ອະຣິຍະສັຈພາກຕົ້ນ
ໜ້າ/ 382
- ຂັນທະ. ສັງ. ໑໗/໒໘໕/໔໘໘.
ຄວາມດັບຂອງສັນຍາຂັນທ໌ຄືຄວາມດັບຂອງທຸກຂ໌
ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ຂອງສັນຍາໃນຮູບ ຂອງສັນຍາໃນສຽງ ຂອງສັນຍາໃນກິ່ນ ຂອງສັນຍາໃນຣົສ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໑໗
ຂອງສັນຍາໃນໂຜຕຖັພພະ ແລະຂອງສັນຍາໃນທັມມາຣົມ ໃດໆ, ອັນນັ້ນແຫຼະເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບ ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ ຂອງຊະຣາ ແລະມະຣະນະ ແລ.
- ຂັນທະ. ສັງ. ໑໗/໒໘໕/໔໙໐.
ຄວາມດັບຂອງສັງຂາຣຂັນທ໌ ຄື ຄວາມດັບຂອງທຸກຂ໌
ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ ຂອງສັນເຈຕະນາໃນຮູບ, ຂອງສັນເຈຕະນາໃນສຽງ, ຂອງສັນເຈຕະນາໃນກິ່ນ, ຂອງສັນເຈຕະນາໃນຣົສ, ຂອງສັນເຈຕະນາໃນໂຜຕຖັພພະ ແລະຂອງສັນເຈຕະນາໃນທັມມາຣົມ ໃດໆ; ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບ ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາ ແລະມະຣະນະ ແລ.
- ຂັນທະ. ສັງ. ໑໗/໒໘໕/໔໙໒.
ຄວາມດັບຂອງວິນຍານຂັນທ໌ ຄື ຄວາມດັບຂອງທຸກຂ໌
ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ຂອງວິນຍານທາງຕາ, ຂອງວິນຍານທາງຫູ, ຂອງວິນຍານທາງດັງ, ຂອງວິນຍານທາງລີ້ນ, ຂອງວິນຍານທາງກາຍ ແລະຂອງວິນຍານທາງໃຈ ໃດໆ; ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບຂອງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ. ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາ ແລະມະຣະນະແລ.
- ຂັນທະ. ສັງ. ໑໗/໒໘໗/໔໙໘.
໔໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄວາມດັບຂອງເບັນຈະຂັນທ໌ຄືຄວາມດັບຂອງທຸກຂ໌
ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ຂອງຮູບ ຂອງເວທະນາ ຂອງສັນຍາ ຂອງສັງຂາຣ ແລະຂອງວິນຍານ ໃດໆ, ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບ ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາ ແລະມະຣະນະແລ.
- ຂັນທະ. ສັງ. ໑໗/໒໘໗/໔໙໘.
ດັບຕັນຫາ ຄືປົງພາຣະໜັກລົງໄດ້
ພິກຂຸ ທ. ! ການປົງພາຣະໜັກລົງເສຍໄດ້ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສະນິດ ເພາະຄວາມຈາງຄາຍໄປ ໂດຍບໍ່ເຫຼືອຂອງຕັນຫານັ້ນນັ້ນແລ, ຄວາມລະໄປຂອງຕັນຫານັ້ນ, ຄວາມສະລັດກັບຄືນຂອງຕັນຫານັ້ນ, ຄວາມຫຼຸດອອກໄປຂອງຕັນຫານັ້ນ, ແລະຄວາມບໍ່ມີທີ່ອາໄສອີກຕໍ່ໄປຂອງຕັນຫານັ້ນ ອັນໃດ; ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ການປົງພາຣະໜັກລົງເສຍໄດ້ ດັ່ງນີ້.
ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດພຸດທະວະຈະນະນີ້ ຊຶ່ງເປັນຂໍ້ຄວາມຮ້ອຍກອງສືບຕໍ່ໄປ :-
“ຂັນທ໌ທັງຫ້າ ເປັນຂອງໜັກໜໍ !
ບຸຄຄົລແຫຼະ ເປັນຜູ້ແບກຂອງໜັກພາໄປ.
ການແບກຖືຂອງໜັກ ເປັນຄວາມທຸກຂ໌ໃນໂລກ.
ການປົງພາຣະໜັກເສຍໄດ້ ເປັນຄວາມສຸຂ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໑໙
ພຣະອະຣິຍະເຈົ້າ ປົງພາຣະໜັກລົງເສຍແລ້ວ.
ທັງບໍ່ຈັບສວຍເອົາຂອງໜັກ ອັນອື່ນຂຶ້ນມາອີກ.
ກໍເປັນຜູ້ຖອນຕັນຫາ ຂຶ້ນໄດ້ໝົດເຖິງຮາກ (ອະວິຊຊາ);
ເປັນຜູ້ໝົດສິ່ງປາຖະໜາ ດັບສະນິດບໍ່ມີສ່ວນເຫຼືອ” ດັ່ງນີ້.
- ຂັນທະ. ສັງ. ໑໗/໓໒/໕໒-໕໓.
ລະກິເລັນຫາໄດ້ ຄືລະເບັນຈະຂັນທ໌ໄດ້
ພິກຂຸ ທ. ! ຄວາມພໍໃຈ (ສັນທະ) ກໍດີ ຄວາມກໍາຫນັດ (ຣາຄະ) ກໍດີ ຄວາມເພີນ (ນັນທິ) ກໍດີ ຕັນຫາກໍດີ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ໃນວິນຍານ ໃດໆ, ພວກເຈົ້າທັງຫຼາຍ ຈົ່ງລະກິເລສນັ້ນໆເສຍ. ດ້ວຍການເຮັດເຊັ່ນນີ້ ຮູບ ເວທະນາ ສັນຍາ ສັງຂາຣທັງຫຼາຍ ວິນຍານ ນັ້ນໆ ຈະເປັນສິ່ງທີ່ພວກເຈົ້າ ລະໄດ້ແລ້ວ ເປັນສິ່ງທີ່ມີມູນຮາກອັນຕັດເສຍແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ອີກຕໍ່ໄປ.
- ຂັນທະ. ສັງ. ໑໗/໒໓໖/໓໗໕.








