ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຄວາມໝາຍຮູ້ໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ,ຄວາມໝາຍຮູ້ໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ,

ພິກຂຸ ທ. ! ຄວາມຄິດນຶກໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນ ເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຕັນຫາໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມນຶກຕຶກໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນກິ່ນ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໑໓

ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມຕຶກຕອງໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນທັມມາຣົມ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ,

- ມຫາ. ທີ. ໑໐/໓໔໖/໒໙໘.

ຄວາມດັບທຸກຂ໌ມີເພາະຄວາມດັບແຫ່ງນັນທິ

ປຸນນະ ! ຮູບ ທີ່ເຫັນດ້ວຍຕາກໍດີ, ສຽງ ທີ່ຟັງດ້ວຍຫູກໍດີ, ກິ່ນ ທີ່ດົມດ້ວຍດັງກໍດີ, ຣົສ ທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະ ທີ່ສັມຜັສດ້ວຍກາຍກໍດີ, ທັມມາຣົມ ທີ່ຮູ້ແຈ້ງດ້ວຍໃຈກໍດີ, ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ເປັນທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່; ພິກຂຸ ຍ່ອມບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາມົກຊຶ່ງອາຣົມ ມີຮູບ ເປັນຕົ້ນນັ້ນ. ເມື່ອພິກຂຸ ບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາມົກ ຊຶ່ງອາຣົມມີ ຮູບເປັນຕົ້ນນັ້ນຢູ່, ນັນທິ (ຄວາມເພີນ) ຍ່ອມດັບໄປ.

໔໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ປຸນນະ ! ເຮົາກ່າວວ່າ “ຄວາມດັບບໍ່ມີເຫຼືອຂອງທຸກຂ໌ ມີໄດ້ເພາະຄວາມດັບບໍ່ເຫຼືອຂອງຄວາມເພີນ” ດັ່ງນີ້ແລ.

- ອຸປຣິ. ມ. ໑໔/໔໘໒/໗໕໖.

(ຕ່ອງ) ລູກໂສ້ແຫ່ງຄວາມດັບທຸກຂ໌

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ