ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ກຸລະບຸດໃນໂລກນີ້ ສໍາເລັດການລ້ຽງຊີວິຕ ດ້ວຍອາຊີບສິລະປະໃດໆ ເຊັ່ນສິລະປະແຫ່ງການໃຊ້ສັນຍາດ້ວຍມື, ສິລະປະແຫ່ງການຄໍານວນ, ສິລະປະແຫ່ງການພະຍາກອນ, ການເຮັດກະສິກັມ ພານິຊະຍະກັມ ແລະໂຄຣັກຂະກັມ, ສິລະປະແຫ່ງສັຕຣາອາວຸດ, ແລະການເຮັດຣາຊະການ ແລະສິລະປະເຍື່ອງໃດເຍື່ອງໜຶ່ງ; ເພາະການປະກອບອາຊີບນັ້ນໆ ເຂົາຍ່ອມປະເຊີນໜ້າ ຕໍ່ຄວາມໜາວຄວາມຮ້ອນ ປະເຊີນໜ້າດ້ວຍເຫຼືອກ ຍຸງ ລົມ ແດດ ແລະສັມຜັສດ້ວຍສັຕເລືອຄານທັງຫຼາຍ ຈ່ອຍຜອມຢູ່ ຫີວກະຫາຍຢູ່ ເພາະການບໍ່ໄດ້ບໍລິໂພກຕາມເວລາ. ພິກຂຸ ທ. ! ນີ້ເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
໓໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເມື່ອກຸລະບຸດນັ້ນ ພາກພຽນ ຂົນຂວາຍ ພະຍາຍາມຢູ່ເຊັ່ນນີ້, ໂພຄະຊັບ ກໍຍັງບໍ່ສໍາເລັດແກ່ເຂົາ, ເຂົາຍ່ອມໂສກເສົ້າລະທົມໃຈ ຄໍ່າຄວນຕີເອິກ ຮ້ອງໄຫ້ ເຖິງຄວາມມືດມົວຢູ່ວ່າ “ຄວາມດຸໝັ່ນຂອງເຮົາ ເປັນໝັນໜໍ, ຄວາມພະຍາຍາມ ຂອງເຮົາໄຮ້ຜົລໜໍ” ດັ່ງນີ້. ພິກຂຸ ທ. ! ເຖິງແມ່ນນີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ເມື່ອກຸລະບຸດນັ້ນ ພາກພຽນ ຂົນຂວາຍ ພະຍາຍາມຢູ່ເຊັ່ນນີ້, ໂພຄະຊັບ ກໍສໍາເລັດແກ່ເຂົາດ້ວຍ ເຂົາກໍຈະຍ່ອມສະເຫວີຍທຸກຂ໌ໂທມະນັດສະ ເພາະການອາຣັກຂາໂພຄະຊັບເຫຼົ່ານັ້ນເປັນຕົ້ນເຫຕ ດ້ວຍຫວັງຢູ່ວ່າ “ພຣະຣາຊາ ຈະບໍ່ຢຶດຊັບເຫຼົ່ານັ້ນໄປ, ໂຈຣ ຈະບໍ່ປຸ້ນຊັບເຫຼົ່ານັ້ນໄປ, ໄຟ ຈະບໍ່ໄໝ້ຊັບເຫຼົ່ານັ້ນ, ນໍ້າ ຈະບໍ່ຖ້ວມທໍາລາຍຊັບເຫຼົ່ານັ້ນ; ຍາຕິພີ່ນ້ອງທີ່ບໍ່ພໍໃຈ ຈະບໍ່ຍາດແຍ້ງຊັບເຫຼົ່ານັ້ນໄປ” ດັ່ງນີ້. ເມື່ອກຸລະບຸຕນັ້ນ ຕັ້ງການອາຣັກຂາຄຸ້ມຄອງຢູ່ດັ່ງນີ້ ພຣະຣາຊາ ຢຶດເອົາຊັບເຫຼົ່ານັ້ນໄປເສຍກໍຕາມ, ໂຈຣ ປຸ້ນເອົາຊັບເຫຼົ່ານັ້ນໄປເສຍກໍຕາມ, ໄຟ ໄໝ້ຊັບເຫຼົ່ານັ້ນເສຍກໍຕາມ, ນໍ້າ ຖ້ວມທໍາລາຍຊັບເຫຼົ່ານັ້ນເສຍກໍຕາມ, ຫຼືຍາຕິພີ່ນ້ອງ ທີ່ບໍ່ພໍໃຈ ຍາດແຍ້ງເອົາຊັບເຫຼົ່ານັ້ນໄປໄດ້ກໍຕາມ, ເຂົາຍ່ອມໂສກເສົ້າ ລະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ເຖິງຄວາມມືດມົວ ລໍາາພັນຢູ່ວ່າ “ຊັບໃດໄດ້ມີແລ້ວແກ່ເຮົາ ຊັບນັ້ນບໍ່ມີເສຍແລ້ວ” ດັ່ງນີ້. ພິກຂຸ ທ. ! ເຖິງແມ່ນນີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ :
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໖໓
ພຣະຣາຊາ ຍ່ອມຜິດຖຽງກັບພຣະຣາຊາແດ່, ກະສັດ ຍ່ອມຜິດຖຽງກັບກະສັດແດ່, ພຣາມ ຍ່ອມຜິດຖຽງກັບພຣາມແດ່, ຄະຫະບໍດີ ຍ່ອມຜິດຖຽງກັບຄະຫະບໍດີແດ່, ມານດາ ຍ່ອມຜິດຖຽງກັບບຸດແດ່, ບຸດ ຍ່ອມຜິດຖຽງກັບມານດາແດ່, ບິດາ ຍ່ອມຜິດຖຽງກັບບຸດແດ່, ບຸດ ຍ່ອມຜິດຖຽງກັບບິດາແດ່, ອ້າຍນ້ອງຊາຍ ຍ່ອມຜິດຖຽງກັບອ້າຍນ້ອງຊາຍແດ່, ອ້າຍນ້ອງຊາຍ ຍ່ອມຜິດຖຽງກັບເອື້ອຍນ້ອງສາວແດ່, ເອື້ອຍນ້ອງສາວ ຍ່ອມຜິດຖຽງກັບອ້າຍນ້ອງຊາຍແດ່, ສະຫາຍ ຍ່ອມຜິດຖຽງກັບສະຫາຍແດ່; ຄົນເຫຼົ່ານັ້ນກໍ່ການຜິດຖຽງບາດໝາງກັນແລ້ວ ຍ່ອມຕໍ່ສູ້ກັນແລະກັນດ້ວຍມືແດ່, ຍ່ອມຕໍ່ສູ້ກັນແລະກັນດ້ວຍກ້ອນດິນແດ່ ຍ່ອມຕໍ່ສູ້ກັນແລະກັນດ້ວຍທ່ອນໄມ້ແດ່, ຍ່ອມຕໍ່ສູ້ກັນແລະກັນດ້ວຍອາວຸດແດ່, ຢູ່ໃນບ່ອນນັ້ນໆ. ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນບ່ອນນັ້ນໆ. ພິກຂຸ ທ. ! ນີ້ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.








