ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ! ໃນກໍລະນີນີ້ ປຸຖຸຊົນຜູ້ບໍ່ມີການສະດັບ ບໍ່ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີຄວາມກໍ່ຂຶ້ນເປັນທັມມະດາ ວ່າ“ເປັນສິ່ງທີ່ມີຄວາມກໍ່ຂຶ້ນເປັນທັມມະດາ” ດັ່ງນີ້; ບໍ່ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຮູບເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີຄວາມເສື່ອມໄປເປັນທັມມະດາ ວ່າ “ເປັນສິ່ງທີ່ມີຄວາມເສື່ອມໄປເປັນທັມມະດາ” ດັ່ງນີ້; ບໍ່ຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີທັງຄວາມກໍ່ຂຶ້ນແລະຄວາມເສື່ອມໄປເປັນທັມມະດາ ວ່າ “ເປັນສິ່ງທີ່ມີຄວາມກໍ່ຂຶ້ນແລະຄວາມເສື່ອມໄປເປັນທັມມະດາ” ດັ່ງນີ້. ພິກຂຸ ! ຄວາມບໍ່ຮູ້ນີ້ ເຮົາເອີ້ນວ່າ ອະວິຊຊາ; ແລະບຸຄຄົລຊື່ວ່າ ເປັນຜູ້ເຖິງຊຶ່ງ ອະວິຊຊາ ຍ່ອມມີໄດ້ດ້ວຍເຫຕ ມີປະມານເທົ່ານີ້ແລ.

- ຂັນທະ. ສັງ. ໑໗໒໐໙/໓໒໐.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໔໐໓

ທຸກຂະສະມຸທະຢະອະຣິຢະສັຈຈະ ເປັນສິ່ງທີ່ຄວນລະ

ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້, ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :- ທຸກຂະອະຣິຢະສັຈຈະ ທຸກຂະສະມຸທະຢະອະຣິຢະສັຈຈະ ທຸກຂະນິໂຣດະອະຣິຢະສັຈຈະ ທຸກຂະນິໂຣດະຄາມິນີປະຕິປະທາອະຣິຍະສັຈຈ໌. ພິກຂຸ ທ. ! ເຫຼົ່ານີ້ແລ ຄືອະຣິຍະສັຈຈ໌ສີ່ຢ່າງ.

ພິກຂຸ ທ. ! ໃນບັນດາອະຣິຍະສັຈຈ໌ສີ່ຢ່າງເຫຼົ່ານີ້, ອະຣິຍະສັຈຈ໌ທີ່ໃຜໆຄວນຮອບຮູ້ ມີຢູ່, ອະຣິຍະສັຈຈ໌ທີ່ໃຜໆ ຄວນລະ ມີຢູ່. .... ພິກຂຸ ທ. ! ອະຣິຍະສັຈຈ໌ ທີ່ໃຜໆຄວນຮອບຮູ້ນັ້ນ ໄດ້ແກ່ ອະຣິຍະສັຈຈ໌ຄື ທຸກຂ໌; ອະຣິຍະສັຈຈ໌ທີ່ໃຜໆຄວນລະນັ້ນ ໄດ້ແກ່ ອະຣິຍະສັຈຈ໌ຄື ເຫຕໃຫ້ເກີດແຫ່ງທຸກຂ໌. ....

ພິກຂຸ ທ. ! ເພາະສະນັ້ນ ໃນກໍລະນີນີ້ ພວກເຈົ້າທັງຫຼາຍ ຈົ່ງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມທີ່ເປັນຈິງວ່າ ‘ທຸກຂ໌ ເປັນເຊັ່ນນີ້ໆ’, ດັ່ງນີ້; ວ່າ ‘ເຫຕໃຫ້ເກີດແຫ່ງທຸກຂ໌ ເປັນເຊັ່ນນີ້ໆ’. .... ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.

ນິດເທສະ ໘

ວ່າດ້ວຍກິເລສທັງຫຼາຍໃນຖານະສະມຸທັຍ

ຈົບ

ພາກ ໒

ວ່າດ້ວຍທຸກຂະສະມຸທະຢະອະຣິຢະສັຈຈະ

ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌

ຈົບ

໔໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

໔໐໕

ຄໍາຊີ້ຊວນວິງວອນ

---------------------------------

ພິກຂຸ ທ. ! ໂຢຄະກັມ ອັນເຈົ້າຕ້ອງປະພຶດ ເພື່ອໃຫ້ຮູ້ວ່າ

“ນີ້ທຸກຂ໌ ນີ້ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ຄວາມດັບສະນິດແຫ່ງທຸກຂ໌

ນີ້ທາງໃຫ້ເຖິງຄວາມດັບສະນິດແຫ່ງທຸກຂ໌.”

ເທສິຕັງ ໂວ ມະຢາ ນິບພານັງ ເທສິໂຕ ນິພພານະຄາມິມັກໂຄ

ນິພພານ ເຮົາໄດ້ສະແດງແລ້ວ,

ທາງໃຫ້ເຖິງນິພພານ ເຮົາກໍໄດ້ສະແດງແລ້ວ ແກ່ເຈົ້າທັງຫຼາຍ.

ກິດໃດ ທີ່ສາສະດາ ຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ

ອາໄສຄວາມເອັນດູແລ້ວ ຈະຕ້ອງເຮັດ ແກ່ສາວົກທັງຫຼາຍ,

ກິດນັ້ນ ເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າ.

ນັ້ນເຫງົ້າໄມ້; ນັ້ນເຮືອນວ່າງ.

ພວກເຈົ້າ ຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ,

ຢ່າເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫລັງເລີຍ.

ອະຢັງ ໂວ ອັມຫາກັງ ອະນຸສາສະນີ

ນີ້ແຫຼະ ວາຈາເຄື່ອງກ່າວພໍ່າສອນຂອງເຮົາ ແກ່ເຈົ້າທັງຫຼາຍ.

(ມະຫາວາຣະ. ສັງ. - ສະລາ. ສັງ.)

໔໐໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

໔໐໗

ພາກ ໓

ວ່າດ້ວຍ

ນິໂຣດະອະຣິຢະສັຈຈະ

ຄວາມຈິງອັນປະເສີດຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌

໔໐໘

ພາກ ໓

ມີເລື່ອງ :- ນິດເທສະ ໙ ວ່າດ້ວຍຄວາມດັບແຫ່ງຕັນຫາ ----------- ໒໙ ເລື່ອງ

ນິດເທສະ ໑໐ ວ່າດ້ວຍທັມເປັນທີ່ດັບຕັນຫາ ---------- ໖໑ ເລື່ອງ

ນິດເທສະ ໑໑ ວ່າດ້ວຍຜູ້ດັບຕັນຫາ ----------------- ໑໐໖ ເລື່ອງ

ນິດເທສະ ໑໒ ວ່າດ້ວຍອາການດັບແຫ່ງຕັນຫາ ------- ໖໑ ເລື່ອງ

໔໐໙

ພາກ ໓

ວ່າດ້ວຍ

ນິໂຣດະອະຣິຢະສັຈຈະ ຄວາມຈິງອັນປະເສີດ

ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌

(ມີ ໔ ນິດເທສະ)

ອຸດເທສະແຫ່ງນິໂຣດະອະຣິຢະສັຈຈະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ