ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມບໍ່ຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າບໍ່ແມ່ນທັມ ໃນສິ່ງທີ່ບໍ່ແມ່ນທັມ ບຸຄຄົລຜູ້ ສໍາຄັນວ່າທັມ ໃນສິ່ງທີ່ເປັນທັມ. ....
- ທຸກ. ອັງ. ໒໐/໑໐໘/໓໖໐.
ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມບໍ່ຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າບໍ່ແມ່ນວິນັຍ ໃນສິ່ງທີ່ບໍ່ແມ່ນວິນັຍ ບຸຄຄົລຜູ້ ສໍາຄັນວ່າວິນັຍ ໃນສິ່ງທີ່ເປັນວິນັຍ.
ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມບໍ່ຈະເຣີນແກ່ບຸຄຄົລ ໒ ຈໍາພວກໆເຫຼົ່ານີ້ແລ.
- ທຸກ. ອັງ. ໒໐/໑໐໘/໓໖໒.
ເຫຕໃຫ້ບໍ່ປະຣິນິພພານໃນປັຈຈຸບັນ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດໜໍເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ສັຕບາງພວກໃນໂລກນີ້ ບໍ່ປະຣິນິພພານໃນທິຕຖະທັມ ?”
ທ່ານຜູ້ເປັນຈອມເທບ ! ຮູບ ທັງຫຼາຍທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸມີຢູ່, ເປັນຮູບທີ່ໜ້າປາຖະໜາ ໜ້າໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ. ຖ້າວ່າພິກຂຸ ຍ່ອມເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ຊຶ່ງຮູບນັ້ນແລ້ວນັ້ນ; ເມື່ອພິກຂຸນັ້ນ ເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ກັບຮູບນັ້ນ, ວິນຍານນັ້ນເປັນວິນຍານອັນຕັນຫາ
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໔໐໑
ໃນອາຣົມຄືຮູບອາໄສແລ້ວ ວິນຍານນັ້ນຄືອຸປາທານ.໑ ທ່ານຜູ້ເປັນຈອມເທບ ! ພິກຂຸ ຜູ້ມີອຸປາທານ ຍ່ອມບໍ່ປະຣິນິພພານ.
(ໃນກໍລະນີ ແຫ່ງສຽງທີ່ຈະຍ່ອມຮູ້ສຶກດ້ວຍໂສຕະ ກິ່ນທີ່ຈະຍ່ອມຮູ້ສຶກດ້ວຍຄານະ ຣົສທີ່ຈະຍ່ອມຮູ້ສຶກດ້ວຍຊິວຫາ ສັມຜັສທາງຜິວໜັງທີ່ຈະຍ່ອມຮູ້ສຶກດ້ວຍກາຍະ (ຜິວກາຍທົ່ວໄປ) ແລະທັມມາຣົມ ທີ່ຈະຍ່ອມຮູ້ສຶກດ້ວຍມະນະ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸຂ້າງເທິງນັ້ນ).
ທ່ານຜູ້ເປັນຈອມເທບ ! ນີ້ແລ ເປັນເຫຕ ນີ້ເປັນປັຈຈັຍ ທີ່ເຮັດໃຫ້ສັຕບາງພວກ ໃນໂລກນີ້ ບໍ່ປະຣິນິພພານໃນທິຕຖະທັມ.
- ສລາ. ສັງ. ໑໘/໑໒໘/໑໗໘.
ບຸຄຄົລຜູ້ເຖິງຊຶ່ງອະວິຊຊາ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ອະວິຊຊາ-ອະວິຊຊາ’ ດັ່ງນີ້ ກໍອະວິຊຊາ ນັ້ນເປັນແນວໃດ ? ແລະ ບຸຄຄົລຊື່ວ່າມີ ອະວິຊຊາ ດ້ວຍເຫຕພຽງເທົ່າໃດ ? ຂ້ານ້ອຍ”
ພິກຂຸ ! ໃນໂລກນີ້ ປຸຖຸຊົນຜູ້ບໍ່ໄດ້ຍິນໄດ້ຟັງ ຍ່ອມບໍ່ຮູ້ຈັກຮູບ, ບໍ່ຮູ້ຈັກເຫຕໃຫ້ ເກີດຂອງຮູບ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງຮູບ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງຮູບ; ເຂົາຍ່ອມບໍ່ຮູ້ຈັກເວທະນາ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງເວທະນາ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ, ເຂົາຍ່ອມບໍ່ຮູ້ຈັກສັນຍາ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງສັນຍາ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງສັນຍາ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ;
໑. ວິນຍານ ໃນບ່ອນນີ້ໝາຍເຖິງ ມະໂນວິນຍານ ທີ່ຮູ້ສຶກຕໍ່ຄວາມເພີນ ແລະຄວາມມົວເມົາໃນຮູບນັ້ນ;
ບໍ່ແມ່ນຈັກຂຸວິນຍານ ທີ່ເຫັນຮູບຕາມທຳມະດາ.
໔໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເຂົາຍ່ອມບໍ່ຮູ້ຈັກສັງຂາຣທັງຫຼາຍ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງສັງຂາຣທັງຫຼາຍ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ; ເຂົາຍ່ອມບໍ່ຮູ້ຈັກວິນຍານ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງວິນຍານ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງວິນຍານ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງວິນຍານ, ພິກຂຸ ! ຄວາມບໍ່ຮູ້ນີ້ເຮົາເອີ້ນວ່າ “ອະວິຊຊາ”; ແລະບຸຄຄົລຊື່ວ່າມີ ອະວິຊຊາ ດ້ວຍເຫຕມີປະມານ ເທົ່ານີ້ແລ.
- ຂັນທະ. ສັງ. ໑໗/໑໙໘/໓໐໐.
ອະວິຊຊາ ຂອງຜູ້ເຖິງຊຶ່ງອະວິຊຊາ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ຮຽກກັນວ່າ ‘ອະວິຊຊາ-ອະວິຊຊາ’ ດັ່ງນີ້ນັ້ນ ເປັນແນວໃດ ? ແລະດ້ວຍເຫຕພຽງເທົ່າໃດ ບຸຄຄົລຈຶ່ງຊື່ວ່າ ເປັນຜູ້ເຖິງຊຶ່ງ ອະວິຊຊາ ? ຂ້ານ້ອຍ !”








