ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສະມະນະພຣາມທັງຫຼາຍ ເຫຼົ່າໃດເຫຼົ່າໜຶ່ງ ທີ່ບັນຍັຕທິຕຖິປາຣົບປຸບພັນຕະຂັນທ໌ແດ່ ປາຣົບອະປະຣັນຕະຂັນທ໌ແດ່ ປາຣົບທັງປຸບພັນຕະແລະອະປະຣັນຕະຂັນທ໌ແດ່ ລ້ວນແຕ່ເປັນຜູ້ມີປຸບພັນຕາປະຣັນຕານຸທິຕຖິ ປາຣົບຂັນທ໌ທັງທີ່ເປັນປຸບພັນຕະ ແລະອະປະຣັນຕະດັ່ງນີ້ແລ້ວ ກ່າວບັນຍັຕທິຕຖິ ອັນເປັນອະທິມຸດຕິບົດ (ທາງແຫ່ງຄວາມຫຼຸດພົ້ນຢ່າງຍິ່ງຂອງສັຕຕາມທິຕຖິແຫ່ງຕົນໆ) ມີຢ່າງຕ່າງໆກັນ ເປັນອະເນກ ; ສະມະນະພຣາມທັງຫຼາຍ ເຫຼົ່ານັ້ນທັງໝົດ ຖືກເຮັດແລ້ວໃຫ້ ຕົກຢູ່ພາຍໃນແຫ່ງຕາຂ່າຍ ດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ທັງຫຼາຍ ໖໒ ປະການເຫຼົ່ານັ້ນເອງ ເມື່ອໂງຫົວຢູ່ບ່ອນດຽວ ກໍ ໂງຫົວຢູ່ໃນຕາຂ່າຍນັ້ນ ເມື່ອທ່ຽວໂງຫົວຢູ່ໃນບ່ອນທົ່ວໆໄປ ກໍ ໂງຫົວຢູ່ໃນຕາຂ່າຍນັ້ນ.
ພິກຂຸ ທ. ! ປຽບເໝືອນຊາວປະມົງ ແລະລູກແຫຼ້ງຂອງຊາວປະມົງຜູ້ຊ່ຽວຊານ ໄດ້ລ້ອມແຫຼ່ງນໍ້ານ້ອຍ ໄວ້ດ້ວຍອວນຕາຖີ່ ເມື່ອເປັນເຊັ່ນນີ້ ສັຕມີຊີວິຕທັງຫຼາຍ ເປັນຈໍານວນຫຼາຍເຫຼົ່າໜຶ່ງເຫຼົ່າໃດໃນແຫຼ່ງນໍ້ານີ້ ສັຕທັງຫຼາຍເຫຼົ່ານັ້ນເຖິງແມ່ນວ່າທັງໝົດ ຊື່ວ່າຖືກເຮັດໄວ້ແລ້ວໃນພາຍໃນແຫ່ງອວນ ເມື່ອຜຸດຢູ່ບ່ອນດຽວ ກໍຜຸດຢູ່ໃນອວນນັ້ນ ເມື່ອທ່ຽວຜຸດຢູ່ໃນທີ່ທົ່ວໆໄປ ກໍຍັງຄົງຜຸດຢູ່ໃນອວນນັ້ນນັ້ນເອງ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ ກໍເຊັ່ນນັ້ນກ່າວຄື ສະມະນະພຣາມທັງຫຼາຍ ເຫຼົ່າໃດເຫຼົ່າໜຶ່ງ ທີ່ບັນຍັຕທິຕຖິ ປາຣົບປຸບພັນຕະຂັນທ໌ແດ່ ປາຣົບອະປະຣັນຕະຂັນທ໌ແດ່ ປາຣົບທັງ ປຸບພັນຕະແລະອະປະຣັນຕະຂັນທ໌ແດ່ ລ້ວນແຕ່ເປັນຜູ້ມີປຸບພັນຕາປະຣັນຕານຸທິຕຖິ ປາຣົບຂັນທ໌ທັງທີ່ເປັນປຸບພັນຕະແລະອະປະຣັນຕະ ດັ່ງນີ້ແລ້ວ ກ່າວບັນຍັຕທິຕຖິ ອັນເປັນອະທິມຸຕຕິບົດ (ທາງແຫ່ງຄວາມຫຼຸດພົ້ນຢ່າງຍິ່ງຂອງສັຕຕາມທິຕຖິແຫ່ງຕົນໆ) ມີຢ່າງ
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໗໑
ຕ່າງໆກັນເປັນອະເນກ ; ສະມະນະພຣາມທັງຫຼາຍເຫຼົ່ານັ້ນທັງໝົດ ຖືກເຮັດແລ້ວ ໃຫ້ຕົກຢູ່ພາຍໃນແຫ່ງຕາຂ່າຍ ດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ທັງຫຼາຍ ໖໒ ປະການເຫຼົ່ານັ້ນເອງ ເມື່ອໂງຫົວຢູ່ທີ່ບ່ອນດຽວ ກໍໂງຫົວຢູ່ໃນຕາຂ່າຍນັ້ນ ເມື່ອທ່ຽວໂງຫົວຢູ່ໃນບ່ອນທົ່ວໆໄປ ກໍໂງຫົວຢູ່ໃນຕາຂ່າຍນັ້ນ ນັ້ນເອງ.
- ສີ. ທີ. ໘/໕໘/໙໐.
ເກີດກິເລສແລະທຸກຂ໌ ເພາະທິຕຖິບວກ - ທິຕຖິລົບ
ພິກຂຸ ທ. ! ທິຕຖິສອງຢ່າງນີ້ມີຢູ່ ຄື ພະວະທິຕຖິ (ທິຕຖິຝ່າຍບວກ). ວິພະວະທິຕຖິ (ທິຕຖິຝ່າຍລົບ).
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ແອບອີງພະວະທິຕຖິ ເຂົ້າເຖິງພະວະທິຕຖິ ຢັ່ງລົງສູ່ພະວະທິຕຖິ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ ວິພະວະທິຕຖິ.
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ແອບອີງວິພະວະທິຕຖິ ເຂົ້າເຖິງວິພະວະທິຕຖິ ຢັ່ງລົງສູ່ວິພະວະທິຕຖິ; ສະມະນະຫຼືພຣາເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ ພະວະທິຕຖິ.
ພິກຂຸ ທ. ! ສະມະນະຫຼືພຣາມ ເຫຼົ່າໃດ ບໍ່ຮູ້ແຈ່ມແຈ້ງ ຕາມຄວາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຄວາມຕັ້ງຢູ່ບໍ່ໄດ້ ສະເໜ່ ໂທດຕໍ່າຊາມ ແລະອຸບາຍເຄື່ອງອອກແຫ່ງທິຕຖິທັງສອງນີ້; ສະມະນະຫຼືພຣາມ ເຫຼົ່ານັ້ນຊື່ວ່າ ຜູ້ມີຣາຄະ ມີໂທສະ ມີໂມຫະ ມີຕັນຫາ ມີອຸປາທານ ເປັນຜູ້ບໍ່ຮູ້ແຈ້ງ ບຶດດຽວຍອມຮັບຈັກໜ່ອຍຄັດຄ້ານ
໓໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ມີຄວາມຊັກຊ້າເປັນທີ່ມາຍິນດີ ມັກຍິນດີໃນຄວາມຊັກຊ້າ. ເຂົາເຫຼົ່ານັ້ນ ຍ່ອມບໍ່ພົ້ນຈາກຊາດ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະອຸປາຍາສະ, ເຮົາກ່າວວ່າ ເຂົາເຫຼົ່ານັ້ນ ບໍ່ພົ້ນຈາກທຸກຂ໌.
(ຕໍ່ຈາກນີ້ ໄດ້ຕຣັດສະມະນະພຣາມ ພວກກົງກັນຂ້າມ ບໍ່ມີທິຕຖິບວກ - ທິຕຖິລົບ ພົ້ນຈາກທຸກຂ໌ໄດ້ ໂດຍນັຍກົງກັນຂ້າມ).
- ມູ. ມ. ໑໒/໑໓໑/໑໕໕.
ສັກກາຍະທິຕຖິມີໄດ້ດ້ວຍອາການແນວໃດ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັກກາຢະທິຕຖິ ຍ່ອມມີໄດ້ດ້ວຍອາການ ແນວໃດໜໍແລ ?”








