ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄືຖ້າມີຣາຄະ ມີນັນທິ ມີຕັນຫາໃນອາຫາຣ ຄື ຄໍາເຂົ້າເສຍແລ້ວ, ວິນຍານ ກໍເປັນສິ່ງທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ໃນອາຫາຣ ຄື ຄໍາເຂົ້ານັ້ນໆ, ວິນຍານທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ມີຢູ່ໃນທີ່ໃດ, ການກ້າວລົງແຫ່ງນາມຮູບ ກໍມີຢູ່ໃນທີ່ນັ້ນ. ການກ້າວລົງແຫ່ງນາມຮູບ ມີຢູ່ໃນທີ່ໃດ, ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ກໍມີຢູ່ໃນທີ່ນັ້ນ. ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ມີຢູ່ໃນທີ່ໃດ. ການບັງເກີດໃນພົບໃໝ່ຕໍ່ໄປ ກໍມີຢູ່ໃນທີ່ນັ້ນ. ການບັງເກີດໃນພົບໃໝ່ຕໍ່ໄປ ມີຢູ່ໃນທີ່ໃດ, ຊາຕຊະຣາ ແລະມະຣະນະຕໍ່ໄປ ກໍມີຢູ່ໃນທີ່ນັ້ນ. ຊາຕຊະຣາແລະມະຣະນະຕໍ່ໄປ ມີຢູ່ໃນທີ່ໃດ; ພິກຂຸ ທ. ! ເຮົາເອີ້ນທີ່ນັ້ນວ່າ “ເປັນທີ່ມີໂສກ ມີທຸລີ ແລະມີຄວາມຄັບແຄ້ນ. (ມີຂໍ້ຄວາມຕຣັດຕໍ່ໄປ ຈົນກະທັ່ງຈົບຂໍ້ຄວາມ ໃນກໍລະນີອາຫາຣທີ່ສີ່ ຄື ວິນຍານ ຊຶ່ງອາຫາຣອີກ ໓ ຢ່າງ ທີ່ຕຣັດຕໍ່ໄປນັ້ນ ກໍມີຂໍ້ຄວາມເໝືອນກັບ ໃນກໍລະນີອາຫາຣ ຄື ຄໍາເຂົ້າ ຂ້າງເທິງນີ້ທຸກປະການ ຕ່າງແຕ່ຊື່ອາຫາຣເທົ່ານັ້ນ)” ດັ່ງນີ້ແລ.

- ນິທານ. ສັງ. ໑໖/໑໒໒-໑໒໓/໒໔໕-໒໔໗.

ອາການທີ່ທຸກຂ໌ເກີດຂຶ້ນເພາະຕັນຫາໃນອາຍະຕະນະພາຍນອກ

ພິກຂຸ ທ. ! ການເກີດຂຶ້ນ ການເກີດໂດຍຍິ່ງ ການຕັ້ງຢູ່ ແລະຄວາມປາກົດຂອງຕັນຫາໃນຮູບ, ຂອງຕັນຫາໃນສຽງ, ຂອງຕັນຫາໃນກິ່ນ, ຂອງຕັນຫາໃນຣົສ, ຂອງຕັນຫາໃນໂຜຕຖັພພະ, ແລະຂອງຕັນຫາໃນທັມມາຣົມອັນໃດ; ອັນນັ້ນແລ

໓໕໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເປັນການເກີດຂຶ້ນຂອງທຸກຂ໌, ອັນນັ້ນແລ ເປັນການຕັ້ງຢູ່ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແລ ເປັນຄວາມປາກົດຂອງ ຊະຣາ ແລະມະຣະນະແລ.

- ຂັນທະ. ສັງ. ໑໗/໒໘໖/໔໙໓.

ອາການທີ່ທຸກຂ໌ເກີດມາຈາກຕັນຫາ

ພິກຂຸ ທ. ! ເມື່ອພິກຂຸ ເປັນຜູ້ມີປົກກະຕິ ເຫັນໂດຍຄວາມເປັນອັສສາທະ (ໜ້າຮັກໜ້າຍິນດີ) ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງອຸປາທານ (ອຸປະທານິຢະທັມ) ຢູ່, ຕັນຫາຍ່ອມຈະເຣີນຢ່າງທົ່ວເຖິງ, ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້.

ພິກຂຸ ທ. ! ປຽບເໝືອນໄຟກອງໃຫຍ່ ຍ່ອມລຸກໄໝ້ດ້ວຍໄມ້ສິບເຫຼັ້ມກວຽນແດ່ ຊາວເຫຼັ້ມກວຽນແດ່ ສາມສິບເຫຼັ້ມກວຽນແດ່ ສີ່ສິບເຫຼັ້ມກວຽນແດ່. ບຸຣຸສຍ່ອມເຕີມຫຍ້າແຫ້ງແດ່ ຂີ້ງົວແຫ້ງແດ່ ໄມ້ແຫ້ງແດ່ ລົງໄປໃນກອງໄຟນັ້ນ ຕະຫຼອດເວລາທີ່ຄວນເຕີມ ຢູ່ເປັນໄລຍະໆ. ພິກຂຸ ທ. ! ດ້ວຍອາການເຊັ່ນນີ້ແລ ໄຟກອງໃຫຍ່ຊຶ່ງມີເຄື່ອງຫຼໍ່ລ້ຽງເຊັ່ນນັ້ນ ມີເຊື້ອໄຟເຊັ່ນນັ້ນ ກໍຈະຍ່ອມລຸກໄໝ້ ຕະຫຼອດກາລະອັນດົນ, ຂໍ້ນີ້ເຊັ່ນໃດ; ພິກຂຸ ທ. ! ເມື່ອພິກຂຸ ເປັນຜູ້ມີປົກກະຕິ ເຫັນໂດຍຄວາມເປັນອັສສາທະ (ໜ້າຮັກໜ້າຍິນດີ) ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງອຸປາທານຢູ່. ຕັນຫາຍ່ອມຈະເຣີນຢ່າງທົ່ວເຖິງ ເຊັ່ນນັ້ນເໝືອນກັນ. ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ;

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໕໑

ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້ແລ.

- ນິທານ. ສັງ. ໑໖/໑໐໒/໑໙໖-໑໙໗.

(ໃນສູຕຖັດໄປ ຊົງສະແດງສັນໂຍຊະນິຢະທັມ ແທນຄໍາວ່າອຸປະທານິຢະທັມ; ແລະໃນຕອນອຸປະມາ ຊົງສະແດງອຸປະມາດ້ວຍປະທີບແສງໄຟຂອງນໍ້າມັນລຸກໄໝ້ ຢູ່ໄດ້ເພາະອາໄສເຊື້ອໄຟ ແລະ ມີຜູ້ຄອຍເຕີມໂດຍນັຍດຽວກັບສູຕຂ້າງເທິງ).

ຕັນຫາເປັນເຊື້ອໄຟແຫ່ງການເກີດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ