນ ແຕ່ລະຄວາມກໍາໜັດພໍໃຈໃນສິ່ງນັ້ນ ຈຶ່ງຈະເປັນການລະສິ່ງນັ້ນໄດ້ເດັດຂາດ ແລະເປັນສິ່ງທີ່ປະຕິບັຕໄດ້ ຍິ່ງກວ່າການທີ່ ຈະໄປລະວັຕຖຸນັ້ນໆ ໂດຍຕົງ).

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໒໑

ຄວາມດັບສິ້ນຕັນຫາ ຄື ນິພພານ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນວ່າ ‘ສັຕ ສັຕ’ ດັ່ງນີ້, ອັນວ່າສັຕມີໄດ້ດ້ວຍເຫຕພຽງເທົ່າໃດໜໍ ? ຂ້ານ້ອຍ !”

ຣາທະ ! ຄວາມພໍໃຈອັນໃດ ຣາຄະອັນໃດ ນັນທິອັນໃດ ຕັນຫາອັນໃດ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະ ໃນວິນຍານ, ເພາະການຕິດແລ້ວ ຂ້ອງແລ້ວໃນສິ່ງນັ້ນໆ, ເພາະສະນັ້ນຈຶ່ງເອີ້ນວ່າ ‘ສັຕ’ ດັ່ງນີ້.

ຣາທະ ! ປຽບເໝືອນພວກກຸມາຣນ້ອຍໆ ຫຼືກຸມາຣີນ້ອຍໆ ຫຼິ້ນເຮືອນ ນ້ອຍໆ ທີ່ເຮັດດ້ວຍດິນຢູ່, ຕາບໃດເຂົາຍັງມີຣາຄະ ມີສັນທະ ມີຄວາມຮັກ ມີຄວາມກະຫາຍ ມີຄວາມຮ້ອນເອົ້າ ແລະມີຕັນຫາໃນເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ; ຕາບນັ້ນ ພວກເດັກນ້ອຍນັ້ນໆ ຍ່ອມອາໄລເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຍ່ອມຢາກຫຼີ້ນ ຍ່ອມຢາກມີເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຍ່ອມຢຶດຖືເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ວ່າເປັນຂອງເຮົາດັ່ງນີ້.

ຣາທະ ! ແຕ່ເມື່ອໃດແລ ພວກກຸມາຣນ້ອຍໆ ຫຼືກຸມາຣີນ້ອຍໆ ເຫຼົ່ານັ້ນມີຣາຄະ ປາສະຈາກແລ້ວ ມີສັນທະປາສະຈາກແລ້ວ ມີຄວາມຮັກປາສະຈາກແລ້ວ ມີຄວາມກະຫາຍປາສະຈາກແລ້ວ ມີຄວາມຮ້ອນເອົ້າປາສະຈາກແລ້ວ ມີຕັນຫາປາສະຈາກແລ້ວ ໃນເຮືອນນ້ອຍທີ່ເຮັດດ້ວຍດິນເຫຼົ່ານັ້ນ, ໃນກາລນັ້ນແຫຼະ ພວກເຂົາ ຍ່ອມມ້າງເຮືອນນ້ອຍໆ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ໃຫ້ກະແຈກກະຈາຍ ເຮ່ຍຊະເກື່ອນຢາຍຊະໄປ ເຮັດໃຫ້ຈົບການຫຼິ້ນເສຍດ້ວຍມື ແລະຕີນທັງຫຼາຍ, ອຸປະມານີ້ເຊັ່ນໃດ;

໔໒໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຣາທະ ! ອຸປະໄມກໍເຊັ່ນນັ້ນ ຄື ເຖິງແມ່ນພວກເຈົ້າທັງຫຼາຍ ຈົ່ງຊະກະຈາຍອອກຊຶ່ງຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ. ຈົ່ງກໍາຈັດເສຍໃຫ້ຖືກວິທີ, ຈົ່ງເຮັດໃຫ້ແຫຼກ ມຸ່ນໂດຍຖືກວິທີ, ຈົ່ງເຮັດໃຫ້ຈົບການຫຼິ້ນໃຫ້ຖືກວິທີ, ຈົ່ງປະຕິບັຕ ເພື່ອຄວາມດັບສິ້ນໄປແຫ່ງຕັນຫາເຖີ້ນ.

ຣາທະ ! ເພາະວ່າຄວາມດັບສິ້ນໄປແຫ່ງຕັນຫາ ນັ້ນຄື ນິພພານ ດັ່ງນີ້ ແລ.

- ຂັນທະ. ສັງ. ໑໗/໒໓໒/໓໖໗.

ທີ່ສຸດຂອງພຣົມມະຈັນຣຍ໌ ຄື ນິພພານ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ