ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທັງຫຼາຍ ! ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທັງຫຼາຍ ! ຄວາມດັບສະນິດ ເພາະຄວາມຈາງຄາຍໄປໂດຍບໍ່ເຫຼືອຂອງຕັນຫານັ້ນນັ້ນແລ, ຄວາມລະໄປຂອງຕັນຫານັ້ນ, ຄວາມສະລັດກັບຄືນຂອງຕັນຫານັ້ນ, ຄວາມຫຼຸດອອກໄປຂອງຕັນຫານັ້ນ ແລະຄວາມບໍ່ມີທີ່ອາໄສອີກຕໍ່ໄປ ຂອງຕັນຫານັ້ນ ອັນໃດ, ອັນນີ້ ເຮົາເອີ້ນວ່າ ຄວາມຈິງອັນປະເສີດ ຄື ຄວາມດັບ ບໍ່ເຫຼືອຂອງທຸກຂ໌.

- ມຫາວາຣ. ສັງ. ໑໙/໕໓໔/໑໖໘໑.

໔໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິດເທສະແຫ່ງນິໂຣດະອະຣິຢະສັຈຈະ

ນິດເທສະ ໙ ວ່າດ້ວຍຄວາມດັບແຫ່ງຕັນຫາ

(ມີ ໒໙ ເລື່ອງ)

ທີ່ລະໄປດັບໄປ ແຫ່ງຕັນຫາ

ພິກຂຸ ທ. ! ຕັນຫານັ້ນ ເມື່ອຈະລະໄປ ຍ່ອມລະໄປໃນບ່ອນໃດ ? ເມື່ອຈະດັບໄປ ຍ່ອມດັບໄປໃນບ່ອນໃດ ?

ພິກຂຸ ທ. ! ສິ່ງໃດມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫານັ້ນ ເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ສິ່ງໃດໜໍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ ?

ພິກຂຸ ທ. ! ຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຫູ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ໃຈ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຮູບ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສຽງທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ກິ່ນທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຣົສທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ໂຜຕຖັພພະທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ທັມມາຣົມທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໑໑

ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ວິນຍານທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງດັງ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ວິນຍານທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງໃຈ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ສັມຜັສທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ເວທະນາເກີດແຕ່ສັມຜັສທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາ ເກີດແຕ່ສັມຜັສທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

໔໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ