ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພາກ ໒ - ສະມຸທະຢອະຣິຍະສັຈຈ໌ ໓໔໗
ພິກຂຸ ທ. ! ເພາະອາໄສໃຈດ້ວຍ ທັມມາຣົມດ້ວຍ ຈຶ່ງເກີດມະໂນວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງໃຈ+ທັມາຣົມ+ມະໂນວິນຍານ) ທັງສາມຢ່າງນັ້ນ ຈຶ່ງເກີດມີຜັສສະ ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ ; ເພາະຊາດເປັນປັຈຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ນີ້ຄື ການກໍ່ຂຶ້ນແຫ່ງໂລກ.
ພິກຂຸ ທ. ! ນີ້ຄື ການກໍ່ຂຶ້ນແຫ່ງໂລກ ແລ.
- ສລາ. ສັງ. ໑໘/໑໐໘/໑໕໖.
ຄວາມເກີດຂຶ້ນແຫ່ງອາຍະຕະນະນັ້ນຄືຄວາມເກີດຂຶ້ນແຫ່ງທຸກຂ໌
ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ການປາກົດແຫ່ງຈັກຂຸ, ອັນໃດ ; ອັນນັ້ນ ເປັນການເກີດຂຶ້ນ ແຫ່ງທຸກຂ໌ ເປັນການຕັ້ງຢູ່ ແຫ່ງໂຣຄາ ເປັນການປາກົດອອກ ແຫ່ງຊະຣາ ແລະມະຣະນະ.
(ໃນກໍລະນີ ແຫ່ງໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍຕຣັດໄວ້ ໂດຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີແຫ່ງຈັກຂຸ.)
ຄໍາວ່າເກີດຂຶ້ນ ໃນກໍລະນີເຊັ່ນນີ້ ໝາຍຄວາມວ່າສິ່ງນັ້ນໆ ເຮັດໜ້າທີ່ຂອງມັນຕາມອໍານາດຂອງອະວິຊຊາ.
ໃນສູຕອື່ນໆ ແທນທີ່ຈະຊົງສະແດງ ດ້ວຍອາຍະຕະນະພາຍໃນເຊັ່ນນີ້ ໄດ້ຊົງສະແດງໄວ້ດ້ວຍອາຍະຕະນະພາຍນອກຫົກ ວິນຍານຫົກ ຜັສສະຫົກ ເວທະນາຫົກ ສັນຍາຫົກ ສັນເຈຕະນາຫົກ ຕັນຫາຫົກ ທາຕຫົກ ແລະຂັນທ໌ຫ້າ.
໓໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ນອກຈາກນັ້ນຍັງ ໄດ້ຊົງສະແດງຝ່າຍດັບໂດຍປະຕິປັກຂະນັຍ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມເຂົ້າໄປສະຫງົບແຫ່ງໂຣຄາ ຄວາມຕັ້ງຢູ່ບໍ່ໄດ້ ແຫ່ງຊະຣາມະຣະນະ ກົງກັນຂ້າມຈາກຂໍ້ຄວາມຝ່າຍເກີດທຸກໆຂໍ້ ດ້ວຍຊຶ່ງຜູ້ສຶກສາ ອາດກໍານົດໄດ້ດ້ວຍຕົນເອງ.
- ຂັນທະ. ສັງ. ໑໗/໒໘໓-໒໘໗/໔໗໙-໔໙໘.
ອາການທີ່ທຸກຂ໌ເກີດຈາກອາຫາຣ
ພິກຂຸ ທ. ! ອາຫາຣສີ່ຢ່າງເຫຼົ່ານີ້ມີຢູ່ ເພື່ອຄວາມຕັ້ງຢູ່ໄດ້ແຫ່ງສັຕ ຜູ້ເກີດແລ້ວ ຫຼື ເພື່ອອະນຸເຄາະສັຕ ຜູ້ສະແຫວງຫາທີ່ເກີດ. ອາຫາຣສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄືອາຫາຣທີໜຶ່ງ ຄືອາຫາຣ ຄືຄໍາເຂົ້າ ຫຍາບກໍຕາມລະອຽດກໍຕາມ, ອາຫາຣທີສອງ ຄື ຜັສສະ, ອາຫາຣທີສາມ ຄື ມະໂນສັນເຈຕະນາ, ອາຫາຣທີສີ່ ຄືວິນຍານ. ພິກຂຸ ທ. ! ອາຫາຣສີ່ຢ່າງເຫຼົ່ານີ້ແລມີຢູ່ ເພື່ອຄວາມຕັ້ງຢູ່ໄດ້ແຫ່ງສັຕ ຜູ້ເກີດແລ້ວ ຫຼື ເພື່ອອະນຸເຄາະສັຕ ຜູ້ສະແຫວງຫາທີ່ເກີດ.
ພິກຂຸ ທ. ! ຖ້າມີ ຣາຄະ ມີນັນທິ ມີຕັນຫາ ໃນອາຫາຣ ຄື ຄໍາເຂົ້າເສຍແລ້ວ. ວິນຍານ ກໍເປັນສິ່ງທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ໃນອາຫາຣ ຄື ຄໍາເຂົ້ານັ້ນໆ. ວິນຍານທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ມີຢູ່ໃນທີ່ໃດ, ການກ້າວລົງ ແຫ່ງນາມຮູບ ກໍມີຢູ່ໃນທີ່ນັ້ນ. ການກ້າວລົງແຫ່ງນາມຮູບ ມີຢູ່ໃນທີ່ໃດ, ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ກໍມີຢູ່ໃນທີ່ນັ້ນ. ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ມີຢູ່ໃນທີ່ໃດ, ການບັງເກີດໃນພົບໃໝ່ຕໍ່ໄປ ກໍມີຢູ່ໃນທີ່ນັ້ນ. ການບັງເກີດໃນພົບໃໝ່ຕໍ່ໄປມີຢູ່ໃນທີ່ໃດ, ຊາຕຊະຣາແລະມະຣະນະຕໍ່ໄປ ກໍມີຢູ່ໃນບ່ອນນັ້ນ. ຊາຕຊະຣາແລະມະຣະນະຕໍ່ໄປ ມີຢູ່ໃນທີ່ໃດ; ພິກຂຸ ທ. ! ເຮົາເອີ້ນທີ່ນັ້ນວ່າ “ເປັນທີ່ມີໂສກ ມີທຸລີ ແລະ ມີຄວາມຄັບແຄ້ນ” ດັ່ງນີ້. (ໃນກໍລະນີກ່ຽວກັບອາຫາຣ ອີກ ໓ ຢ່າງຄື ຜັສສະມະໂນສັນເຈຕະນາ ແລະ ວິນຍານ ກໍຕຣັດໂດຍເຊັ່ນດຽວກັບອາຫາຣ ຄື ຄໍາເຂົ້າ.)
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໔໙
ພິກຂຸ ທ. ! ປຽບເໝືອນຊ່າງຍ້ອມ ຫຼືຊ່າງແຕ້ມ, ເມື່ອມີນໍ້າຍ້ອມ ຄືຂີ້ຄັ່ງ ຂີ້ໝິ້ນ ສີຟ້າ ຫຼື ສີແດງອ່ອນ ກໍຈະຍ່ອມແຕ້ມຮູບຜູ້ຍິງ ຫຼື ຮູບບຸຣຸສ ລົງທີ່ແຜ່ນກະດານຫຼື ຝາເຮືອນ ຫຼື ຜືນຜ້າຊຶ່ງກ້ຽງດີ ໄດ້ຄົບທຸກສ່ວນ, ອຸປະມານີ້ເຊັ່ນໃດ;








