ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ! ໃນກໍລະນີນີ້ ປຸຖຸຊົນຜູ້ບໍ່ມີການສະດັບ ບໍ່ໄດ້ເຫັນພຣະອະຣິຍະເຈົ້າບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ໄດ້ຮັບການແນະນໍາໃນທັມຂອງສັຕບຸຣຸສ ເຂົາຍ່ອມຕາມເຫັນຮູບ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີຮູບແດ່ ຕາມເຫັນຮູບວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນຮູບແດ່; ຍ່ອມຕາມເຫັນເວທະນາ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີເວທະນາແດ່ ຕາມເຫັນເວທະນາວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນເວທະນາແດ່; ຍ່ອມຕາມເຫັນສັນຍາ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີສັນຍາແດ່ ຕາມເຫັນສັນຍາວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນສັນຍາແດ່; ຍ່ອມຕາມເຫັນສັງຂາຣ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີສັງຂາຣແດ່ ຕາມເຫັນສັງຂາຣວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນສັງຂາຣແດ່; ຍ່ອມຕາມເຫັນວິນຍານ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີວິນຍານແດ່
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໗໓
ຕາມເຫັນວິນຍານວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນວິນຍານແດ່. ພິກຂຸ ! ສັກກາຢະທິຕຖິ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ ແລ.
(ຕໍ່ໄປນີ້ ໄດ້ຕຣັດອາການ ທີ່ສັກກາຢະທິຕຖິບໍ່ມີ, ໂດຍນັຍກົງກັນຂ້າມ).
- ຂັນທະ. ສັງ. ໑໗/໑໒໔/໑໘໘-໑໘໙.
ສັກກາຢະສະມຸທະຢະຄາມິນີປະຕິປະທາ
ພິກຂຸ ທ. ! ສັກກາຢະສະມຸທະຢະຄາມິນີປະຕິປະທາ (ທາງດໍາເນີນແຫ່ງຈິຕ ໃຫ້ເຖິງຊຶ່ງການເກີດຂຶ້ນແຫ່ງສັກກາຢະ) ເປັນແນວໃດໜໍ ?
ພິກຂຸ ທ. ! ໃນກໍລະນີນີ້ ປຸຖຸຊົນ ຜູ້ບໍ່ມີການສະດັບ ບໍ່ໄດ້ເຫັນພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ ຍ່ອມຕາມເຫັນພ້ອມ (ຄືເຫັນດິ່ງຢູ່ເປັນປະຈໍາ) ຊຶ່ງ ຮູບ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີຮູບ ຫຼືຕາມເຫັນພ້ອມຊຶ່ງຮູບວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີຢູ່ໃນຮູບແດ່ ;
ຍ່ອມຕາມເຫັນພ້ອມຊຶ່ງ ເວທະນາ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີເວທະນາ ຫຼືຕາມເຫັນພ້ອມຊຶ່ງເວທະນາວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີຢູ່ໃນເວທະນາແດ່;
ຍ່ອມຕາມເຫັນພ້ອມຊຶ່ງ ສັນຍາ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີສັນຍາ ຫຼືຕາມເຫັນພ້ອມຊຶ່ງສັນຍາວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີຢູ່ໃນສັນຍາແດ່;
໓໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຍ່ອມຕາມເຫັນພ້ອມຊຶ່ງ ສັງຂາຣ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີສັງຂາຣ ຫຼືຕາມເຫັນພ້ອມຊຶ່ງສັງຂາຣວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນ ວ່າມີຢູ່ໃນສັງຂາຣແດ່;
ຍ່ອມຕາມເຫັນພ້ອມຊຶ່ງ ວິນຍານ ໂດຍຄວາມເປັນຕົນ ຫຼືເຫັນພ້ອມຊຶ່ງຕົນວ່າມີວິນຍານ ຫຼືຕາມເຫັນພ້ອມຊຶ່ງວິນຍານ ວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມຊຶ່ງຕົນວ່າມີຢູ່ໃນວິນຍານແດ່.
ພິກຂຸ ທ. ! ນີ້ ເຮົາເອີ້ນວ່າ ສັກກາຢະສະມຸທະຢະຄາມິນີປະຕິປະທາ ດັ່ງນີ້.
ພິກຂຸ ທ. ! ຂໍ້ນີ້ອະທິບາຍວ່າຂໍ້ (ທີ່ກ່າວມາທັງໝົດ) ນັ້ນ ເອີ້ນວ່າ ການຕາມເຫັນ ອັນເປັນເຄື່ອງໃຫ້ເຖິງຊຶ່ງການເກີດຂຶ້ນແຫ່ງທຸກຂ໌, (ທຸກຂະສະມຸທະຢະຄາມິນີສະມະນຸປັສສະນາ).
- ຂັນທະ. ສັງ. ໑໗/໕໕/໘໙.
[ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນ ວ່າທຸກຂະສະມຸທະຢະຄາມິນີສະມະນຸປັສສະນາ ນັ້ນແຫຼະຄື ສັກກາຢະສະມຸທະຢະຄາມິນີປະຕິປະທາ (ທາງດໍາເນີນແຫ່ງຈິຕ ໃຫ້ເຖິງຊຶ່ງການເກີດຂຶ້ນແຫ່ງສັກກາຢະ). ຄໍາວ່າປະຕິປະທາ ໃນກໍລະນີເຊັ່ນນີ້ ໝາຍເຖິງທາງດໍາເນີນແຫ່ງຈິຕ ບໍ່ແມ່ນການປະຕິບັຕດ້ວຍເຈຕະນາ ໄດ້ແກ່ຄວາມເຫັນຜິດເຫຼົ່ານັ້ນນັ້ນເອງ ເປັນໂຕປະຕິປະທາ.








