ອະຣິຍະສັຈພາກຕົ້ນ
ໜ້າ/ 382
ວັດສະ ! ເຮົາ ຍ່ອມບັນຍັຕຄວາມບັງເກີດຂຶ້ນ ສໍາລັບສັຕ ຜູ້ທີ່ຍັງມີອຸປາທານ (ເຊື້ອ) ຢູ່, ບໍ່ແມ່ນສໍາລັບສັຕ ຜູ້ທີ່ບໍ່ມີອຸປາທານ. ວັດສະ ! ປຽບເໝືອນ ໄຟທີ່ມີເຊື້ອ ຍ່ອມຕິດໄໝ້ຂຶ້ນໄດ້, ທີ່ບໍ່ມີເຊື້ອໄຟ ກໍລຸກໄໝ້ຂຶ້ນບໍ່ໄດ້, ອຸປະມານີ້ເຊັ່ນໃດອຸປະໄມກໍເຊັ່ນນັ້ນ; ວັດສະ ! ເຮົາຍ່ອມບັນຍັຕ ຄວາມບັງເກີດຂຶ້ນ ສໍາລັບສັຕ ຜູ້ທີ່ຍັງມີອຸປາທານຢູ່, ບໍ່ແມ່ນສໍາລັບສັຕ ຜູ້ທີ່ບໍ່ມີອຸປາທານ.
“ພຣະໂຄດົມຜູ້ຈະເຣີນ ! ຖ້າສະໄໝໃດ ແປວໄຟຖືກລົມພັດ ຫຼຸດປິວໄປໄກ, ສະໄໝນັ້ນ ພຣະໂຄດົມ ຍ່ອມບັນຍັຕ ຊຶ່ງອັນໃດວ່າ ເປັນເຊື້ອແກ່ແປວໄຟນັ້ນ ຖ້າຖືວ່າມັນຍັງມີເຊື້ອຢູ່ ?”
ວັດສະ ! ສະໄໝໃດ ແປວໄຟຖືກລົມພັດຫຼຸດປິວໄປໄກ, ເຮົາຍ່ອມບັນຍັຕແປວໄຟນັ້ນວ່າ ມີລົມນັ້ນແລ ເປັນເຊື້ອໄຟ. ວັດສະ ! ເພາະວ່າສະໄໝນັ້ນ ລົມຍ່ອມເປັນເຊື້ອ ຂອງແປວໄຟນັ້ນ.
໓໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
“ພຣະໂຄດົມຜູ້ຈະເຣີນ ! ຖ້າສະໄໝໃດ ສັຕປະຖິ້ມກາຍນີ້ ແລະ ຍັງບໍ່ບັງເກີດຂຶ້ນດ້ວຍກາຍອື່ນ, ສະໄໝນັ້ນ ພຣະໂຄດົມ ຍ່ອມບັນຍັຕຊຶ່ງອັນໃດ ວ່າເປັນເຊື້ອແກ່ສັຕນັ້ນ ຖ້າຖືວ່າມັນຍັງມີເຊື້ອຢູ່ ?”
(ໃຫ້ຜູ້ສຶກສາ ຈົ່ງສັງເກດຄໍາຕຣັດຕໍ່ໄປນີ້ ຊຶ່ງຈະສາມາດນຳໄປອະທິບາຍ ເຖິງຄວາມສັມພະເວສີສັຕໄດ້ ເບິ່ງໜ້າ ໒໘໗)
ວັດສະ ! ສະໄໝໃດ ສັຕປະຖິ້ມກາຍນີ້ ແລະ ຍັງບໍ່ບັງເກີດຂຶ້ນດ້ວຍກາຍອື່ນ(ສັມພະເວສີສັຕ), ເຮົາກ່າວສັຕນີ້ວ່າ ມີຕັນຫານັ້ນແລເປັນເຊື້ອ; ເພາະວ່າ ສະໄໝນັ້ນ ຕັນຫາ ຍ່ອມເປັນເຊື້ອຂອງສັຕນັ້ນ ແລ.
(ຢັສສະມິງ ໂຂ ວັສສະ ສະມະເຢ ອິມະຈະ ກາຢັງ ນິກຂິປະຕິ ສັຕໂຕຈະ ອັນຍະຕະຣັງ ກາຍັງ ອະນຸປປັນໂນ ໂຫຕິ ຕະມະຫັງ ຕັນຫຸປາທານັງ ວະທາມິ ຕັນຫາ ຫິສສະ ວັສສະ ຕັສສະມິງ ສະມະເຢ ອຸປະທານັງ ໂຫຕີຕິ ຯ)
- ສລາ. ສັງ. ໑໘/໔໘໕/໘໐໐.
ອາສະວະເຮັດໜ້າທີ່ຢ່າງດຽວກັບຕັນຫາ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ ໜ້າ ໓໙໖)
ອັກຄິເວດສະນະ ! ແນວໃດໜໍ ເອີ້ນວ່າ ເປັນຄົນຫຼົງໄຫຼ ?
ອັກຄິເວດສະນະ ! ອາສະວະເຫຼົ່າໃດ ອັນເຮັດໃຫ້ເສົ້າໝອງ ເຮັດໃຫ້ເກີດໃນພົບໃໝ່ ໃຫ້ມີຄວາມກະວົນກະວາຍ ມີວິບາກເປັນທຸກຂ໌ ໃຫ້ມີຊາຕຊະຣາມະຣະນະຕໍ່ໄປ ເປັນອາສະວະທີ່ບຸຄຄົລໃດລະບໍ່ໄດ້ ເຮົາກ່າວບຸຄຄົລນັ້ນ ວ່າເປັນຄົນຫຼົງໄຫຼ. ອັກຄິເວດສະນະ ! ເພາະ ລະອາສະວະບໍ່ໄດ້ ຈຶ່ງເປັນຄົນຫຼົງໄຫຼ.
ອັກຄິເວດສະນະ ! ອາສະວະເຫຼົ່າໃດ ອັນເຮັດໃຫ້ເສົ້າໝອງ ເຮັດໃຫ້ເກີດໃນພົບໃໝ່ ໃຫ້ມີຄວາມກະວົນກະວາຍ ມີວິບາກເປັນທຸກຂ໌ ໃຫ້ມີຊາຕຊະຣາມະຣະນະຕໍ່ໄປ ເປັນອາສະວະທີ່ບຸຄຄົລໃດລະໄດ້ແລ້ວ ເຮົາກ່າວບຸຄຄົລນັ້ນ ວ່າເປັນຄົນບໍ່ຫຼົງໄຫຼ. ອັກຄິເວດສະນະ ! ເພາະ ລະອາສະວະໄດ້ ຈຶ່ງເປັນຄົນບໍ່ຫຼົງໄຫຼ.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໕໓
ອັກຄິເວສສະນະ ! ອາສະວະເຫຼົ່າໃດ ອັນທີ່ເຮັດໃຫ້ເສົ້າໝອງ ເຮັດໃຫ້ເກີດໃນພົບໃໝ່ ໃຫ້ມີຄວາມກະວົນກະວາຍ ມີວິບາກເປັນທຸກຂ໌ ໃຫ້ມີຊາຕຊະຣາມະຣະນະຕໍ່ໄປ; ອາສະວະເຫຼົ່ານັ້ນ ຕະຖາຄົຕລະໄດ້ແລ້ວ ເຮັດໃຫ້ມີຮາກຂາດແລ້ວ ເຮັດໃຫ້ ເໝືອນຕົ້ນຕານທີ່ຂາດຂ້ວນຍອດແລ້ວ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປເປັນທຳມະດາ ປຽບເໝືອນຕົ້ນຕານ ມີຂ້ວນຍອດຂາດແລ້ວ ບໍ່ອາດຈະງອກງາມໄດ້ອີກຕໍ່ໄປ ເຊັ່ນໃດ ກໍເຊັ່ນນັ້ນ.
- ມູ. ມ. ໑໒/໔໖໑/໔໓໑.
ອາການທີ່ສັຕເກີດຕັນຫາແລະເກີດທຸກຂ໌








