ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ນິໂຣດ (ຄວາມດັບ) ແຫ່ງອາສະວະ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບແຫ່ງອາສະວະ ມີເພາະຄວາມດັບແຫ່ງ ອະວິຊຊາ. ອະຣິຍະອັຕຖັງຄິກະມັຄຄະນີ້ ນັ້ນແລ ເປັນປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງອາສະວະ; ປະຕິປະທານັ້ນໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

ພິກຂຸ ທ. ! ໃນກາລະໃດແລ ອະຣິຍະສາວົກ ຍ່ອມຮູ້ແຈ່ມແຈ້ງ ຊຶ່ງອາສະວະເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງນິທານສັມພະວະ ແຫ່ງອາສະວະເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງເວມັຕຕະຕາແຫ່ງອາສະວະເຊັ່ນນີ້ ຮູ້ແຈ່ມແຈ້ງ ຊຶ່ງວິບາກແຫ່ງອາສະວະເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງນິໂຣດ ແຫ່ງອາສະວະເຊັ່ນນີ້,

໑. ຂໍ້ຄວາມນີ້ໃຊ້ໄດ້ທັງພາສາຄົນ ແລະພາສາທັມ : ພາສາຄົນ ກໍຄືເກີດໃໝ່ຫຼັງຈາກຕາຍແລ້ວດັ່ງທີ່ຮູ້ກັນຢູ່;

ຖ້າເປັນພາສາທັມ ກໍຄືອັຕຕະພາບປັຈຈຸບັນຂອງເຂົານັ້ນ ເກີດປ່ຽນເປັນບຸນຍ໌ຫຼືບາບ ຕາມສົມຄວນແກ່

ອຸປາທານ ທີ່ເກີດຂຶ້ນຈາກອະວິຊຊານັ້ນໆ ໂດຍທີ່ຍັງບໍ່ຕ້ອງຕາຍ; ທັງໝົດນີ້ແລ້ວແຕ່ຜູ້ສຶກສາ

ຈະຖືເອົາຄວາມໝາຍໃດ.

໓໙໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຮູ້ແຈ່ມແຈ້ງ ຊຶ່ງປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງອາສະວະເຊັ່ນນີ້; ໃນກາລະນັ້ນ ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ່ມແຈ້ງຊຶ່ງພຣົມມະຈັນຣຍ໌ນີ້ ອັນເປັນເຄື່ອງເຈາະແທງກິເລສ ວ່າເປັນນິໂຣດແຫ່ງອາສະວະ.

- ສັກກ. ອັງ. ໒໒/໔໖໒-໔໖໓/໓໓໔.

ເຫຕໃຫ້ອາສະວະຈະເຣີນແລະບໍ່ຈະເຣີນ

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ມັກຂະຫຍະຂະແຫຍງ ຕໍ່ສິ່ງທີ່ບໍ່ຄວນຂະຫຍະຂະແຫຍງ ບຸຄຄົລຜູ້ ບໍ່ມັກຂະຍະຂະແຫຍງ ຕໍ່ສິ່ງທີ່ຄວນຂະຍະຂະແຫຍງ.

- ທຸກ. ອັງ. ໒໐/໑໐໗/໓໕໓.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າຄວນ ໃນສິ່ງທີ່ບໍ່ຄວນ ບຸຄຄົລຜູ້ ສໍາຄັນວ່າບໍ່ຄວນ ໃນສິ່ງທີ່ຄວນ. ....

- ທຸກ. ອັງ. ໒໐/໑໐໗/໓໕໕.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າອາບັດ ໃນສິ່ງທີ່ບໍ່ແມ່ນອາບັດ ບຸຄຄົລຜູ້ ສໍາຄັນວ່າບໍ່ແມ່ນອາບັດ ໃນສິ່ງທີ່ເປັນອາບັດ. ....

- ທຸກ. ອັງ. ໒໐/໑໐໗/໓໕໗.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າທັມ ໃນສິ່ງທີ່ບໍ່ແມ່ນທັມ ບຸຄຄົລຜູ້ ສໍາຄັນວ່າບໍ່ແມ່ນທັມ ໃນສິ່ງທີ່ເປັນທັມ. ....

- ທຸກ. ອັງ. ໒໐/໑໐໘/໓໕໙.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໙໙

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າວິນັຍ ໃນສິ່ງທີ່ບໍ່ແມ່ນວິນັຍ ບຸຄຄົລຜູ້ ສໍາຄັນວ່າບໍ່ແມ່ນວິນັຍ ໃນສິ່ງທີ່ເປັນວິນັຍ.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມຈະເຣີນແກ່ບຸຄຄົລ ໒ ຈໍາພວກໆເຫຼົ່ານີ້ແລ.

- ທຸກ. ອັງ. ໒໐/໑໐໘/໓໖໑.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມບໍ່ຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ບໍ່ມັກຂະຍະຂະແຫຍງ ຕໍ່ສິ່ງທີ່ບໍ່ຄວນຂະຍະຂະແຫຍງ ບຸຄຄົລຜູ້ ມັກຂະຍະຂະແຫຍງ ຕໍ່ສິ່ງທີ່ຄວນຂະຍະຂະແຫຍງ. ....

- ທຸກ. ອັງ. ໒໐/໑໐໗/໓໕໔.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມບໍ່ຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າບໍ່ຄວນ ໃນສິ່ງທີ່ບໍ່ຄວນ ບຸຄຄົລຜູ້ ສໍາຄັນວ່າຄວນ ໃນສິ່ງທີ່ຄວນ. ....

- ທຸກ. ອັງ. ໒໐/໑໐໗/໓໕໖.

ພິກຂຸ ທ. ! ອາສະວະທັງຫຼາຍ ຍ່ອມບໍ່ຈະເຣີນແກ່ບຸຄຄົລ ໒ ຈໍາພວກ. ບຸຄຄົລ ໒ ຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກຄື ບຸຄຄົລຜູ້ ສໍາຄັນວ່າບໍ່ແມ່ນອາບັດ ໃນສິ່ງທີ່ບໍ່ແມ່ນອາບັດ ບຸຄຄົລຜູ້ ສໍາຄັນວ່າອາບັດ ໃນສິ່ງທີ່ເປັນອາບັດ. ....

- ທຸກ. ອັງ. ໒໐/໑໐໗/໓໕໘.

໔໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ