ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເຖິງແມ່ນ ໂລພະ ນັ້ນ ກໍເປັນ ອະກຸສົລ. ຄົນໂລບແລ້ວ ປະກອບກັມໃດທາງກາຍ ທາງວາຈາ ທາງໃຈ ແມ່ນວ່າ ກັມ ນັ້ນກໍເປັນ ອະກຸສົລ. ຄົນໂລບ ຖືກຄວາມໂລບຄອບງໍາແລ້ວ ມີຈິຕອັນຄວາມໂລບປຸ້ມລຸມແລ້ວ ສ້າງຄວາມທຸກຂ໌ໃຫ້ແກ່ຜູ້ອື່ນ ໂດຍທີ່ບໍ່ຄວນຈະມີ ດ້ວຍການຂ້າແດ່ ດ້ວຍການຄຸມຂັງແດ່ ດ້ວຍການໃຫ້ເສື່ອມເສຍແດ່ ດ້ວຍການຕິຕຽນແດ່ ດ້ວຍການຂັບໄລ່ແດ່ ໂດຍການຖືວ່າ ເຮົາມີກໍາລັງຫຼາຍກວ່າດັ່ງນີ້ ແມ່ນວ່າ ກັມ ນີ້ ກໍເປັນອະກຸສົລ : ອະກຸສົລທັມອັນລາມົກເປັນອະເນກ ທີ່ເກີດຈາກຄວາມໂລບ ມີຄວາມໂລບເປັນເຫຕ ມີຄວາມໂລບເປັນສະມຸທັຍ ມີຄວາມໂລບເປັນປັຈຈັຍເຫຼົ່ານີ້ ຍ່ອມເກີດຂຶ້ນແກ່ເຂົາດ້ວຍອາການດັ່ງນີ້.

(ໃນກໍລະນີ ແຫ່ງໂທສະ ແລະໂມຫະ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນດັ່ງທີ່ກ່າວໄດ້ວ່າທຸກໂຕອັກສອນ ຜິດກັນແຕ່ຊື່ເທົ່ານັ້ນ).

ພິກຂຸ ທ. ! ບຸຄຄົລຊະນິດນີ້ ນັ້ນຄວນຖືກເອີ້ນວ່າ ເປັນ ອະກາລະວາທີ ແດ່ ອະພູຕະວາທີ ແດ່ ອະນັຕຖະວາທີ ແດ່ ອະທັມມະວາທີ ແດ່ ອະວິນະຢະວາທີ ແດ່. ເພາະເຫຕໃດ ຈຶ່ງຄວນຖືກເອີ້ນເຊັ່ນນັ້ນ ? ເພາະເຫຕວ່າ ບຸຄຄົລນີ້ ສ້າງຄວາມທຸກຂ໌ໃຫ້ແກ່ຜູ້ອື່ນ ໂດຍທີ່ບໍ່ຄວນຈະມີ ດ້ວຍການຂ້າແດ່ ດ້ວຍການຄຸມຂັງແດ່ ດ້ວຍການໃຫ້ເສື່ອມເສຍແດ່ ດ້ວຍການຕິຕຽນແດ່ ດ້ວຍການຂັບໄລ່ແດ່ ໂດຍການຖືວ່າ ເຮົາມີກຳລັງຫຼາຍກວ່າ ດັ່ງນີ້; ແລະເມື່ອເຂົາຖືກກ່າວຫາຢູ່ ດ້ວຍເລື່ອງທີ່ເປັນຈິງ ກໍບ່າຍບ່ຽງບໍ່ຍອມຮັບ;

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໘໕

ເມື່ອຖືກກ່າວຫາຢູ່ດ້ວຍເລື່ອງທີ່ບໍ່ເປັນຈິງ ກໍບໍ່ພະຍາຍາມ ທີ່ຈະເຮັດໃຫ້ແຈ່ມແຈ້ງອອກໄປວ່າ ນັ້ນບໍ່ຖືກ ນັ້ນບໍ່ແມ່ນດັ່ງນີ້ໆ. ເພາະສະນັ້ນ ບຸຄຄົລຊະນິດນີ້ ຈຶ່ງຄວນຖືກເອີ້ນວ່າ ເປັນອະກາລະວາທີແດ່ ອະພູຕະວາທີແດ່ ອະນັຕຖະວາທີແດ່ ອະທັມມະວາທີແດ່ ອະວິນະຢະວາທີແດ່.

ພິກຂຸ ທ. ! ບຸຄຄົລຊະນິດນີ້ ຖືກອະກຸສົລທັມອັນລາມົກຊຶ່ງເກີດມາຈາກຄວາມໂລບຄອບງໍາແລ້ວ ມີຈິຕອັນອະກຸສົລທັມອັນລາມົກ ທີ່ເກີດຈາກໂລພະປຸ້ມລຸມແລ້ວ ຍ່ອມຢູ່ເປັນທຸກຂ໌ ມີຄວາມລໍາບາກ ມີຄວາມຄັບແຄ້ນ ມີຄວາມຮ້ອນເອົ້າ ໃນທິຕຖະທັມນັ້ນແລ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍຍ່ອມຫວັງໄດ້ແຕ່ທຸຄະຕິ. (ໃນກໍລະນີ ແຫ່ງຄວາມໂກດ ແລະຄວາມຫຼົງ ກໍຕຣັດໄວ້ໂດຍຂໍ້ຄວາມເຊັ່ນດຽວກັນດັ່ງທີ່ກ່າວໄດ້ວ່າ ທຸກໂຕອັກສອນ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ປຽບເໝືອນຕົ້ນໄມ້ໃຫຍ່ໆ ເຊັ່ນຕົ້ນສາລະ ຕົ້ນທະວະ ຫຼືຕົ້ນຜັນທະນະກໍດີ ຖືກເຄືອມາລຸວາ ສາມຊະນິດ ຂຶ້ນຄຸມແລ້ວ ຮັດຂຶງແລ້ວ ຍ່ອມເຖິງຄວາມວິນາດຈິບຫາຍ, ເຊັ່ນໃດ ກໍເຊັ່ນນັ້ນ.

ພິກຂຸ ທ. ! ເຫຼົ່ານີ້ແລ ອະກຸສົລມູນ ໓ ຢ່າງ.

(ພຣະອົງຄ໌ ຍັງໄດ້ຕຣັດຂໍ້ຄວາມ ເປັນປະຕິປັກຂະນັຍຢະ ຝ່າຍກົງກັນຂ້າມອີກ ຊຶ່ງຜູ້ສຶກສາຫາເບິ່ງໄດ້ຈາກຫົວຂໍ້ວ່າ “ປະຣິນິພພານໃນທິຕຖະທັມ ດ້ວຍການຕັດອະກຸສົລມູນ” ໃນພາກ ໓ ແຫ່ງໜັງສືເຫຼັ້ມນີ້).

- ຕິກ. ອັງ. ໒໐/໒໕໘/໕໐໙.

ຂໍ້ຄວນຮູ້ກ່ຽວກັບອະກຸສະລະມູລະ

(ຫຼາຍແງ່ມຸມ)

ພິກຂຸ ທ. ! ຖ້າພວກປະຣິບພາຊົກ ເດຍຣະຖີເຫຼົ່າອື່ນ ຈະຍ່ອມຖາມດັ່ງນີ້ວ່າ “ອາວຸໂສ ! ທັມ ໓ ຢ່າງເຫຼົ່ານີ້ມີຢູ່ຄື ຣາຄະ ໂທສະ ໂມຫະ. ອາວຸໂສ ! ອັນໃດເປັນຄວາມຜິດແປກ ອັນໃດເປັນຄວາມແຕກຕ່າງ ອັນໃດເປັນເຄື່ອງສະແດງຄວາມຕ່າງ ລະຫວ່າງທັມ ໓ ຢ່າງເຫຼົ່ານັ້ນ ?” ດັ່ງນີ້.

໓໘໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

.... ພິກຂຸ ທ. ! ພວກເຈົ້າ ຖືກຖາມດັ່ງນີ້ແລ້ວ ຈົ່ງພະຍາກອນແກ່ເຂົາວ່າ “ອາວຸໂສ ! ຣາຄະມີໂທດໜ້ອຍ ຄາຍຊ້າ. ໂທສະມີໂທດຫຼາຍ ຄາຍໄວ. ໂມຫະມີໂທດຫຼາຍ ຄາຍຊ້າ”.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ