ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໗໙

ພຣະຜູ້ມີພຣະພາດ ໄດ້ຕຣັດວ່າ ສັຕຍ່ອມສໍາຄັນຜິດ ໃນຄວາມເປັນຂອງຕົນເປັນຕົ້ນ ແລ້ວເພີດເພີນສະເພາະ ຕໍ່ສິ່ງນັ້ນໆ ເພາະຄວາມບໍ່ຮອບຮູ້ຕໍ່ສິ່ງນັ້ນໆ ຈຶ່ງກ່າວໄດ້ວ່າ ຄວາມສໍາຄັນຜິດ ເປັນເຫຕໃຫ້ເກີດນັນທິ).

- ມູ. ມ. ໑໒/໑/໒.

ຕັນຫາຈະເຣີນເພາະມິຈສາທິຕຖິໃນປິຢະຣູປະ - ສາຕະຣູປະ

ພິກຂຸ ທ. ! ສະມະນະຫຼືພຣາມພວກໃດ ໃນກາລອະດີຕກໍຕາມ, ໃນກາລອະນາຄົຕກໍຕາມ, ໃນກາລນີ້ກໍຕາມ, ຍ່ອມເຫັນສິ່ງອັນເປັນທີ່ຮັກທີ່ພໍໃຈ (ປິຍະຮູບສາຕະຮູບ) ໃນໂລກໂດຍຄວາມເປັນຂອງທ່ຽງ ໂດຍຄວາມເປັນສຸຂ ໂດຍຄວາມເປັນຕົວຕົນ ໂດຍຄວາມເປັນຂອງບໍ່ສຽບແທງ ໂດຍຄວາມເປັນຂອງກະເສມ; ສະມະນະຫຼືພຣາມພວກນັ້ນ ຍ່ອມເຮັດຕັນຫາໃຫ້ຈະເຣີນ. ເມື່ອເຮັດຕັນຫາໃຫ້ຈະເຣີນຢູ່ ກໍເຮັດອຸປະທິໃຫ້ຈະເຣີນ. ເມື່ອເຮັດອຸປະທິໃຫ້ຈະເຣີນຢູ່ ກໍເຮັດທຸກຂ໌ໃຫ້ຈະເຣີນ. ເມື່ອເຮັດທຸກຂ໌ໃຫ້ຈະເຣີນຢູ່ ສະມະນະຫຼືພຣາມພວກນັ້ນ ຍ່ອມບໍ່ຫຼຸດພົ້ນຈາກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕ ຍ່ອມກ່າວວ່າ “ພວກເຫຼົ່ານັ້ນ ຍ່ອມບໍ່ຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.

ພິກຂຸ ທ. ! ປຽບເໝືອນຖ້ວຍດື່ມສໍາລິດ ມີເຄື່ອງດື່ມໃສ່ຢູ່ແລ້ວຊະນິດໜຶ່ງສົມບູນດ້ວຍສີ ກິ່ນ ແລະຣົສ ແຕ່ວ່າມີຢາພິດປົນຕິດຢູ່. ຄັ້ງນັ້ນ ມີບຸຣຸສຜູ້ໜຶ່ງ ຊຶ່ງກໍາລັງຮ້ອນເຮັ່ງ ມີຄວາມຮ້ອນເອົ້າໄປໝົດໂຕ ອິດເມື່ອຍ ຄໍແຫ້ງ ກະຫາຍນໍ້າ ມາເຖິງແລ້ວ. ຄົນທັງຫຼາຍບອກແກ່ບຸຣຸສນັ້ນວ່າ “ນີ້ແນທ່ານຜູ້ຈະເຣີນ ! ຖ້ວຍດື່ມສໍາລິດໃບນີ້ ມີເຄື່ອງດື່ມສົມບູນດ້ວຍສີ ກິ່ນ ແລະຣົສສໍາລັບທ່ານ, ແຕ່ວ່າມີຢາພິດປົນຕິດຢູ່, ຖ້າຫາກທ່ານຕ້ອງການດື່ມກໍດື່ມໄດ້, ເມື່ອທ່ານກຳລັງດື່ມ ຈະຕິດໃຈມັນ ດ້ວຍສີຂອງມັນແດ່ ດ້ວຍກິ່ນຂອງມັນແດ່ ດ້ວຍຣົສຂອງມັນແດ່; ແຕ່ວ່າຄັນດື່ມເຂົ້າໄປແລ້ວ

໓໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທ່ານຈະເຖິງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍເພາະເຫຕນັ້ນ” ດັ່ງນີ້. ບຸຣຸສນັ້ນ ບໍ່ທັນຈະພິຈາຣະນາຖ້ວຍດື່ມສໍາລິດອັນນັ້ນ (ວ່າຈະຄວນດື່ມ ຫຼືບໍ່ຄວນດື່ມແນວໃດເປັນຕົ້ນ) ຮີບດື່ມເອົາໆ ບໍ່ຍອມວາງ. ບຸຣຸສນັ້ນ ກໍເຖິງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍເພາະເຫຕນັ້ນ. ເຊັ່ນໃດ ກໍເຊັ່ນນັ້ນ ທີ່ສະມະນະຫຼືພຣາມພວກໃດ ໃນກາລະອະດີຕກໍຕາມ. ໃນກາລະອະນາຄົຕກໍຕາມ, ໃນກາລນີ້ກໍຕາມ, ຍ່ອມເຫັນສິ່ງ ອັນເປັນທີ່ຮັກ ທີ່ພິຣົມໃຈໃນໂລກ ໂດຍຄວາມເປັນຂອງທ່ຽງ...ໆລໆ.... ຍ່ອມບໍ່ຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.

- ນິທານ. ສັງ. ໑໖/໑໓໒-໑໓໓/໒໕໙-໒໖໐.

ນິດເທສະ ໗

ວ່າດ້ວຍທິຕຖິກ່ຽວກັບຕັນຫາ

ຈົບ

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໘໑

ນິດເທສະ ໘ ວ່າດ້ວຍກິເລສທັງຫຼາຍໃນຖານະສະມຸທັຍ

(ມີ ໑໕ ເລື່ອງ)

ລະຣາຄະ ໂທສະ ໂມຫະ ກ່ອນລະຊາຕຊະຣາມະຣະນະ

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມ ຄື ຣາຄະ ໑ ໂທສະ ໑ ໂມຫະ ໑ ກໍບໍ່ອາດເພື່ອລະ ຊຶ່ງທັມສາມຄື ຊາດ ໑ ຊະຣາ ໑ ມະຣະນະ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມ ຄື ສັກກາຢະທິຕຖິ (ຄວາມເຫັນວ່າຂັນທ໌ຫ້າເປັນຂອງຕົນ) ໑ ວິຈິກິຈສາ (ຄວາມລັງເລໃນທັມທີ່ບໍ່ຄວນລັງເລ) ໑ ສີລັບພັຕຕະປະຣາມາສະ (ການລູບຄໍາສີລແລະວັຕຢ່າງປາສະຈາກເຫຕຜົລ) ໑ ກໍບໍ່ອາດເພື່ອລະ ຊຶ່ງທັມສາມຄື ຣາຄະ ໑ ໂທສະ ໑ ໂມຫະ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ອະໂຢນິໂສມະນະສິກາຣະ(ຄວາມທໍາໃນໃຈບໍ່ຖີ່ຖ້ວນ) ໑ ກຸມມັຄຄະເສວະນາ (ການພົວພັນຢູ່ໃນທິຕຖິອັນຊົ່ວ) ໑ ເຈຕະໂສລີນັຕຕາ (ຄວາມມີຈິຕຫົດຫູ່) ໑ ກໍບໍ່ອາດເພື່ອລະ ຊຶ່ງທັມສາມຄື ສັກກາຢະທິຕຖິ ໑ ວິຈິກິດສາ ໑ ສີລັບພັຕຕະປະຣາມາສະ ໑.

ພິກຂຸ ທ. ! ບຸຄຄົລ ເມື່ອບໍ່ລະຊຶ່ງທັມສາມຄື ມຸດຖະສັຈຈະ (ຄວາມມີສະຕິອັນລືມຫຼົງ) ໑ ອະສັມປະຊັນຍະ (ຄວາມປາສະຈາກສັມປະຊັນຍະ) ໑ ເຈຕະໂສວິກະເຂປະ (ຄວາມສ່າຍແຫ່ງຈິຕ) ໑ ກໍບໍ່ອາດເພື່ອລະ ຊຶ່ງທັມສາມຄື ອະໂຢນິໂສມະນະສິກາຣະ ໑ ກຸມມັຄຄະເສວະນາ ໑ ເຈຕະໂສລີນັຕຕາ ໑.

໓໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ