ອະຣິຍະສັຈພາກຕົ້ນ

ໜ້າ/ 382

ນັກໂທດຍ່າງຢຽບລິ້ວໜັງ ຂອງຕົນລົ້ມລຸກຄຸກຄານ ໄປຈົນກວ່າຈະຕາຍ.

໗. ນຸ່ງເປືອກໄມ້ ຄື ແຫຼ່ໜັງ ເປັນຮ້ອຍລິ້ວໆຄືດັ່ງຂໍ້ ໖ ແຕ່ເຮັດເປັນສອງຕອນ ຕັ້ງແຕ່ໃຕ້ຄໍຈົນເຖິງແອວຕອນໜຶ່ງ

ຕັ້ງແຕ່ແອວຈົນເຖິງຂໍ້ຕີນຕອນໜຶ່ງ ລິ້ວໜັງຕອນເທິງ ຫ້ອຍຄຸມລົງມາປົກປິດກາຍທາງລຸ່ມ

ເບິ່ງເໝືອນດັ່ງນຸ່ງເປືອກໄມ້ທີ່ທຸບສາງດີແລ້ວ.

໘. ຢືນກວາງ ຄື ໃຊ້ຫ່ວງເຫຼັກ ຮັດສອກທັງສອງ ແລະຂາທັງສອງ ຂຶງຕິດໄວ້ກັບຫຼັກເຫຼັກສີ່ຫຼັກເທິງພື້ນດິນ

ເບິ່ງເໝືອນດັ່ງກວາງຖືກຂຶງ ແລ້ວກໍ່ໄຟຢ້າງລົນໄປເລື້ອຍໆ ຈົນວ່າຈະຕາຍ.

໙. ສຽບເຫຍື່ອເບັດ ຄື ໃຊ້ເບັດມີງ່ຽງສອງຂ້າງ ເກາະໂຕດຶງເອົາໜັງຊີ້ນ ແລະເອັນອອກມາໃຫ້ໝົດ.

໑໐. ຫຼຽນກະສາບ ຄື ໃຊ້ມີດຄົມປາດຊີ້ນ ອອກເປັນຈຸດໆ ມີຂະໜາດເທົ່າເງິນຫລຽນ ຈົນກວ່າຈະຕາຍ.

໑໑. ແປງແສບ ຄື ຟັນສັບເສຍໃຫ້ຍ່ອຍ ທົ່ວກາຍແລ້ວ ໃຊ້ແປງຈຸ່ມນໍ້າແສບ (ມີນໍ້າເກືອເປັນຕົ້ນ) ຖູຂູດສີໄປມາ

ໃຫ້ໜັງຊີ້ນ ເອັນຂາດຫຼຸດອອກມາໝົດ ເຫຼືອແຕ່ກະດູກ.

໑໒. ວຽນຫຼັກ ຄື ໃຫ້ນອນສະແຄງແລ້ວ ໃຊ້ຫຼາວເຫຼັກຕອກເຂົ້າຊ່ອງຫູ ໃຫ້ຊອດທະລຸລົງໄປ

ຂຶງແໜ້ນຢູ່ກັບດິນແລ້ວ ຈັບຕີນທັງສອງຍົກຍ່າງວຽນ.

໑໓. ຕັ່ງເຟືອງ ຄື ໃຊ້ກ້ອນຫີນບົດທັບໂຕ ບົດໃຫ້ກະດູກແຕກລະອຽດ ແຕ່ບໍ່ໃຫ້ໜັງຂາດແລ້ວ ຈັບຜົມຮວບຂຶ້ນ

ສັ່ນໃຫ້ຊີ້ນລວມເຂົ້າເປັນກອງແລ້ວ ໃຊ້ຜົມນັ້ນແຫຼະ ພັນມ້ວນໆວາງໄວ້ ເໝືອນຕັ່ງທີ່ເຮັດດ້ວຍເຟືອງ

ສໍາລັບເຊັດຕີນ.

໑໔. ໃຫ້ໝາກັດດຶງ ຄືຂັງຝູງໝາໃຫ້ອົດຫິວຫອດຫຼາຍມື້ແລ້ວ ປ່ອຍໃຫ້ອອກມາຫຸ້ມກັດດຶງບຶດດຽວເຫຼືອແຕ່ກະດູກ,

- ນັຍອັຕຖະກະຖາ ແລະພຣະໄຕຣປິດົກແປ ຂອງ ມ. ອໍາໄພຈິຕ.

໓໖໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນທີ່ນັ້ນໆ. ພິກຂຸ ທ. ! ເຖິງແມ່ນນີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.

ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ : ຄົນທັງຫຼາຍ ຍ່ອມປະພຶດທຸຈະຣິຕດ້ວຍກາຍ ດ້ວຍວາຈາ ແລະດ້ວຍໃຈ. ຄັນປະພຶດທຸຈະຣິຕດ້ວຍກາຍ ດ້ວຍວາຈາ ແລະດ້ວຍໃຈແລ້ວ, ເຂົາເຫຼົ່ານັ້ນ ຍ່ອມເຂົ້າເຖິງ ອະບາຍ ທຸຄະຕິ ວິນິບາຕ ນະຣົກ ເບື້ອງໜ້າແຕ່ການຕາຍ ເພາະການແຕກສະຫຼາຍແຫ່ງກາຍ. ພິກຂຸ ທ. ! ແມ່ນວ່ານີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ, ດັ່ງນີ້ ແລ.

- ມູ. ມ. ໑໒/໑໖໙/໑໙໘.

ປະກິນນະກະທຸກຂ໌ທີ່ມີກາມຕັນຫາເປັນມູນ

ພິກຂຸ ທ. ! ເຮົາຈະສະແດງທັມ (ເປັນຝັກຝ່າຍແຫ່ງທຸກຂ໌) ທີ່ມີ (ກາມ) ຕັນຫາເປັນມູນ ໙ ຢ່າງ. ເກົ້າຢ່າງ ແນວໃດໜໍ ?

ເພາະອາໄສຕັນຫາ ຈຶ່ງມີການສະແຫວງຫາ (ປະຣິເຍສະນາ) ;

ເພາະອາໄສການສະແຫວງຫາ ຈຶ່ງມີການໄດ້ (ລາໂພ) ;

ເພາະອາໄສການໄດ້ ຈຶ່ງມີຄວາມປົງໃຈຮັກ (ວິນິຈສະໂຢ) ;

ເພາະອາໄສຄວາມປົງໃຈຮັກ ຈຶ່ງມີຄວາມກໍາໜັດດ້ວຍຄວາມພໍໃຈ (ສັນທະຣາໂຄ)

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໖໗

ເພາະອາໄສຄວາມກໍາໜັດດ້ວຍຄວາມພໍໃຈ ຈຶ່ງມີຄວາມສະຢົບມົວເມົາ (ອັຊໂຊສານັງ) ;

ເພາະອາໄສຄວາມສະຢົບມົວເມົາ ຈຶ່ງມີຄວາມຈັບອົກຈັບໃຈ (ປະຣິກຄະໂຫ);

ເພາະອາໄສຄວາມຈັບອົກຈັບໃຈ ຈຶ່ງມີຄວາມຂີ້ຖີ່ (ມັຈສະຣິຢັງ) ;

ເພາະອາໄສຄວາມຂີ້ຖີ່ ຈຶ່ງມີການຫວງກັ້ນ (ອາຣັກໂຂ) ;

ເພາະອາໄສການຫວງກັ້ນ ຈຶ່ງມີເລື່ອງລາວອັນເກີດຈາກການຫວງກັ້ນ (ອາຣັກຂາ ທິກະຣະນັງ) ; ກ່າວຄື ການໃຊ້ອາວຸດບໍ່ມີຄົມ ການໃຊ້ອາວຸດມີຄົມ ການຜິດຖຽງ ການແກ່ງແຍ້ງຍາດຊິງ ການວິວາດ ການກ່າວຄໍາຫຍາບ ວ່າ “ມຶງ ! ມຶງ !” ການເວົ້າຄໍາສໍ່ສຽດ ແລະ ການເວົ້າຂີ້ຕົວະທັງຫຼາຍ : ທັມອັນເປັນບາບອະກຸສົລເປັນອະເນກ ຍ່ອມເກີດຂຶ້ນພ້ອມ.

ພິກຂຸ ທ. ! ເຫຼົ່ານີ້ແລ ຊື່ວ່າທັມ (ເປັນຝັກຝ່າຍແຫ່ງທຸກຂ໌) ທີ່ມີ (ກາມ) ຕັນຫາເປັນມູນ ໙ ຢ່າງ.

- ນວກ. ອັງ. ໒໓/໔໑໓/໒໒໗ ; (ສອບທານດ້ວຍ - ມຫາ. ທີ. ໑໐/໖໙/໕໙).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ