ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ບຸຄຄົລ ຜູ້ຕາມເຫັນຄວາມເປັນຂອງໜ້າເບື່ອໜ່າຍ ໃນສັນໂຍຊະນິຢະທັມທັງຫຼາຍຢູ່ ຍ່ອມລະຣາຄະໄດ້ ຍ່ອມລະໂທສະໄດ້ ຍ່ອມລະໂມຫະໄດ້. ເພາະລະຣາຄະ ໂທສະ ໂມຫະໄດ້ ຍ່ອມພົ້ນຈາກຊາດ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະແລະອຸປາຍາສະ; ເຮົາກ່າວວ່າ ຍ່ອມພົ້ນຈາກທຸກຂ໌ໄດ້.

ພິກຂຸ ທ. ! ນີ້ແຫຼະ ຄືທັມ ໒ ຢ່າງ.

- ທຸກ. ອັງ. ໒໐/໖໕/໒໕໒.

ສັນໂຍຊນ໌ເຈັດ

ພິກຂຸ ທ. ! ສັນໂຍຊະນະ (ສິ່ງຜູກພັນ) ໗ ຢ່າງເຫຼົ່ານີ້ມີຢູ່. ເຈັດຢ່າງແນວໃດໜໍ ? ເຈັດຢ່າງຄື ອະນຸນະຢະສັນໂຍຊະນະ (ສັນໂຍຊນ໌ຄືກາມະຣາຄະເປັນເຫຕໃຫ້ຕິດຕາມ) ໑ ປະຕິຄະສັນໂນຊະນະ (ສັນໂຍຊນ໌ຄືຄວາມໂກດບໍ່ໄດ້ດັ່ງໃຈ) ໑ ທິຕຖິສັນໂຍຊະນະ (ສັນໂຍຊນ໌ຄືຄວາມເຫັນຜິດ) ໑ ວິຈິກິດສາສັນໂຍຊະນະ (ສັນໂຍຊນ໌ຄືຄວາມລັງເລສົງໄສ) ໑ ມານະສັນໂຍຊະນະ (ສັນໂຍຊນ໌ຄືຄວາມສໍາຄັນຕົນ) ໑ ພະວະຣາຄະສັນໂຍຊະນະ (ສັນໂຍຊນ໌ຄືຄວາມກໍາໜັດໃນພົບ) ໑ ອະວິຊຊາສັນໂຍຊະນະ (ສັນໂຍຊນ໌ຄືອະວິຊຊາ) ໑. ພິກຂຸ ທ. ! ເຫຼົ່ານີ້ແລ ຄືສັນໂຍຊະນະ ໗ ຢ່າງ.

ພາກ ໒ - ສະມຸທະຢະຍະອະຣິຍະສັຈຈ໌ ໓໘໙

ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ ເພື່ອລະ ເພື່ອຕັດຂາດ ຊຶ່ງສັນໂຍຊນ໌ ໗ ຢ່າງ. ເຈັດຢ່າງເຫຼົ່າໃດໜໍ ?

ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ ເພື່ອລະເພື່ອຕັດຂາດ ຊຶ່ງອະນຸນະຢະສັນໂຍຊນ໌ ໑ ປະຕິຄະສັນໂຍຊນ໌ ໑ ທິຕຖິສັນໂຍຊນ໌ ໑ ວິຈິກິດສາສັນໂຍຊນ໌ ໑ ມານະສັນໂຍຊນ໌ ໑ ພະວະຣາຄະສັນໂຍຊນ໌ ໑ ອະວິຊຊາສັນໂຍຊນ໌ ໑. ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ ເພື່ອລະ ເພື່ອຕັດຂາດຊຶ່ງສັນໂຍຊນ໌ ໗ ຢ່າງເຫຼົ່ານີ້ ແລ.

ພິກຂຸ ທ. ! ເມື່ອໃດແລ, ອະນຸນະຢະສັນໂຍຊະນະກໍດີ ປະຕິຄະສັນໂຍຊະນະກໍດີ ທິຕຖິສັນໂຍຊະນະກໍດີ ວິຈິກິດສາສັນໂຍຊະນະກໍດີ ມານະສັນໂຍຊະນະກໍດີພະວະຣາຄະສັນໂຍຊະນະກໍດີ ອະວິຊຊາສັນໂຍຊະນະກໍດີ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ ມີຮາກເຫງົ້າອັນຕັດຂາດແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ ອີກຕໍ່ໄປ;

ພິກຂຸ ທ. ! ເມື່ອນັ້ນ, ພິກຂຸນີ້ເຮົາເອີ້ນວ່າ “ຕັດຕັນຫາໄດ້ແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ຈັກໜ້າຕາຂອງມານະຢ່າງຖືກຕ້ອງແລ້ວ” ດັ່ງນີ້ ແລ.

- ສັຕຕະກະ. ອັງ. ໒໓/໗-໘/໘-໙.

(ກ່ຽວກັບເລື່ອງນີ້ ຄວນເບິ່ງຫົວຂໍ້ວ່າ “ປະພຶດພຣົມມະຈັນຣຍ໌ ເພື່ອລະ ເພື່ອຕັດອະນຸສະຢະໂດຍເດັດຂາດ” ທີ່ໜ້າ ໔໓໑ ແຫ່ງໜັງສືນີ້ປະກອບດ້ວຍ).

(ສັນໂຍຊນ໌ເຈັດອີກນັຍໜຶ່ງ)

ພິກຂຸ ທ. ! ສັນໂຍຊນ໌ ໗ ຢ່າງເຫຼົ່ານີ້ມີຢູ່. ເຈັດຢ່າງແນວໃດໜໍ ? ເຈັດຢ່າງຄື ອະນຸນະຢະສັນໂຍຊນ໌ ໑ ປະຕິຄະສັນໂຍຊນ໌ ໑ ທິຕຖິສັນໂຍຊນ໌ ໑

໓໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ວິຈິກິດສາສັນໂຍຊນ໌ ໑ ມານະສັນໂຍຊນ໌ ໑ ອິດສາສັນໂຍຊນ໌ (ສັນໂຍຊນ໌ຄືຄວາມຣິດສະຫຍາ) ໑ ມັດສະຣິຢະສັນໂຍຊນ໌ (ສັນໂຍຊນ໌ຄືຄວາມຂີ້ຖີ່) ໑. ພິກຂຸ ທ. ! ເຫຼົ່ານີ້ແລ ສັນໂຍຊນ໌ ໗ ຢ່າງ.

- ສັຕຕະກະ. ອັງ. ໒໓/໘/໑໐.

ສັນໂຍຊນ໌ສິບ

ພິກຂຸ ທ. ! ສັນໂຍຊນ໌ ໑໐ ປະການເຫຼົ່ານີ້ມີຢູ່. ສິບປະການແນວໃດໜໍ ? ສິບປະການຄື ໂອຣັມພາຄິຢະສັນໂຍຊນ໌ ໕ ປະການ ອຸດທັມພາຄິຢະສັນໂຍຊນ໌ ໕ ປະການ.

ໂອຣັມພາຄິຢະສັນໂຍຊນ໌ ໕ ປະການ ເປັນແນວໃດໜໍ ? ຄື ສັກກາຢະທິຕຖິ ວິຈິກິດສາ ສີລັບພັຕຕະປະຣາມາສະ ກາມະສັນທະ ພະຢາປາດະ : ເຫຼົ່ານີ້ຄື ໂອຣັມພາຄິຢະສັງໂຍຊະນະ ໕ ປະການ.

ອຸດທັມພາຄິຢະສັນໂຍຊນ໌ ໕ ປະການ ເປັນແນວໃດໜໍ ? ຄື ຣູປະຣາຄະ ອະຣູປະຣາຄະ ມານະ ອຸດທັດຈະ ອະວິຊຊາ : ເຫຼົ່ານີ້ຄື ອຸດທັມພາຄິຢະສັງໂຍຊະນະ ໕ ປະການ.

ພິກຂຸ ທ. ! ເຫຼົ່ານີ້ແລ ສັນໂຍຊນ໌ ໑໐ ປະການ.

- ທສກ. ອັງ. ໒໔/໑໘-໑໙/໑໓.

ລັກສະນະທີ່ເປັນໂອຣັມພາຄິຍະສັນໂຍຊນ໌

“ຂ້າແຕ່ພຣະຜູ້ມີພຣະພາຄ ! ບັດນີ້ເປັນການອັນສົມຄວນ ທີ່ພຣະຜູ້ມີພຣະພາຄ ຈະຊົງສະແດງ ໂອຣັມພາຄິຢະສັນໂຍຊນ໌ຫ້າ. ພິກຂຸທັງຫຼາຍ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈະຊົງຈໍາໄວ້.”

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໙໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ