ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໗໗

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸດດະມາຄະຕະນິກະເນວະສັນຍີນາສັນຍີວາດະ (ຍ່ອມບັນຍັຕອັຕຕາຫຼັງຈາກຕາຍແລ້ວ ວ່າມີສັນຍາກໍຫາກບໍ່ຖືກ ບໍ່ມີສັນຍາກໍຫາກບໍ່ແມ່ນ ດ້ວຍວັຕຖຸ ໘ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸຈເສທະວາດະ (ຍ່ອມບັນຍັຕຊຶ່ງຄວາມຂາດສູນ ຄວາມພິນາດ ຄວາມບໍ່ມີແຫ່ງສັຕ ທີ່ມີຢູ່ດ້ວຍວັຕຖຸ ໗ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ທິຕຖະທັມມະນິບບານະວາດະ (ຍ່ອມບັນຍັຕຊຶ່ງປະຣະມະທິຕຖະທັມມະນິພພານະວາທະແກ່ສັຕທີ່ມີຢູ່ດ້ວຍວັຕຖຸ ໕ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອະປະຣັນຕະກັປປິກະວາດະ (ມີອະປະຣັນຕານຸທິຕຖິ ປາຣົບຂັນທ໌ມີສ່ວນສຸດໃນເບື້ອງໜ້າ ຍ່ອມກ່າວບັນຍັຕຊຶ່ງອະທິມຸຕຕິບົດ ມີປະການຕ່າງໆເປັນອະເນກ ດ້ວຍວັຕຖຸ ໔໔ ປະການ) ກໍດີ;

ເຖິງແມ່ນສະມະນະພຣາມເຫຼົ່າໃດ ເປັນພວກປຸບພັນຕະກັປປິກະວາດະກໍດີ ອະປະຣັນຕະກັປປິກະວາດະກໍດີ ເປັນພວກປຸບພັນຕາປະຣັນຕະກັປປິກະວາດະກໍດີລ້ວນແຕ່ເປັນຜູ້ ມີປຸບພັນຕາປະຣັນຕານຸທິຕຖິ ປາຣົບຂັນທ໌ທັງທີ່ມີແລ້ວໃນກາລກ່ອນ ແລະຂັນທ໌ອັນມີໃນເບື້ອງໜ້າ ຍ່ອມກ່າວບັນຍັຕ ອະທິມຸຕຕິບົດ ມີຢ່າງເປັນອະເນກດ້ວຍວັຕຖຸ ໖໒ ປະການ;

ສະມະນະພຣາມທັງຫຼາຍ ເຫຼົ່ານັ້ນທັງໝົດ ຮູ້ສຶກຕໍ່ເວທະນາ ຕາມທິຕຖິສະເພາະຢ່າງໆ ຂອງຕົນໆຂຶ້ນມາ (ປະຕິສັງເວເທນຕິ໑) ເພາະການຖືກຕ້ອງແລ້ວໆດ້ວຍ

໑. ຄໍາວ່າ “ຮູ້ສຶກ” (ປະຕິສັງເວເທນຕິ) ໃນບ່ອນນີ້ ເປັນຄວາມຮູ້ສຶກຕໍ່ທັມມາຣົມດ້ວຍມະໂນ, ເມື່ອຄົນມີທິຕຖິຢູ່ແນວໃດ ການສະເຫວີຍເວທະນາຂອງເຂົາ ຍ່ອມເຮັດໃຫ້ເກີດຄວາມຮູ້ສຶກຊະນິດທີ່ເປັນໄປຕາມອໍານາດແຫ່ງທິຕຖິ ທີ່ເຂົາມີຢູ່; ດັ່ງນັ້ນ ເມື່ອມີທິຕຖິຕ່າງກັນ ແມ່ນວ່າອາຣົມທີ່ມີຫຼາຍລະບົບຈະເປັນຢ່າງດຽວກັນ ເຂົາຍ່ອມເກີດຄວາມຮູ້ສຶກຕໍ່ອາຣົມຕ່າງກັນໄປຕາມທິຕຖິຂອງເຂົາ; ດັ່ງນັ້ນເວທະນາທີ່ມາຈາກອາຣົມດຽວກັນ ຈຶ່ງມີຄວາມໝາຍຕ່າງກັນໄດ້ ເປັນເຫຕໃຫ້ມີທິຕຖິຊະນິດທີ່ຫຼໍ່ລ້ຽງທິຕຖິດັ້ງເດີມໃຫ້ແໜ້ນໜາຢູ່ສະເໝີໄປ : ນີ້ກ່າວໄດ້ວ່າ ຜັສສະຫຼືເວທະນາ ສ້າງທິຕຖິແລ້ວ ກໍຫຼໍ່ລ້ຽງທິຕຖິນັ້ນໄວ້. ຖ້າປາສະຈາກຜັສສະ ຫຼືເວທະນາເສຍຢ່າງດຽວເທົ່ານັ້ນ ຍ່ອມບໍ່ມີທາງທີ່ຈະເກີດທິຕຖິໄດ້.

໓໗໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຜັສສາຍະຕະນະ ໖ ປະການ, ເພາະເວທະນາແຫ່ງສະມະນະພຣາມທັງຫຼາຍເຫຼົ່ານັ້ນເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ; ເພາະມີຊາດເປັນປັຈຈັຍ ຈຶ່ງມີຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ.

- ສີ. ທີ. ໙/໕໗/໙໐.

(ລາຍລະອຽດ ກ່ຽວກັບສະມະນະພຣາມ ທຸກພວກຂ້າງເທິງນີ້ ຫາເບິ່ງໄດ້ຈາກໜັງສື ປະຕິຈຈ. ໂອ. ໜ້າ ໗໓໓ ເປັນຕົ້ນໄປ.)

ຄວາມສໍາຄັນຜິດເປັນເຫຕໃຫ້ເກີດນັນທິ (ຄວາມເພີນ)

ພິກຂຸ ທ. ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ມີການສະດັບ ບໍ່ເຫັນພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ເຫັນສັບບຸຣຸສ ບໍ່ສະຫຼາດໃນທັມຂອງສັບບຸຣຸສ ບໍ່ໄດ້ຮັບການແນະນໍາໃນທັມຂອງສັບບຸຣຸສ. ປຸຖຸຊົນນັ້ນ ຍ່ອມຮູ້ສຶກຊຶ່ງດິນ ໂດຍຄວາມເປັນດິນ; ຄັນຮູ້ສຶກຊຶ່ງດິນ ໂດຍຄວາມເປັນດິນແລ້ວ ຍ່ອມສໍາຄັນໝັ້ນໝາຍຊຶ່ງດິນ; ຍ່ອມສໍາຄັນໝັ້ນໝາຍໃນດິນ; ຍ່ອມສໍາຄັນໝັ້ນໝາຍ ໂດຍຄວາມເປັນດິນ; ຍ່ອມສໍາຄັນໝັ້ນໝາຍວ່າ ດິນຂອງເຮົາ; ຍ່ອມເພີນຢ່າງຍິ່ງຊຶ່ງດິນ. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະຄວາມບໍ່ກໍານົດຮອບຮູ້ຊຶ່ງດິນ.

(ໃນກໍລະນີ ແຫ່ງທັມອື່ນອີກ ໒໓ ຢ່າງຄື ນໍ້າ ໄຟ ລົມ ພູຕະສັຕ ເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະ ຮູບທີ່ເຫັນແລ້ວ ສຽງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວທາງດັງ, ລີ້ນ, ຜິວກາຍ ສິ່ງທີ່ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ສິ່ງທັງປວງ ແລະນິພພານ, ແຕ່ລະຢ່າງໆ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ