ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ອະຣິຢານັງອະທັສສະນະກັມມະຢະຕາ (ຄວາມບໍ່ຢາກເຫັນພຣະອະຣິຍະເຈົ້າ) ໑ ອະຣິຢະທັມມັງອະໂສຕຸກັມມະຢະຕາ (ຄວາມບໍ່ຢາກຟັງທັມຂອງພຣະອະຣິຍະເຈົ້າ) ໑ ອຸປາຣັມພະຈິຕຕະຕາ (ຄວາມມີຈິຕທ່ຽວເກາະກ່ຽວ) ໑ ກໍບໍ່ອາດເພື່ອລະ ຊຶ່ງທັມສາມຄື ມຸຕຖະສັຈຈະ ໑ ອະສັມປະຊັນຍະ ໑ ເຈຕະໂສວິກະເຂປະ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ອຸດທັດຈະ (ຄວາມຟຸ້ງຈ່ານ) ໑ ອະສັງວະຣະ (ຄວາມບໍ່ສັງລວມ) ໑ ທຸດສີລະຢະ (ຄວາມທຸສີລ) ໑ ກໍບໍ່ອາດເພື່ອລະຊຶ່ງທັມສາມຄື ອະຣິຢະອະທັດສະກັມມະຢະຕາ ໑ ອະຣິຢະທັມມັງອະສຸໂສຕຸກັມມະຢະຕາ ໑ ອຸປະຣັມພະຈິຕຕະຕາ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ອະສັດດິຢະ (ຄວາມບໍ່ມີສັດທາ) ໑ ອະວະທັນຍຸຕາ (ຄວາມບໍ່ເປັນວະທັນຍູ) ໑ ໂກສັດຊະ (ຄວາມກຽດຄ້ານ) ໑ ກໍບໍ່ອາດເພື່ອລະຊຶ່ງທັມສາມຄື ອຸທທັດຈະ ໑ ອະສັງວະຣະ ໑ ທຸດສີລະຢະ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ອະນາທະຣິຢະ (ຄວາມບໍ່ເອື້ອເຟື້ອໃນບຸຄຄົລ ແລະທັມອັນຄວນເອື້ອເຟື້ອ) ໑ ໂທວະຈັດສະຕາ (ຄວາມເປັນຄົນວ່າຍາກ)໑ ປາປະມິຕຕະຕາ (ຄວາມມີມິຕຊົ່ວ) ໑ ກໍບໍ່ອາດເພື່ອລະຊຶ່ງທັມສາມຄື ອະສັທທິຢະ ໑ ອະວະທັນຍຸຕາ ໑ ໂກສັດຊະ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ອະຫິຣິກະ (ຄວາມບໍ່ລະອາຍໃນສິ່ງທີ່ຄວນລະອາຍ) ໑ ອະໂນຕຕັບປະ (ຄວາມບໍ່ຢ້ານໃນສິ່ງທີ່ຄວນຢ້ານ) ໑ ປະມາດະ (ຄວາມປະມາດ) ໑ ກໍບໍ່ອາດເພື່ອລະ ຊຶ່ງທັມສາມຄື ອະນາທະຣິຢະ ໑ ໂທວະຈັດສະຕາ ໑ ປາປະມິຕຕະຕາ ໑:

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໘໓

ພິກຂຸ ທ. ! ບຸຄຄົລນີ້ ເປັນຜູ້ມີອະຫິຣິກະ ມີອະໂນຕຕັປປະ ມີປະມາດະ ແລ້ວ.

ເຂົາເມື່ອເປັນຜູ້ ມີປະມາດະຢູ່ແລ້ວ ກໍບໍ່ອາດເພື່ອລະຊຶ່ງ ອະນາທະຣິຢະ ໑ ໂທວະຈັສສະຕາ ໑ ປາປະມິຕຕະຕາ ໑;

ເຂົາ ເມື່ອເປັນຜູ້ມີປາປະມິຕຕະຕາ ກໍບໍ່ອາດເພື່ອລະຊຶ່ງ ອະສັທທິຢະ ໑ ອະວະທັນຍຸຕາ ໑ ໂກສັດຊະ ໑;

ເຂົາ ເມື່ອເປັນຜູ້ມີໂກສັດຊະ ກໍບໍ່ອາດເພື່ອລະຊຶ່ງ ອຸດທັດຈະ ໑ ອະສັງວະຣະ ໑ ທຸດສີລະຢະ ໑;

ເຂົາ ເມື່ອເປັນຜູ້ມີທຸດສີລະຢະ ກໍບໍ່ອາດເພື່ອລະຊຶ່ງ ອະຣິຢະນັງອະທັສສະນະກັມມະຢະຕາ ໑ ອະຣິຢະທັມມັງໂສຕຸກັມມະຢະຕາ ໑ ອຸປະຣັມພະຈິຕຕະຕາ ໑;

ເຂົາ ເມື່ອເປັນຜູ້ມີອຸປະຣາມພະຈິຕຕະຕາ ກໍບໍ່ອາດເພື່ອລະຊຶ່ງ ມຸຕຖະສັຈຈະ ໑ ອະສັມປະຊັນຍະ ໑ ເຈຕະໂສວິກະເຂປະ ໑;

ເຂົາ ເມື່ອເປັນຜູ້ມີເຈຕະໂສວິກະເຂປະ ກໍບໍ່ອາດເພື່ອລະຊຶ່ງ ອະໂຍນິໂສມະນະ ສິກາຣະ ໑ ກຸມມັຄຄະເສວະນາ ໑ ເຈຕະໂສລີນັຕຕາ ໑;

ເຂົາ ເມື່ອເປັນຜູ້ມີເຈຕະໂສລີນັຕຕາ ກໍບໍ່ອາດເພື່ອລະຊຶ່ງ ສັກກາຢະທິຕຖິ ໑ວິຈິກິຈສາ ໑ ສີລັບພັຕຕະປະຣາມາສະ ໑;

ເຂົາ ເມື່ອເປັນຜູ້ມີວິຈິກິຈສາ ກໍບໍ່ອາດເພື່ອລະຊຶ່ງ ຣາຄະ ໑ ໂທສະ ໑ ໂມຫະ ໑;

ເຂົາ ເມື່ອບໍ່ລະຊຶ່ງຣາຄະ ໑ ໂທສະ ໑ ໂມຫະ ໑ ກໍບໍ່ອາດເພື່ອລະຊຶ່ງ ຊາດ ໑ ຊະຣາ ໑ ມະຣະນະ ໑.

(ຕໍ່ໄປໄດ້ຕຣັດຂໍ້ຄວາມກ່ຽວກັບປະຕິປັກຂະນັຍຢະ ຝ່າຍກົງກັນຂ້າມ ອັນເປັນຝ່າຍທີ່ເຮັດໃຫ້ລະຊາດ-ຊະຣາ-ມະຣະນະໄດ້ ຜູ້ອ່ານສາມາດທຽບຄຽງໄດ້ເອງ ຈຶ່ງບໍ່ໄດ້ນໍາເອົາມາກ່າວໄວ້ໃນບ່ອນນີ້).

- ທສກ. ອັງ. ໒໔/໑໕໔-໑໕໗/໗໖.

໓໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທຸກແງ່ມຸມທີກ່ຽວກັບອະກຸສົລມູນ

ພິກຂຸ ທ. ! ອະກຸສົລມູນ ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ໂລພະເປັນອະກຸສົລມູນ ໂທສະເປັນອະກຸສົລມູນ ໂມຫະເປັນອະກຸສົລມູນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ