ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເພາະຄວາມຈາງຄາຍລົງຈົນດັບບໍ່ເຫຼືອແຫ່ງອະວິຊຊາ ນັ້ນແຫຼະ ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ເພາະຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງອາຍະຕະນະຫົກ; ເພາະຄວາມດັບແຫ່ງອາຍະຕະນະຫົກ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະຄວາມດັບແຫ່ງຊາດ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະ ຍ່ອມດັບບໍ່ເຫຼືອ. ຄວາມດັບບໍ່ເຫຼືອແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.

- ນິທານ. ສັງ. ໑໖/໒/໓.

ພົ້ນທຸກຂ໌ເພາະບໍ່ເພີນໃນທາຕ

ພິກຂຸ ທ. ! ຜູ້ໃດຍ່ອມບໍ່ເພີນກັບທາຕດິນ (ປະທະວີທາຕຸ) ກັບທາຕນໍ້າ (ອາໂປທາຕຸ) ກັບທາຕໄຟ (ເຕໂຊທາຕຸ) ກັບທາຕລົມ (ວາໂຢທາຕຸ), ຜູ້ນັ້ນຍ່ອມຊື່ວ່າ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໑໕

ບໍ່ເພີນໃນສິ່ງທີ່ເປັນທຸກຂ໌. ຜູ້ໃດຍ່ອມບໍ່ເພີນໃນສິ່ງທີ່ເປັນທຸກຂ໌, ເຮົາກ່າວ ຜູ້ນັ້ນວ່າເປັນ “ຜູ້ຫຼຸດພົ້ນແລ້ວ ຈາກທຸກຂ໌” ດັ່ງນີ້ ແລ.

- ນິທານ. ສັງ. ໑໖/໒໐໘/໔໑໓.

ຄວາມໝາຍຂອງຄໍາວ່າ “ຄວາມດັບ”

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໒໒໓, ໔໓໘, ໔໔໒, ໔໔໘, ໕໐໒ ແລະໃນພຸ. ໂອ. ໜ້າ ໓໙໙, ໔໖໒)

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ກ່າວຢູ່ວ່າ ‘ຄວາມດັບໆ’ ດັ່ງນີ້. ອັນວ່າ ‘ຄວາມດັບໆ’ ດັ່ງກ່າວນີ້ ໝາຍເຖິງຄວາມດັບ ແຫ່ງທັມທັງຫຼາຍ ເຫຼົ່າໃດໜໍ ? ຂ້ານ້ອຍ !”

ອານົນທ໌ ! ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ວິນຍານກໍດີ ເປັນຂອງບໍ່ທ່ຽງ ອັນປັຈຈັຍປຸງແຕ່ງແລ້ວ ອາໄສກັນແລະກັນເກີດຂຶ້ນ ມີຄວາມດັບສິ້ນໄປເປັນທຳມະດາ ມີຄວາມເສື່ອມໄປເປັນທັມມະດາ ມີຄວາມຈາງຄາຍໄປເປັນທຳມະດາ ມີຄວາມດັບໄປເປັນທຳມະດາ, ຄວາມອັນເຮົາກ່າວວ່າ “ຄວາມດັບໆ” ໝາຍເຖິງຄວາມດັບແຫ່ງຂັນທ໌ ມີຮູບ ເປັນຕົ້ນນັ້ນໆ ດັ່ງນີ້.

ອານົນທ໌ ! ຄໍາອັນເຮົາກ່າວວ່າ “ຄວາມດັບໆ” ດັ່ງນີ້ໝາຍເຖິງຄວາມດັບແຫ່ງທັມທັງຫຼາຍ ເຫຼົ່ານີ້ແລ.

- ຂັນທະ. ສັງ. ໑໗/໓໐/໔໘.

ໝາຍເຫຕ : ຜູ້ສຶກສາຈົ່ງສັງເກດວ່າ ພຣະອົງຄ໌ຕຣັດຄວາມດັບຂອງເບັນຈະຂັນທ໌ ໝາຍເຖິງຄວາມດັບທຸກຂ໌ ໂດຍຕົງ ເພາະໄດ້ຕຣັດໄວ້ໃນທີ່ທົ່ວໄປວ່າ ປັນຈຸປາທານຂັນທ໌ ຄືໂຕທຸກຂ໌ໂດຍສະຫຼຸບ ແລະເມື່ອດັບປັນຈຸປາທານະຂັນທ໌ເສຍແລ້ວ ຊາດ ຊະຣາ ພະຍາທິ ມະຣະນະ ຊຶ່ງເປັນອາການແຫ່ງຄວາມທຸກຂ໌ ກໍດັບໄປດ້ວຍກັນ.

໔໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມດັບຂອງຮູບຂັນທ໌ ຄື ຄວາມດັບຂອງທຸກຂ໌

ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ ຂອງສິ່ງທີ່ເອີ້ນວ່າ ທາຕດິນ, ຂອງສິ່ງທີ່ເອີ້ນວ່າ ທາຕນໍ້າ, ຂອງສິ່ງທີ່ເອີ້ນວ່າ ທາຕໄຟ, ຂອງສິ່ງທີ່ເອີ້ນວ່າ ທາຕລົມ ໃດໆ; ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບ ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ ຂອງຊະຣາ ແລະມໍຣະນະແລ.

- ນິທານ. ສັງ. ໑໖/໒໐໙/໔໑໕. - ຂັນທະ. ສັງ. ໑໗/໒໘໖/໔໙໕.

(ຄວາມດັບ ໃນກໍລະນີເຊັ່ນນີ້ ທຸກແຫ່ງໝາຍເຖິງດັບ ນັນທິຣາຄະ ໃນສິ່ງນັ້ນໆ ເສຍ).

ຄວາມດັບຂອງເວທະນາຂັນທ໌ ຄື ຄວາມດັບຂອງທຸກຂ໌

ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ຂອງເວທະນາ ທີ່ເກີດຂຶ້ນແຕ່ສັມຜັສທາງຕາ, ຂອງເວທະນາ ທີ່ເກີດແຕ່ສັມຜັສທາງຫູ, ຂອງເວທະນາ ທີ່ເກີດແຕ່ສັມຜັສທາງດັງ, ຂອງເວທະນາ ທີ່ເກີດແຕ່ສັມຜັສທາງລີ້ນ, ຂອງເວທະນາ ທີ່ເກີດແຕ່ສັມຜັສທາງກາຍ ແລະຂອງເວທະນາ ທີ່ເກີດແຕ່ສັມຜັສທາງໃຈ ໃດໆ; ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະເປັນຄວາມເຂົ້າໄປສະຫງົບລະງັບ ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາ ແລະມະຣະນະແລ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ