ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຖ້າເຂົາຖາມວ່າ “ອາວຸໂສ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ຣາຄະທີ່ຍັງບໍ່ເກີດ ເກີດຂຶ້ນ, ຫຼືຣາຄະທີ່ເກີດຂຶ້ນແລ້ວ ເປັນໄປເພື່ອຄວາມຈະເຣີນໂດຍຍິ່ງ ເພື່ອຄວາມໄພບູນ ?” ດັ່ງນີ້. ຄໍາຕອບ ຍ່ອມມີວ່າ ສຸພະນິມິຕ (ສິ່ງທີ່ສະແດງໃຫ້ຮູ້ສຶກວ່າງາມ); ຄືເມື່ອເຂົາເຮັດໃນໃຈ ຊຶ່ງສຸພະນິມິຕໂດຍບໍ່ຖີ່ຖ້ວນ ຣາຄະ ທີ່ຍັງບໍ່ເກີດ ກໍເກີດຂຶ້ນ ແລະຣາຄະທີ່ເກີດຢູ່ແລ້ວ ກໍເປັນໄປເພື່ອຄວາມຈະເຣີນໂດຍຍິ່ງ ເພື່ອຄວາມໄພບູນ. ອາວຸໂສ ! ນີ້ຄືເຫຕ ນີ້ຄືປັຈຈັຍ.

ຖ້າເຂົາຖາມອີກວ່າ “ອາວຸໂສ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ ໂທສະທີ່ຍັງບໍ່ເກີດ ເກີດຂຶ້ນ, ຫຼືໂທສະທີ່ເກີດຂຶ້ນແລ້ວ ເປັນໄປເພື່ອຄວາມຈະເຣີນໂດຍຍິ່ງ ເພື່ອຄວາມໄພບູນ ?” ດັ່ງນີ້. ຄໍາຕອບຍ່ອມມີວ່າ ປະຕິຄະນິມິຕ (ສິ່ງທີ່ສະແດງໃຫ້ຮູ້ສຶກກະທົບກະທັ່ງ); ຄືເມື່ອເຂົາເຮັດໃນໃຈ ຊຶ່ງປະຕິຄະນິມິຕໂດຍບໍ່ຖີ່ຖ້ວນ ໂທສະທີ່ຍັງບໍ່ເກີດ ກໍເກີດຂຶ້ນ ແລະ ໂທສະທີ່ເກີດຢູ່ແລ້ວ ກໍເປັນໄປເພື່ອຄວາມຈະເຣີນໂດຍຍິ່ງ ເພື່ອຄວາມໄພບູນ. ອາວຸໂສ ! ນີ້ຄືເຫຕ ນີ້ຄືປັຈຈັຍ.

ຖ້າເຂົາຖາມອີກວ່າ “ອາວຸໂສ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ ໂມຫະ ທີ່ຍັງບໍ່ເກີດ ເກີດຂຶ້ນ, ຫຼືໂມຫະທີ່ເກີດຂຶ້ນແລ້ວ ເປັນໄປເພື່ອຄວາມຈະເຣີນໂດຍຍິ່ງ ເພື່ອຄວາມໄພບູນ ?” ດັ່ງນີ້. ຄໍາຕອບຍ່ອມມີວ່າ ອະໂຢນິໂສມະນະສິກາຣະ (ການເຮັດໃນໃຈໂດຍບໍ່ຖີ່ຖ້ວນ); ຄືເມື່ອເຮັດໃນໃຈໂດຍບໍ່ຖີ່ຖ້ວນ ໂມຫະທີ່ຍັງບໍ່ເກີດ ກໍເກີດຂຶ້ນ ແລະໂມຫະທີ່ເກີດຢູ່ແລ້ວ ກໍເປັນໄປເພື່ອຄວາມຈະເຣີນໂດຍຍິ່ງ ເພື່ອຄວາມໄພບູນ. ອາວຸໂສ ! ນີ້ຄືເຫຕ ນີ້ຄືປັຈຈັຍ.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໘໗

ຖ້າເຂົາຖາມອີກວ່າ “ອາວຸໂສ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ ຣາຄະ ທີ່ຍັງບໍ່ເກີດ ບໍ່ເກີດຂຶ້ນ, ຫຼື ຣາຄະ ທີ່ເກີດຂຶ້ນແລ້ວ ລະໄປ ?” ດັ່ງນີ້. ຄໍາຕອບຍ່ອມມີວ່າ ອະສຸພະນິມິຕ (ສິ່ງທີ່ສະແດງໃຫ້ຮູ້ສຶກກວ່າບໍ່ງາມ); ຄືເມື່ອເຂົາເຮັດໃນໃຈຊຶ່ງອະສຸພະນິມິຕ ໂດຍລະອຽດຖີ່ຖ້ວນ ຣາຄະທີ່ຍັງບໍ່ເກີດ ກໍບໍ່ເກີດຂຶ້ນ ແລະຣາຄະ ທີ່ເກີດຢູ່ແລ້ວ ກໍລະໄປ. ອາວຸໂສ ! ນີ້ຄືເຫຕ ນີ້ຄືປັຈຈັຍ.

ຖ້າເຂົາຖາມອີກວ່າ “ອາວຸໂສຸ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ ໂທສະ ທີ່ຍັງບໍ່ເກີດ ບໍ່ເກີດຂຶ້ນ, ຫຼືໂທສະ ທີ່ເກີດຂຶ້ນແລ້ວ ລະໄປ ?” ດັ່ງນີ້. ຄໍາຕອບຍ່ອມມີວ່າ ເມຕຕາເຈໂຕວິມຸຕຕິ (ຄວາມຫຼຸດພົ້ນແຫ່ງຈິຕອັນປະກອບຢູ່ດ້ວຍເມຕຕາ); ຄືເມື່ອເຂົາເຮັດໃນໃຈຊຶ່ງ ເມຕຕາເຈໂຕວິມຸຕຕິ ໂດຍຖີ່ຖ້ວນ ໂທສະ ທີ່ຍັງບໍ່ເກີດ ກໍບໍ່ເກີດຂຶ້ນ ແລະ ໂທສະ ທີ່ເກີດຢູ່ແລ້ວ ກໍລະໄປ. ອາວຸໂສ ! ນີ້ຄືເຫຕ ນີ້ຄືປັຈຈັຍ.

ຖ້າເຂົາຖາມອີກວ່າ “ອະວຸໂສ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ໂມຫະ ທີ່ຍັງບໍ່ເກີດ ບໍ່ເກີດຂຶ້ນ, ຫຼືໂມຫະ ທີ່ເກີດຂຶ້ນແລ້ວ ລະໄປ ?” ດັ່ງນີ້. ຄໍາຕອບ ຍ່ອມມີວ່າ ໂຢນິໂສມະນະສິກາຣະ ຄື ເມື່ອເຂົາເຮັດໃນໃຈ ໂດຍລະອຽດຖີ່ຖ້ວນ ໂມຫະທີ່ຍັງບໍ່ເກີດ ກໍບໍ່ເກີດຂຶ້ນ ແລະ ໂມຫະ ທີ່ເກີດຢູ່ແລ້ວ ກໍລະໄປ. ອາວຸໂສ ! ນີ້ຄືເຫຕ ນີ້ຄືປັຈຈັຍ.

- ຕິກ. ອັງ. ໒໐/໒໕໖/໕໐໘.

ບໍ່ອາດລະຣາຄະ ໂທສະ ໂມຫະ

ກໍເພາະຫຼົງ ໃນສັນໂຍຊະນິຢະທັມ

ພິກຂຸ ທ. ! ທັມ ໒ ຢ່າງເຫຼົ່ານີ້ ມີຢູ່. ສອງຢ່າງອັນໃດໜໍ ? ສອງຢ່າງຄືຄວາມເປັນຜູ້ມົວແຕ່ເຫັນເປັນຂອງດຶງດູູດໃຈໃນສັນໂຍຊະນິຢະທັມທັງຫຼາຍ ຢ່າງໜຶ່ງ

໓໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ແລະຄວາມເປັນຜູ້ຕາມເຫັນຄວາມເປັນຂອງໜ້າເບື່ອໜ່າຍ ໃນສັນໂຍຊະນິຢະທັມ (ທັມອັນເປັນເຄື່ອງຜູກພັນ) ທັງຫຼາຍ ນີ້ ອີກຢ່າງໜຶ່ງ.

ພິກຂຸ ທ. ! ບຸຄຄົລ ຜູ້ມົວແຕ່ເຫັນເປັນຂອງດຶງດູດໃຈ ໃນສັນໂຍຊະນິຢະທັມ (ກາມະຄຸນຫ້າ ໆລໆ) ທັງຫຼາຍຢູ່ ຍ່ອມລະຣາຄະບໍ່ໄດ້ ລະໂທສະບໍ່ໄດ້ ລະໂມຫະບໍ່ໄດ້. ເພາະລະຣາຄະ ໂທສະ ໂມຫະບໍ່ໄດ້ ຍ່ອມບໍ່ພົ້ນຈາກຊາດ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະ ; ເຮົາກ່າວວ່າ ຍ່ອມບໍ່ພົ້ນຈາກທຸກຂ໌.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ