ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຕັນຫາເປັນເຫຕແຫ່ງຄວາມໂສກ

ຄວາມໂສກ ຍ່ອມເກີດມາແຕ່ສິ່ງອັນເປັນທີ່ຮັກ, ຄວາມຢ້ານ ຍ່ອມເກີດມາແຕ່ສິ່ງອັນເປັນທີ່ຮັກ; ເມື່ອພົ້ນແລ້ວຈາກສິ່ງເປັນທີ່ຮັກ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານ ຈະມີມາແຕ່ໃສໜໍ.

ຄວາມໂສກ ຍ່ອມເກີດມາແຕ່ຄວາມຮັກ, ຄວາມຢ້ານ ຍ່ອມເກີດມາແຕ່ຄວາມຮັກ; ເມື່ອພົ້ນແລ້ວຈາກຄວາມຮັກ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານ ຈະມີມາແຕ່ໃສໜໍ.

໓໖໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມໂສກ ຍ່ອມເກີດມາແຕ່ຄວາມຍິນດີ, ຄວາມຢ້ານ ຍ່ອມເກີດມາແຕ່ຄວາມຍິນດີ; ເມື່ອພົ້ນແລ້ວຈາກຄວາມຍິນດີ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານຈະມີມາແຕ່ໃສໜໍ.

ຄວາມໂສກ ຍ່ອມເກີດມາແຕ່ຄວາມໃຄ່, ຄວາມຢ້ານ ຍ່ອມເກີດມາແຕ່ຄວາມໃຄ່; ເມື່ອພົ້ນແລ້ວຈາກຄວາມໃຄ່, ຄວາມໂສກຍ່ອມບໍ່ມີ, ແລ້ວຄວາມຢ້ານຈະມີມາແຕ່ໃສໜໍ.

ຄວາມໂສກ ຍ່ອມເກີດມາແຕ່ຕັນຫາ, ຄວາມຢ້ານ ຍ່ອມເກີດມາແຕ່ຕັນຫາ; ເມື່ອພົ້ນແລ້ວຕັນຫາ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານຈະມີມາແຕ່ໃສໜໍ.

- ທ. ຂຸ. ໒໕/໔໓/໒໖.

ປັຈຈັຍແຫ່ງທຸກຂ໌ໂດຍອະເນກປະຣິຍາຍ

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີອຸປະທິເປັນປັຈຈັຍ.....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີອະວິຊຊາເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີສັງຂາຣເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີວິນຍານເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີຜັສສະເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີເວທະນາເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີຕັນຫາເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີອຸປາທານເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີອາຣັມພະ (ຄວາມເກາະກ່ຽວ) ເປັນປັຈຈັຍ....

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໖໙

.... ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີອາຫາຣເປັນປັຈຈັຍ....

....ທຸກຂ໌ຢ່າງໃດຢ່າງໜຶ່ງເກີດຂຶ້ນ ທຸກຂ໌ທັງປວງນັ້ນມີອິນຊິຕະ (ຄວາມຫວັ່ນໄຫວ) ເປັນປັຈຈັຍ....

ນີ້ ເປັນອະນຸປັສສະນາໜຶ່ງໆ.

(໑. ອະນຸປັສສະນາ ໑໑ ປະການນີ້ ເປັນຄູ່ກັບອະນຸປັສສະນາອີກ ໑໑ ປະການອັນເປັນຝ່າຍນິໂຣດ ຊຶ່ງໄດ້ແຍກໄປໃສ່ໄວ້ໃນໝວດ ທຸກຂະນິໂຣທະອະຣິຍະສັຈຈ໌ໂດຍຫົວຂໍ້ວ່າ “ເຫຕດັບແຫ່ງທຸກຂ໌ ທີ່ຕຣັດໄວ້ໂດຍອະເນກປະຣິຍາຍ”. ຜູ້ສຶກສາຍ່ອມສັງເກດເຫັນໄດ້ເອງ ວ່າການແຍກໃຫ້ເປັນປະຣິຍາຍຫຼາຍອອກໄປ ເຮັດໄດ້ໂດຍລັກສະນະເຊັ່ນນີ້.

໒. ໃຫ້ສັງເກດ ຄໍາຕຣັດທີ່ວ່າ ອຸປະທິໃນໜ້າ ໓໖໘ ນີ້ກິນຄວາມໝາຍກ້ວາງກວ່າ ອຸປາທານ ແຕ່ເປັນຄວາມຢຶດ ໃນສັງຂະຕະທັມທັງໝົດ ເພາະການບໍ່ລະຄວາມເພີນ ແມ່ນວ່າໃນນິພພານ ດັ່ງທີ່ຕຣັດໃນປະຕິຈຈະ. ໜ້າ ໔໑໘ ທີ່ຊົງໃຫ້ພຣະອໍຣະຫັນຕ໌ ລະຄວາມເພີນໃນນິພພານ.

໓. ໃຫ້ເບິ່ງໃນເຫຼັ້ມນີ້ເລື່ອງອຸປະທິ ແລະອຸປາທານໃນໜ້າ ໒໘໖ ປະກອບດ້ວຍ).

- ສັຕຕ. ຂຸ. ໒໕/໔໗໔-໔໗໙/໓໙໒-໔໐໒.

ນິດເທສະ ໖

ວ່າດ້ວຍອາການທີ່ຕັນຫາເຮັດໃຫ້ເກີດແຫ່ງທຸກຂ໌

ຈົບ

໓໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິດເທສະ ໗ ວ່າດ້ວຍທິຕຖິທີ່ກ່ຽວກັບຕັນຫາ

(ມີ ໘ ເລື່ອງ)

ເພາະມິຈສາທິຕຖິ ຈຶ່ງເປັນປາຕິດອວນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ