ອະຣິຍະສັຈພາກຕົ້ນ

ໜ້າ/ 382

ມີໃຈເປັນອະກຸສົລ ບໍ່ຮູ້ຕາມທີ່ເປັນຈິງ ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນເປັນທີ່ດັບບໍ່ເຫຼືອ ແຫ່ງທັມອັນເປັນບາບ ອະກຸສົລທັງຫຼາຍ. ກຸມາຣນ້ອຍນັ້ນ ເມື່ອປະກອບດ້ວຍຄວາມຍິນດີ ແລະຄວາມຍິນຮ້າຍ ຢູ່ເຊັ່ນນີ້ແລ້ວ, ສະເຫວີຍຊຶ່ງເວທະນາໃດໆ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ, ເຂົາຍ່ອມເພີດເພີນ ພໍ່າສັນເສີນ ມົກໝຸ້ນຢູ່ ຊຶ່ງເວທະນານັ້ນໆ. ເມື່ອເປັນຢູ່ເຊັ່ນນັ້ນ, ຄວາມເພີນ (ນັນທິ) ຍ່ອມບັງເກີດຂຶ້ນ. ຄວາມເພີນໃດ ໃນເວທະນາທັງຫຼາຍມີຢູ່, ຄວາມເພີນອັນນັ້ນເປັນອຸປາທານ. ເພາະອຸປາທານ ຂອງເຂົານັ້ນເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ແລ.

- ມູ. ມ. ໑໒/໔໘໗-໔໘໘/໔໕໒-໔໕໓.

ອາການທີ່ຕັນຫາ (ເຄື່ອງນໍາໄປສູ່ພົບໃໝ່) ຈະເຣີນຂຶ້ນ

ພິກຂຸ ທ. ! ບຸຄຄົລເມື່ອ ບໍ່ຮູ້ບໍ່ເຫັນຊຶ່ງ ຈັກຂຸ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນຊຶ່ງ ຮູບ ທັງຫຼາຍ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນຊຶ່ງ ຈັກຂຸວິນຍານ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນ ຊຶ່ງ ຈັກຂຸສັມຜັາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນຊຶ່ງ ເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ ຕາມທີ່ເປັນຈິງແລ້ວ; ເຂົາຍ່ອມກໍາໜັດໃນຈັກຂຸ, ກໍາໜັດໃນຮູບທັງຫຼາຍ, ກໍາໜັດໃນຈັກຂຸວິນຍານ, ກໍາໜັດໃນຈັກຂຸສັມຜັສ, ແລະກໍາໜັດໃນເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ. ເມື່ອບຸຄຄົລນັ້ນກໍາໜັດແລ້ວ ຕິດພັນແລ້ວ ຫຼົງໄຫຼແລ້ວ ຈ້ອງມອງຕໍ່ອັສສາທະຢູ່, ປັນຈຸປາທານຂັນທ໌ທັງຫຼາຍ

໓໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຍ່ອມເຖິງຊຶ່ງຄວາມກໍ່ເກີດຕໍ່ໄປ; ແລະຕັນຫາຂອງເຂົາ ອັນເປັນເຄື່ອງນໍາໄປສູ່ພົບໃໝ່ ອັນປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ເປັນເຄື່ອງເຮັດໃຫ້ເພີນຢ່າງຍິ່ງ ໃນອາຣົມນັ້ນໆ ນັ້ນຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ; ຄວາມກະວົນກະວາຍ (ດະຣະຖະ) ແມ່ນວ່າທາງກາຍ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ, ຄວາມກະວົນກະວາຍ ທາງຈິຕ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ; ຄວາມໄໝ້ເຜົາ (ສັນຕາປະ) ທາງກາຍ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ, ຄວາມໄໝ້ເຜົາທາງຈິຕ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ; ຄວາມຮ້ອນເອົ້າ (ປະຣິລາຫະ) ທາງກາຍ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ, ຄວາມຮ້ອນເອົ້າທາງຈິຕ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ. ບຸຄຄົລນັ້ນ ຍ່ອມສະເຫວີຍ ຊຶ່ງຄວາມທຸກຂ໌ອັນເປັນໄປທາງກາຍດ້ວຍ, ຊຶ່ງຄວາມທຸກຂ໌ອັນເປັນໄປທາງຈິຕດ້ວຍ.

(ໃນກໍລະນີແຫ່ງໝວດໂສຕະ ຄານະ ຊິວຫາ ກາຍະ ແລະ ມະໂນ ກໍໄດ້ຕຣັດໄວ້ໂດຍຮູບແບບດຽວກັນ).

- ອຸປຣິ. ມ. ໑໔/໕໒໑/໘໒໖-໘໒໗.

ເຫັນແກ່ເຫຍື່ອຈຶ່ງຕິດເບັດ

ພິກຂຸ ທ. ! ປຽບເໝືອນນາຍພານເບັດ ດຶກເບັດທີ່ສຽບເຫຍື່ອລົງໄປໃນວັງນໍ້າເລິກ. ປາທີ່ເຫັນແກ່ເຫຍື່ອ ໂຕໃດໂຕໜຶ່ງ ຍ່ອມກືນເບັດນັ້ນເຂົ້າໄປ. ພິກຂຸ ທ. ! ດ້ວຍອາການນີ້ແຫຼະ ປາທີ່ກືນເບັດໂຕນັ້ນ ເຖິງແລ້ວຊຶ່ງຄວາມວິນາດ ເຖິງແລ້ວຊຶ່ງຄວາມຈິບຫາຍ ເພາະພານເບັດ ແລ້ວແຕ່ພານເບັດນັ້ນໃຝ່ຈະເຮັດຕາມໃຈຢ່າງໃດ.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໕໗

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ