ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ : ຄົນທັງຫຼາຍຖືດາບແລະໂລ່ ຜູກສອດທະນູ ແລະລູກສອນ ແບ່ງກັນເປັນສອງກອງທັບ ພຸ່ງເຂົ້າເຮັດສົງຄາມກັນ. ເມື່ອລູກສອນຖືກປ່ອຍໄປ, ເມື່ອຫອກຖືກຊັດໄປ, ເມື່ອດາບຖືກກວັດແກວ່ງຢູ່, ຄົນເຫຼົ່ານັ້ນ ຍິງກັນດ້ວຍລູກສອນແດ່, ແທງກັນດ້ວຍຫອກແດ່, ຕັດຫົວກັນດ້ວຍດາບແດ່, ໃນສົງຄາມນັ້ນໆ, ເຂົາເຫຼົ່ານັ້ນຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນບ່ອນນັ້ນໆ. ພິກຂຸ ທ. ! ນີ້ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.

໓໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ : ຄົນທັງຫຼາຍຖືດາບແລະໂລ່ ຜູກສອດທະນູແລະລູກສອນ ແລ່ນປີນຂຶ້ນປ້ອມຍາມ (ເພື່ອປຸ້ນເອົາເມືອງ), ເມື່ອລູກສອນຖືກປ່ອຍໄປ, ເມື່ອຫອກຖືກຊັດໄປ, ເມື່ອດາບຖືກກວັດແກວ່ງຢູ່, ຄົນເຫຼົ່ານັ້ນ ຍິງກັນດ້ວຍລູກສອນແດ່, ແທງກັນດ້ວຍຫອກແດ່, ຮວດກັນດ້ວຍຂີ້ເຖົ່າຖ່ານຂີ້ງົວອັນຮ້ອນແດ່, ປ່ອຍຂອງໃຫ້ຕົກລົງທັບບາດດຽວຕາຍທັງໝູ່ແດ່, ຕັດຫົວກັນດ້ວຍດາບແດ່, ໃນສົງຄາມນັ້ນໆ, ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນບ່ອນນັ້ນໆ. ພິກຂຸ ທ. ! ນີ້ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ: ຄົນທັງຫຼາຍ ຍ່ອມຕັດຊ່ອງຢ່ອງເບົາ ປຸ້ນສະດົມໃນເຮືອນຫຼັງດຽວ ຄອຍດັກທໍາຮ້າຍໃນທີ່ປ່ຽວ ແລະລ່ວງເກີນພັນຍາຜູ້ອື່ນ. ພຣະຣາຊາ ຈັບຄົນເຫຼົ່ານັ້ນມາແລ້ວ ໃຫ້ລົງໂທສະກັມຫຼາຍວິທີດ້ວຍກັນ ເຊັ່ນ : ຂ້ຽນດ້ວຍຫວາຍແດ່, ມັດດ້ວຍເຊືອກໜັງແດ່, ທຸບດ້ວຍທ່ອນໄມ້ແດ່, ຕັດມືເສຍແດ່, ຕັດຕີນເສຍແດ່ ຕັດເສຍທັງມືແລະຕີນແດ່, ຕັດຫູແດ່, ຕັດດັງແດ່, ຕັດເສຍທັງຫູ ແລະດັງແດ່, ຍ່ອມລົງໂທດໂດຍວິທີ ໝໍ້ຂ້ຽວນໍ້າສົ້ມ໑ ແດ່, ຍ່ອມລົງໂທດໂດຍວິທີຂອດສັງຂ໌໒ ແດ່. ຍ່ອມລົງໂທດ

໑. ໝໍ້ຂ້ຽວນໍ້າສົ້ມ ຄື ທຸບຫົວສະໝອງແຍກອອກແລ້ວ ໃຊ້ຄີມຄີບກ້ອນເຫຼັກທີ່ລຸກແດງ ໃສ່ລົງໄປໃຫ້ສະໝອງ

ເດືອດພຸ່ງຂຶ້ນ ເໝືອນນໍ້າສົ້ມຟົດປູມລົ້ນໝໍ້.

໒. ຂອດສັງຂ໌ ຄື ຕັດໜັງ ຄວັ່ນໄປໃຫ້ຮອດຂະໝັບຫູທັງສອງຂ້າງ ແລະຫຼຸມຄໍແລ້ວ ລວບຜົມທັງໝົດມັດໄວ້

ໃຊ້ໄມ້ສອດໝູນຍົກຂຶ້ນ ໃຫ້ໜັງຫຼຸດຕິດຂຶ້ນມາ ພ້ອມກັບຜົມແລ້ວ ໃຊ້ຊາຍຫຍາບຂັດກະໂຫຼກຫົວ

ລ້າງໃຫ້ຂາວເໝືອນດັ່ງສັງຂ໌.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໖໕

ໂດຍວິທີປາກຣາຫູ໓ ແດ່, ຍ່ອມລົງໂທດໂດຍວິທີມາໄລໄຟ໔ ແດ່. ຍ່ອມລົງໂທດໂດຍວິທີຄົບມື໕ ແດ່, ຍ່ອມລົງໂທດໂດຍວິທີລິ້ວສ່າຍ໖ ແດ່, ຍ່ອມລົງໂທດໂດຍວິທີນຸ່ງເປືອກໄມ້໗ ແດ່, ຍ່ອມລົງໂທດໂດຍວິທີຢືນກວາງ໘ ແດ່, ຍ່ອມລົງໂທດໂດຍວິທີສຽບເຫຍື່ອເບັດ໙ ແດ່, ຍ່ອມລົງໂທດໂດຍວິທີຫຼຽນກະສາບ໑໐ ແດ່, ຍ່ອມລົງໂທດໂດຍວິທີທາເກືອແດ່, ຍ່ອມລົງໂທດໂດຍວິທີແປງແສບ໑໑ ແດ່, ຍ່ອມລົງໂທດໂດຍວິທີກວຽນຫຼັກ໑໒ ແດ່, ຍ່ອມລົງໂທດໂດຍວິທີຕັ່ງເຟືອງ໑໓ ແດ່, ຍ່ອມຮວດດ້ວຍນໍ້າມັນຮ້ອນໆແດ່, ຍ່ອມປ່ອຍໃຫ້ໝາສວບກັດດຶງ໑໔ ແດ່, ຍ່ອມໃຫ້ນອນຫງາຍເທິງຫຼາວທັງເປັນໆແດ່, ຍ່ອມຕັດຫົວດ້ວຍດາບແດ່.

໓. ປາກຣາຫູ ຄື ໃຊ້ຂໍເຫຼັກງ້າງປາກໃຫ້ອ້າແລ້ວ ຈູດໄຟໃນປາກ. ອີກຢ່າງໜຶ່ງ ໃຊ້ສິ່ວຕອກເຈາະຕັ້ງແຕ່ຂະໝັບ

ເຂົ້າໄປຈົນເຖິງປາກ ໃຫ້ໂລຫິຕໄຫຼອອກມາເຕັມປາກ ເບິ່ງປາກອ້າເໝືອນດັ່ງປາກຣາຫູ.

໔. ມາໄລໄຟ ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນຈົນທົ່ວໂຕແລ້ວຈູດໄຟ.

໕. ຄົບ (ທວນໄຟ) ມື ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນມືທັງສອງຂ້າງຈົນທົ່ວແລ້ວຈູດໄຟ.

໖. ລິ້ວສ່າຍ ຄື ແຫຼ່ໜັງລອກອອກເປັນລິ້ວໆ ຕັ້ງແຕ່ໃຕ້ຄໍໄປຈົນເຖິງຂໍ້ຕີນ ແລ້ວເອົາເຊືອກຜູກດຶງລາກໄປ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ