ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ການປະຕິສົນທິຂອງສັຕໃນຄັນ ຍ່ອມມີໄດ້ ເພາະການປະຊຸມພ້ອມຂອງສິ່ງ ໓ ຢ່າງ. ໃນສັຕໂລກນີ້ ເຖິງວ່າ ມານດາ ແລະບິດາ ເປັນຜູ້ຢູ່ຮ່ວມກັນ ແຕ່ມານດາຍັງບໍ່ຜ່ານການມີລະດູ ແລະຄັນທັບພະ (ສັຕທີ່ຈະເຂົ້າໄປປະຕິສົນທິໃນຄັນນັ້ນ) ກໍຍັງບໍ່ເຂົ້າໄປຕັ້ງຢູ່ໂດຍສະເພາະດ້ວຍ, ການປະຕິສົນທິຂອງສັຕໃນຄັນ ກໍຍັງມີຂຶ້ນບໍ່ໄດ້ກ່ອນ. ໃນສັຕໂລກນີ້ ເຖິງວ່າມານດາແລະບິດາ ເປັນຜູ້ຢູ່ຮ່ວມກັນ ແລະມານດາ ກໍຜ່ານການມີລະດູ ແຕ່ຄັນທັບພະ ຍັງບໍ່ເຂົ້າໄປຕັ້ງຢູ່ໂດຍສະເພາະ; ການປະຕິ ສົນທິຂອງສັຕໃນຄັນ ກໍຍັງມີຂຶ້ນບໍ່ໄດ້ນັ້ນເອງ; ພິກຂຸ ທ. ! ແຕ່ເມື່ອໃດ ມານດາແລະບິດາ ເປັນຜູ້ຢູ່ຮ່ວມກັນດ້ວຍ. (ຢະໂຕຈະ ໂຂ ພິກຂະເວ ມາຕາປິຕະໂຣ ຈະ ສັນນິປະຕິຕາ ໂຫຕິ ມາຕາ ຈະ ອຸຕຸນີ ໂຫຕິ ຄັນທັບໂພ ຈະ ປັຈຈຸປັດທິໂຕ ໂຫຕິ ເອວັງ ຕິິນນັງ ສັນນິປາຕາ ຄັບພັດສາວັກກັນຕິ ໂຫຕິ); ມານດາ ກໍຜ່ານການມີລະດູດ້ວຍ ຄັນທັບພະກໍເຂົ້າໄປຕັ້ງຢູ່ໂດຍສະເພາະດ້ວຍ, ການປະຕິສົນທິຂອງສັຕໃນຄັນ ຍ່ອມສໍາເລັດໄດ້ ເພາະການປະຊຸມພ້ອມກັນຂອງສິ່ງ ໓ ຢ່າງ ດ້ວຍອາການດັ່ງນີ້.
(ໝາຍເຫຕ : ຄໍາວ່າຄັນທັບພະ (ຄັນທັບໂພ) ຄວນໝາຍເຖິງຊື່ເອີ້ນສະເພາະກໍຣະນີ ທີ່ບົ່ງບອກເຖິງວິນຍານ ທີ່ຈະເຂົ້າໄປຕັ້ງຢູ່ໃນສັຕ ທີ່ອາໄສຄັນ ເປັນການເກີດ, ການປະຊຸມພ້ອມກັນ ຂອງສິ່ງ ໓ ຢ່າງຈຶ່ງຈະຄົບທັງຮູບ ແລະນາມ ການປະຕິສົນທິຂອງສັຕໃນຄັນ ຍ່ອມຈະສໍາເລັດ, ຈະສອດຄ່ອງກັບ ທີ່ພຣະອົງຄ໌ ຕຣັດກ່ຽວກັບເດັກໃນຄັນ ຈະຈະເຣີນເຕີບໂຕຕໍ່ໄປໄດ້ ຕ້ອງອາໄສວິນຍານ ດັ່ງທີ່ຕຣັດໄວ້ກັບພຣະອານົນທ໌ໃນປະຕິຈຈະສະມຸບບາດຈາກພຣະໂອຕຖະ ໜ້າ ໗໘໙ ແລະໃນເຫຼັ້ມນີ້ໜ້າ ໑໓໘)
໓໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ມານດາ ຍ່ອມບໍຣິຫານສັຕທີ່ເກີດໃນຄັນນັ້ນ ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫຼວງ ເປັນພາຣະໜັກແທ້ ຕະຫຼອດເວລາເກົ້າເດືອນແດ່ ສິບເດືອນແດ່.
ພິກຂຸ ທ. ! ເມື່ອຜ່ານກາຍໄປເກົ້າເດືອນ ຫຼືສິບເດືອນ, ມານດາຍ່ອມຄອດບຸຕນັ້ນ ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫຼວງ ເປັນພາຣະໜັກແທ້; ໄດ້ລ້ຽງຊຶ່ງບຸຕອັນເກີດແລ້ວນັ້ນ ດ້ວຍໂລຫິຕຂອງຕົນເອງ. ພິກຂຸ ທ. ! ໃນວິນັຍຂອງພຣະອະຣິຍະເຈົ້າ ຄໍາວ່າ “ໂລຫິຕ” ນີ້ໝາຍເຖິງ ນໍ້ານົມຂອງມານດາ.
ພິກຂຸ ທ. ! ເດັກນ້ອຍນັ້ນ ຈະເຣີນວັຍຂຶ້ນ ມີອິນຊີອັນຈະເຣີນເຕັມທີ່ແລ້ວ ຫຼິ້ນຂອງຫຼິ້ນສໍາລັບເດັກ ເຊັ່ນຫຼິ້ນໄຖນ້ອຍໆ ຫຼິ້ນໝໍ້ເຂົ້າໝໍ້ແກງ ຫຼິ້ນຂອງຫຼິ້ນຊື່ໂມກຂະຈິກະ໑ ຫຼິ້ນໝາກປິ່ນລົມນ້ອຍໆ ຫຼິ້ນຊັ່ງຕວງຂອງດ້ວຍເຄື່ອງຕວງ ທີ່ເຮັດດ້ວຍໃບໄມ້ ຫຼິ້ນລົດນ້ອຍໆ ຫຼິ້ນທະນູນ້ອຍໆ.
ພິກຂຸ ທ. ! ເດັກນ້ອຍນັ້ນ ຄັນຈະເຣີນວັຍຂຶ້ນແລ້ວ ມີອິນຊີອັນຈະເຣີນເຕັມທີ່ແລ້ວ ເປັນຜູ້ເອີບອີ່ມ ພຽບພ້ອມດ້ວຍກາມະຄຸນທັງຫ້າ ໃຫ້ເຂົາບໍາເລີຢູ່ : ທາງຕາດ້ວຍຮູບ, ທາງຫູດ້ວຍສຽງ, ທາງດັງດ້ວຍກິ່ນ, ທາງລີ້ນດ້ວຍຣົສ, ແລະ ທາງກາຍດ້ວຍໂຜຕຖັພພະ, ຊຶ່ງລ້ວນແຕ່ເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍວນຕາ ຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ແລະ ເປັນທີ່ຕັ້ງແຫ່ງຄວາມຮັກ. ເດັກນ້ອຍນັ້ນ ຄັນເຫັນຮູບດ້ວຍຈັກຂຸ ເປັນຕົ້ນແລ້ວ ຍ່ອມກໍາໜັດຍິນດີໃນຮູບເປັນຕົ້ນ ທີ່ຍົວະຍວນໃຫ້ເກີດຄວາມຮັກ, ຍ່ອມຂັດໃຈໃນຮູບເປັນຕົ້ນ ອັນບໍ່ເປັນທີ່ຕັ້ງແຫ່ງຄວາມຮັກ; ບໍ່ເປັນຜູ້ຕັ້ງໄວ້ຊຶ່ງ ສະຕິ ອັນເປັນໄປໃນກາຍ
໑. ໂມກຂະຈິກະ ເປັນຂອງຫຼີ້ນສໍາລັບເດັກນ້ອຍ ຊະນິດໜຶ່ງ ທີ່ຕອນເທິງໝູນໄດ້.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໕໕








