ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ, ເບັດຫົກອັນເຫຼົ່ານີ້ ມີຢູ່ໃນໂລກ ເພື່ອຄວາມ ຈິບຫາຍຂອງສັຕທັງຫຼາຍ ເພື່ອຂ້າສັຕທັງຫຼາຍ. ເບັດຫົກອັນນັ້ນເປັນແນວໃດໜໍ ? ເບັດຫົກອັນນັ້ນ ຄື ຮູບທີ່ເຫັນດ້ວຍຕາກໍດີ, ສຽງທີ່ຟັງດ້ວຍຫູກໍດີ, ກິ່ນທີ່ດົມດ້ວຍດັງກໍດີ, ຣົສທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະທີ່ສັມຜັສດ້ວຍກາຍກໍດີ, ແລະທັມມາຣົມທີ່ຮູ້ແຈ້ງດ້ວຍໃຈກໍດີ, ມີຢູ່ ຊຶ່ງເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ແລະເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ຖ້າພິກຂຸເພີດເພີນ ພໍ່າສັນເສີນ ເມົາມົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ແລ້ວ;
ພິກຂຸ ທ. ! ພິກຂຸນີ້ເຮົາເອີ້ນວ່າ ຜູ້ກືນເບັດຂອງມາຣ ເຖິງແລ້ວຊຶ່ງຄວາມວິນາດ ເຖິງແລ້ວຊຶ່ງຄວາມຈິບຫາຍ ແລ້ວແຕ່ມາຣຜູ້ມີບາບ ໃຝ່ຈະເຮັດປະການໃດແລ.
- ສລາ. ສັງ. ໑໘/໑໙໗/໒໘໙.
ຜູ້ແບກຂອງໜັກ
ພິກຂຸ ທ. ! ເຮົາຈະສະແດງ ຂອງໜັກ ຜູ້ແບກຂອງໜັກ ແລະ ການແບກຂອງໜັກ....ແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຂໍ້ຄວາມນັ້ນ.
ພິກຂຸ ທ. ! ອັນໃດໜໍຊື່ວ່າຂອງໜັກ ? ພິກຂຸ ທ. ! ອຸປະທານຂັນທ໌ທັງຫ້ານັ້ນແຫຼະ ເຮົາກ່າວວ່າ ເປັນຂອງໜັກ. ອຸປາທານຂັນທ໌ ທັງຫ້າເຫຼົ່າໃດໜໍ ? ຫ້າຄື :- ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ຮູບ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຂອງໜັກ.
໓໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອັນໃດໜໍຊື່ວ່າ ຜູ້ແບກຂອງໜັກ ? ພິກຂຸ ທ. ! ບຸຄຄົລ (ຕາມສົມມຸດ) ນັ້ນແຫຼະເຮົາເອີ້ນວ່າ ຜູ້ແບກຂອງໜັກ. ເຂົາມີຊື່ແນວນີ້ ມີໂຄດແນວນັ້ນຕາມທີ່ຮູ້ກັນຢູ່. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຜູ້ແບກຂອງໜັກ.
ພິກຂຸ ທ. ! ອັນໃດໜໍຊື່ວ່າ ການແບກຂອງໜັກ ? ພິກຂຸ ທ. ! ຕັນຫານີ້ໃດທີ່ເຮັດໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດແຫ່ງຄວາມເພີນ ຊຶ່ງມີປົກກະຕິເຮັດໃຫ້ເພີດເພີນ ໃນອາຣົມນັ້ນໆ, ໄດ້ແກ່ ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ການແບກຂອງໜັກ.
- ຂັນທະ. ສັງ. ໑໗/໓໒/໔໙-໕໑.
ຈິຕມີຕັນຫາ ເອີ້ນວ່າຢູ່ສອງຄົນ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ດ້ວຍເຫຕພຽງເທົ່າໃດໜໍ ພິກຂຸຈຶ່ງຊື່ວ່າ ເປັນຜູ້ມີການຢູ່ຢ່າງມີເພື່ອນສອງ ຂ້ານ້ອຍ ?”
ມິຄະຊາລະ ! ຮູບ ທັງຫຼາຍ ອັນຈະຍ່ອມເຫັນໄດ້ດ້ວຍຈັກຂຸ ອັນເປັນຮູປທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ຖ້າຫາກວ່າ ພິກຂຸຍ່ອມເພີດເພີນ ພໍ່າສັນເສີນ ສະຢົບມົວເມົາ ຊຶ່ງຮູບນັ້ນແລ້ວ;
ແກ່ພິກຂຸຜູ້ເພີດເພີນ ພໍ່າສັນເສີນ ສະຢົບມົວເມົາ ຊຶ່ງຮູບນັ້ນຢູ່ນັ້ນແຫຼະ, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໕໙
ເມື່ອນັນທິມີຢູ ສາຣາຄະ (ຄວາມພໍໃຈຢ່າງຍິ່ງ) ຍ່ອມມີ ;
ເມື່ອສາຣາຄະມີຢູ່ ສັນໂຍຄະ (ຄວາມຜູກຈິຕຕິດກັບອາຣົມ) ຍ່ອມມີ ;
ມິຄະຊາລະ ! ພິກຂຸຜູ້ປະກອບພ້ອມແລ້ວ ດ້ວຍການຜູກຈິຕຕິດກັບອາຣົມດ້ວຍອໍານາດແຫ່ງຄວາມເພີນ ນັ້ນແລ ເຮົາເອີ້ນວ່າ “ຜູ້ມີການຢູ່ຢ່າງມີເພື່ອນສອງ”.
(ໃນກໍລະນີ ແຫ່ງສຽງທັງຫຼາຍ ອັນຈະຍ່ອມໄດ້ຍິນດ້ວຍຫູກໍດີ, ກິ່ນທັງຫຼາຍອັນຈະຍ່ອມດົມດ້ວຍດັງກໍດີ, ຣົສທັງຫຼາຍອັນຈະຍ່ອມຊີມດ້ວຍລີ້ນກໍດີ, ໂຜຕຖັພພະທັງຫຼາຍອັນຈະຍ່ອມສັມຜັສດ້ວຍຜິວກາຍກໍດີ, ແລະທັມມາຣົມ ທັງຫຼາຍອັນຈະຍ່ອມຮູ້ແຈ້ງດ້ວຍໃຈກໍດີ, ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັສໄວ້ ມີນັຍຍະຢ່າງດຽວກັນກັບ ໃນກໍລະນີແຫ່ງຮູບທັງຫຼາຍ ອັນຈະຍ່ອມເຫັນດ້ວຍຈັກຂຸ).








