ອະຣິຍະສັຈພາກຕົ້ນ

ໜ້າ/ 382

ໃນບາລີແຫ່ງອື່ນ (ອຸປຣິ. ມ. ໑໔/໕໑໕/໘໒໐) ແທນທີ່ຈະຍົກເອົາເບັນຈະຂັນທ໌ ມາເປັນວັຕຖຸແຫ່ງການເຫັນ ແຕ່ໄດ້ຕຣັດຍົກເອົາອະຍະຕະນິກະທັມ ໖ ໝວດ ຄືອາຍະຕະນະພາຍໃນຫົກ ອາຍະຕະນະພາຍນອກຫົກ ວິນຍານຫົກ ຜັສສະຫົກ ເວທະນາຫົກ ຕັນຫາຫົກ ມາເປັນວັຕຖຸແຫ່ງການຕາມເຫັນ ກ່ຽວກັບຕົວຕົນ ແລະຊົງເອີ້ນການຕາມເຫັນນັ້ນ ວ່າທາງດໍາເນີນແຫ່ງຈິຕໃຫ້ເຖິງຊຶ່ງການເກີດຂຶ້ນແຫ່ງສັກກາຢະ ເຊັ່ນດຽວກັບສູຕຂ້າງເທິງ].

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໗໕

ເຫຕໃຫ້ເກີດອັນຕະຄາຫິກະທິຕຖິສິບ

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍເປັນເຫຕ ເປັນປັຈຈັຍ ທີ່ເຮັດໃຫ້ເກີດທິຕຖິ ມີຢ່າງເປັນອະເນກ ເຫຼົ່ານີ້ຂຶ້ນມາໃນໂລກວ່າ ‘ໂລກທ່ຽງ’ ແດ່ ວ່າ ‘ໂລກບໍ່ທ່ຽງ’ ແດ່ ວ່າ ‘ໂລກມີທີ່ສຸດ’ ແດ່ ວ່າ ‘ໂລກບໍ່ມີທີ່ສຸດ’ ແດ່ ວ່າ ‘ຊີວະກໍອັນນັ້ນສຣີຣະກໍອັນນັ້ນ’ ແດ່ ວ່າ ‘ຊີວະກໍອັນອື່ນສຣີຣະກໍອັນອື່ນ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ຖືກບໍ່ມີອີກກໍຫາກບໍ່ແມ່ນ’ ແດ່ ?”

ວັຈສະ ! ເພາະຄວາມບໍ່ຮູ້ໃນຮູບ ໃນເຫຕໃຫ້ເກີດຂຶ້ນແຫ່ງຮູບ ໃນຄວາມດັບບໍ່ເຫຼືອແຫ່ງຮູບ ໃນຫົນທາງເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ ທິຕຖິມີຢ່າງເປັນອະເນກເຫຼົ່ານີ້ ຈຶ່ງເກີດຂຶ້ນມາໃນໂລກວ່າ “ໂລກທ່ຽງ” ແດ່ ວ່າ “ໂລກບໍ່ທ່ຽງ” ແດ່....ຯລຯ....ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ຖືກບໍ່ມີອີກກໍຫາກບໍ່ແມ່ນ” ແດ່.

(ໃນກໍລະນີແຫ່ງ ຄວາມບໍ່ຮູ້ໃນເວທະນາ ໃນສັນຍາ ໃນສັງຂາຣ ແລະໃນວິນຍານ ແລ້ວຈຶ່ງເກີດທິຕຖິຕ່າງໆເຫຼົ່ານີ້ ກໍໄດ້ຕຣັດໄວ້ ໂດຍລັກສະນະດຽວກັນກັບ ໃນກໍລະນີແຫ່ງຄວາມບໍ່ຮູ້ໃນຮູບ.

ສໍາລັບຄໍາວ່າ “ເພາະຄວາມບໍ່ຮູ້” ໃນສູຕຂ້າງເທິງນີ້ ໃນສູຕອື່ນໆ ໄດ້ຕຣັດໄວ້ດ້ວຍຄໍາວ່າເພາະບໍ່ເຫັນ, ເພາະບໍ່ເຖິງພ້ອມສະເພາະ, ເພາະບໍ່ຮູ້ໂດຍລໍາດັບ, ເພາະບໍ່ແທງຕະຫຼອດ, ເພາະບໍ່ກໍານົດທົ່ວເຖິງ, ເພາະບໍ່ເຂົ້າໄປກໍານົດ, ເພາະຄວາມບໍ່ເພັ່ງພິນິດຢ່າງສະໝໍ່າສະເໝີ, ເພາະຄວາມບໍ່ພິຈາຣະນາໂດຍເຈາະຈົງ, ເພາະຄວາມບໍ່ເຂົ້າໄປກໍານົດໂດຍສະເພາະ ແລະເພາະບໍ່ເຮັດໃຫ້ແຈ່ມແຈ້ງ, ອີກເຖິງ ໑໐ ຄໍາ ຊຶ່ງກໍມີໃຈຄວາມເຊັ່ນດຽວກັນ).

- ຂັນທະ. ສັງ. ໑໗/໓໑໙-໓໒໖/໕໕໔-໕໘໔.

໓໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທິຕຖິໃຫ້ເກີດເວທະນາຊະນິດທີ່ລ້ວນແຕ່ເປັນທຸກຂະສະມຸທັຍ

ພິກຂຸ ທ. ! ບັນດາສະມະນະພຣາມທັງຫຼາຍເຫຼົ່ານັ້ນ ສະມະນະພຣາມເຫຼົ່າໃດ ເປັນພວກ ສັສສະຕະວາດະ ຍ່ອມບັນຍັຕອັຕຕາ ແລະໂລກວ່າ ທ່ຽງດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ໔ ປະການກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ເອກັຈຈະສັສສະຕິກະເອກັຈຈະອະສັສສະຕິກະວາດະ (ຍ່ອມບັນຍັຕອັຕຕາແລະໂລກວ່າ ທ່ຽງບາງຢ່າງບໍ່ທ່ຽງບາງຢ່າງ ດ້ວຍວັຕຖຸ ໔ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອັນຕານັນຕິກະວາດະ (ຍ່ອມບັນຍັຕຊຶ່ງໂລກວ່າມີທີ່ສຸດ ຫຼືບໍ່ມີທີ່ສຸດດ້ວຍວັຕຖຸ ໔ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອະມະຣາວິກະເຂປິກະວາດະ (ເມື່ອຖືກຖາມບັນຫາໃນທີ່ນັ້ນໆ ຍ່ອມເຖິງຄວາມສ່າຍແຫ່ງວາຈາ ອັນດີ້ນໄດ້ບໍ່ຕາຍໂຕດ້ວຍວັຕຖຸ ໔ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອະທິຈຈະສະມຸບປັນນິກະວາດະ (ຍ່ອມບັນຍັຕອັຕຕາ ແລະໂລກວ່າເກີດເອງລອຍໆ ດ້ວຍວັຕຖຸ ໒ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດເປັນພວກ ປຸບພັນຕະກັປປິກະວາດະ (ມີປຸບພັນຕານຸທິຕຖິ ປາຣົບຂັນທ໌ ອັນມີແລ້ວໃນກາລກ່ອນ ຍ່ອມກ່າວບັນຍັຕຊຶ່ງ ອະທິມຸຕຕິບົດ (ທາງແຫ່ງຄວາມຫຼຸດພົ້ນຢ່າງຍິ່ງຂອງສັຕ ຕາມທິຕຖິແຫ່ງຕົນໆ) ມີຢ່າງເປັນອະເນກ ດ້ວຍວັຕຖຸ ໑໘ ປະການ) ກໍດີ;

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸດດະມາຄະຕະນິກະສັນຍີວາດະ (ຍ່ອມບັນຍັຕອັຕຕາຫຼັງຈາກຕາຍແລ້ວ ວ່າມີສັນຍາ ດ້ວຍວັຕຖຸ ໑໖ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸດດະມາຄະຕະນິກະອະສັນຍີວາດະ (ຍ່ອມບັນຍັຕອັຕຕາຫຼັງຈາກຕາຍແລ້ວ ວ່າບໍ່ມີສັນຍາ ດ້ວຍວັຕຖຸ ໘ ປະການ) ກໍດີ,

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ